ຂີງ ຊ່ວຍແກ້ບັນຫາຮອຍສິວເທິງໃບໜ້າໄດ້

  ຂີງ ເປັນພືດຜັກສວນຄົວລົດເຜັດຮ້ອນທີ່ມີສັບພະຄຸນຫຼາຍປະການທີ່ໃຫ້ປະໂຫຍດຕໍ່ກັບຮ່າງກາຍ ແລະທີ່ສຳຄັນຍັງມອບປະໂຫຍດໃນດ້ານຄວາມງາມໃຫ້ແກ່ສາວໆອີກດ້ວຍ, ສຳລັບໃຜທີ່ປູກຂີງໄວ້ໃນຮົ້ວເຮືອນ ຫຼື ມັກກິນຂີງກ່ໍລອງແບ່ງມາໃຊ້ແກ້ບັນຫາຮ່ອງຮອຍສິວເທິງໃບໜ້າລອງເບິ່ງຂີງສາມາດເຮັດໃຫ້ຜິວພັນຂອງທ່ານເບິ່ງອ່ອນເຍົາຊ່ວຍປັບສີຜິວໃຫ້ສະໝໍ່າສະເໝີກັນໄດ້ອີກດ້ວຍ.

 ວິທີນໍາໃຊ້: ໂດຍນຳຜົງຂີງມາປະສົມກັບນໍ້າໝາກນາວໃນປະລິມານເທົ່າກັນແລ້ວໃສ່ນໍ້າເຜິ້ງຕື່ມລົງໄປຈາກນັ້ນກໍນຳມາທາເທິງໜ້າແລ້ວນວດໄປມາປະມານ 5 ນາທີ ຈຶ່ງຄ່ອຍລ້າງອອກເຮັດປະມານ 1–2 ຄັ້ງຕໍ່ອາທິດຜິວຂອງທ່ານກໍຈະງາມສົດໄສເປັ່ງປັ່ງຂຶ້ນທັນຕາ.

-----------

ຂ່າວ: ຟ້າ ເສດຖະກິດສັງຄົມ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ