ສາລະວັນ ຊຸກຍູ້ທຸລະກິດເຂົ້າເຖີງແຫຼ່ງທຶນ

 ວັນທີ 10 ພະຈິກ 2020 ນີ້,ອົງການປົກຄອງເມືອງສາລະວັນ ແລະສະພາການຄ້າແຂວງຮ່ວມກັນປຶກສາຫາລືການເຂົ້າເຖິງແຫຼ່ງທຶນຂອງບັນດາຫົວໜ່ວຍທຸລະກິດ, ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ, ໂດຍເປັນປະທານຂອງທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງໆສາລະວັນ ແລະທ່ານ ນາງ ອິນແປງ ຊາມົນຕີ ປະທານສະພາການຄ້າ ແລະອຸດສາຫະກຳແຂວງສາລະວັນ, ມີພາກສ່ວນທີ່ກ່ຽວຂ້ອງ ແລະບັນດາຜູ້ປະກອບການເຂົ້າຮ່ວມ.

 ກອງປະຊຸມປຶກສາຫາລືໃນຄັ້ງນີ້ແນໃສ່ເຮັດໃຫ້ຜູ້ປະກອບການບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະຂະໜາດກາງໄດ້ເຂົ້າເຖິງແຫຼ່ງທຶນໃນການກູ້ຢືມທຶນເພື່ອຫັນມາລົງທຶນພັດທະນາທຸລະກິດຂອງຕົນໃຫ້ກ້າວໜ້າ ແລະເປັນການສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໄດ້ມີການພັດທະນາຂຶ້ນໄປເລື້ອຍໆຕາມແນວທາງຂອງພັກ-ລັດ ແລະເງື່ອນໄຂ, ທ່າແຮງບົ່ມຊ້ອນ.

   ສຳລັບຢູ່ເມືອງສາລະວັນ ສະພາບການຂະຫຍາຍຕົວທາງດ້ານເສດຖະກິດແມ່ນຢູ່ໃນລະດັບ 7,98% ຕໍ່ປີທົ່ວເມືອງມີຜູ້ປະກອບການດ້ານຫົວໜ່ວຍທຸລະກິດທີ່ອອກທະບຽນແລ້ວ 1.106 ຫົວໜ່ວຍ, ໃນນັ້ນຂະແໜງການຄ້າ 605 ຫົວໜ່ວຍ, ຂະແໜງບໍລິການ 302 ຫົວໜ່ວຍ ແລະຂະແໜງອຸດສາຫະກຳ 199 ຫົວໜ່ວຍ, ນອກຈາກນັ້ນຍັງມີຫົວໜ່ວຍຈູນລະວິສາຫະກິດທີ່ຜະລິດຈາກພູມປັນຍາຂອງຊາວບ້ານມີທັງໝົດ 120 ຫົວໜ່ວຍ, ຫັດຖະກຳ, ຈັກສານ, ປັ້ນໝໍ້ຫຼໍ່ໄຫ,ແກະສະຫຼັກ-ຄວັດສ່ຽນ, ຜະລິດແປງພື້ນບ້ານ ແລະ ຕົ້ມເຫຼົ້າໝໍ້ນ້ອຍຂອງຊາວບ້ານອັນພົ້ນເດັ່ນແມ່ນໄດ້ຮັບຮອງເປັນສິນຄ້າໜຶ່ງເມືອງ, ໜຶ່ງຜະລິດຕະພັນໂອດັອບແຫ່ງຊາດມີ: ກຸ່ມຫັດຖະກຳຕໍ່າແຜນແພຊາວບ້ານບຶງໄຊ, ກຸ່ມຫັດຖະກຳຍັດເຊື່ອ-ໜອນຊາວ ບ້ານບຶງຂາມ ແລະຫັດຖະກຳແກະສະຫຼັກ-ຄວັດສ່ຽນຢູ່ບ້ານຫຼັກສອງ.

   ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ແລກປ່ຽນ, ປະກອບຄຳຄິດເຫັນເຊິ່ງກັນ ແລະ ກັນລະຫວ່າງຜູ້ປະກອບການຫົວໜ້າທຸລະກິດ ແລະພາກລັດເພື່ອເຮັດໃຫ້ບັນດາຫົວໜ່ວຍທຸລະກິດຕ່າງໆພາຍໃນເມືອງໄດ້ເຂົ້າເຖິງແຫຼ່ງທຶນໃນການກູ້ຢືມ,ໂດຍເນັ້ນໃຫ້ເຂົ້າໃຈຕໍ່ກັບການຂຶ້ນທະບຽນວິສາຫະກິດ,ຂັ້ນຕອນວິທີການ,ການປະກອບເອກະ ສານເງື່ອນໄຂເພື່ອກູ້ຢືມ, ໄລຍະເວລາການກູ້ຢືມ, ດອກເບ້ຍ ແລະໃນເມື່ອໄດ້ມາແລ້ວກໍ່ຕ້ອງເປົ້າໝາຍໃນການນຳໃຊ້ທຶນ, ມີການວາງແຜນ, ການໜູນໃຊ້ທຶນໃສ່ໃນກິດຈະການຕ່າງໆ ເປັນຕົ້ນ: ການປູກ, ການລ້ຽງ, ການບໍລິການ ແລະອື່ນໆ.

--------------

ຂຽນໂດຍ: ສິດຕາ ເພັດວົງສາ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ