ໄຊສົມບູນ ຫາລືພັດທະນາກຸ່ມຜູ້ຜະລິດ

  ກົມພັດທະນາຊົນນະບົດ ແລະສະຫະກອນ, ອົງການດີຈີອາວີ (DGRV)  ົມທົບກັບພະແນກກະສິກຳ ແລະປ່າໄມ້ ແຂວງໄຊສົມບູນ ຈັດກອງປະຊຸມແລກປ່ຽນບົດ ຮຽນກ່ຽວກັບການພັດທະນາວຽກງານກຸ່ມ ແລະສະຫະກອນໃນວັນທີ 10 ພະຈິກ 2020 ທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ແຂວງໂດຍການເປັນປະ ທານຂອງ ທ່ານ ອຸໄດ ດວງມີໄຊ, ຮອງຫົວໜ້າພະແນກກະສິກຳ ແລະປາໄມ້ແຂວງ, ມີທ່ານ  ວໍລະວຸດ ລິນທະວົງ, ຫົວໜ້າພະແນກພັດທະນາຊົນນະບົດກົມພັດ ທະນາຊົນນະບົດ ແລະສະຫະກອນ, ກະຊວງກະສິກຳ ແລະປ່າໄມ້ພ້ອມດ້ວຍການນຳທັງ 5 ເມືອງ, ຄະນະທິມງານທີ່ມາຈາກສູນກາງ ແລະທຸກພາກສ່ວນກ່ຽວຂອງເຂົ້າຮ່ວມ.

 ຈຸດປະສົງຂອງກອງປະຊຸມຄັ້ງນີ້ກໍເພື່ອເຮັດໃຫ້ວຽກງານການສ້າງກຸ່ມ ແລະສະຫະກອນກໍຄືປະຊາຊົນລາວບັນດາເຜົ່າທີ່ມີອາຊີບຕ່າງໆເຊັນ: ການຜະລິດກະສິກຳ, ຫັດ ຖະກຳ, ຄ້າຂາຍ, ການບໍລິການ ຫຼືອາຊີບອື່ນໆ ທີ່ຕັ້ງຂຶ້ນດ້ວຍຄວາມສະໝັກໃຈເພື່ອຮ່ວມຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສະມາຊິກ ແລະຄອບ ຄົວສະມາຊິກດ້ວຍທາງດ້ານການຜະລິດ.

   ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສະເໜີບັນດານິຕິກຳທີ່ໃໝ່ທີ່ການກ່ຽວກັບວຽກງານການສ້າງກຸ່ມ ແລະສະຫະກອນ, ໂຄງສ້າງລະບົບການຊຸກຍູ້ສົງເສີມສະຫະ ກອນໃນ ສປປ ລາວ ແລະແຜນການຄາດໝາຍສູ້ຊົນແຕ່ປີ 2021-2025 ແລະຂໍ້ກຳນົດຫຼັກການ, ມາດຕະການສ້າງຕັ້ງເຄື່ອນໄຫວສະຫະກອນສິນເຊື່ອ ແລະ ຝາກເງິນປະຢັດໃຫ້ເຄື່ອນໄຫວຢ່າງມີປະສິດທິຜົນເພື່ອແນ່ໃສ່ພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນທັງປະກອບທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ຊຶ່ງເປັນແຜນນະໂຍບາຍ ແລະຍຸດທະສາດຂອງພັກ-ລັດ ໃນການຍູ້ແຮງຂະບວນການຜະລິດເປັນສິນຄ້າ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນໄດ້ມີອາຊີບທີ່ໝັ້ນຄົງ ແລະສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງຍົກລະຄຸນນະພາບຊີວິດການເປັນການ ຢູ່ທີ່ດີຂຶ້ນ ແລະຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນຮອດວັນທີ 11 ຈຶ່ງຈະສຳເລັດ.

-------------

ຂຽນໂດຍ: ນູ່ສົມລັດ ຕະມ໋ອງ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ