ກຸ່ມກະສິກຳອິນຊີ ຮັບລາງວັນທຸລະກິດດີເດັ່ນອາຊຽນ

 ປະ​ຈຸ​ບັນພຶດ​ຜັກ​ອິນ​ຊີ​ກຳ​ລັງ​ເປັນ​ທີ່​ຕ້ອງ​ການ​ຂອງ​ຕະຫຼາດໂດຍ​ຜູ້​ຄົນ​ໄດ້​ນິ​ຍົມ​ກັນບໍ​ລິ​ໂພກ​ຢ່າງຫຼວງຫຼາຍເນື່ອງ​ຈາກ​ຜູ້​ບໍ​ລິ​ໂພກຄິດ​ເຫັນ​ເລື່ອງ​ສຸ​ຂະ​ພາບ​ປອດ​ໄພ​ຈາກ​ສານ​ພິດສະ​ນັ້ນເພື່ອ​ເພີ່ມ​ການ​ບໍ​ລິ​ການ​ລູກ​ຄ້າ​ໃຫ້​ຮັບ​ຮູ້ຫຼາຍ​ຂຶ້ນ​ທາງ​​ກຸ່ມກະ​ສິ​ກຳ​ອິນ​ຊີ ນະ​ຄອນຫຼວງ ຈຶ່ງ​ໄດ້​ເພີ່ມ​ຊ່ອງ​ທາງ​ການ​ບໍ​ລິ​ການ​ຕື່ມນອກ​ຈາກ​ການ​ວາງ​ຂາຍ​ຕາມ​ຕະ ຫຼາດ ແລ້ວຍັງມີ​ການ​ຂາຍ​ສິນ​ຄ້າ​ຜ່ານ​ທາງ​ລະ​ບົບອອນ​ລາຍ​ເພື່ອ​ບໍ​ລິ​ການ​ລູກ​ຄ້າ​ໃຫ້​ມີ​ຄວາມ​ສະ​ດວກ​ສະ​ບາຍ​ຂຶ້ນ​ຕື່ມ, ​ຈາກ​ຜົນ​ງານ ແລະ​ຊື່​ສຽງ​ໃນ​ໄລ​ຍະ​ຜ່ານ​ມາ​ຈຶ່ງ​ເຮັດ​ໃຫ້​​ອໍ​ກາ​ນິກ​ໂຮມໄດ້ຮັບ​ລາງວັນ​ທຸ​ລະ​ກິດ​ລິ​ເລີ່ມ​ດີ​ເດັ່ນ​ອາ​ຊຽນ 2020.

   ທ່ານ ດວງ​ຈັນ ສີ​ພາ​ວັນ ປະ​ທານ​ວິ​ສາ​ຫະ​ກິດ​​ກຸ່ມ​ກະ​ສິ​ກຳ​ອິນ​ຊີນະ​ຄອນຫຼວງ ໃຫ້​ສຳ​ພາດ​ວ່າ: ຈຸດ​ເລີ່ມ​ຕັ້ນ​ຂອງ​ວິ​ສາ​ຫະ​ກິດກຸ່ມ​ກະ​ສິ​ກຳ​ອິນ​ຊີ​ນະ​ຄອນຫຼວງ​​ແມ່ນ​ກຸ່ມ​ຊາວ​ສວນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ໂຄງ​ການ​ໃຈ​ກາຊຶ່ງພາຍ​ໃຕ້​ການ​ຊີ​ນຳ​ຂອງ​ພະ​ແນກ​ກະ​ສິ​ກຳ ແລະ​ປ່າ​ໄມ້​ນ​ະ​ຄອນຫຼວງວຽງ​ຈັນວິ​ສາ​ຫະ​ກິດ​ກຸ່ມ​ກະ​ສິ​ກຳ​ອິນ​ຊີ​ນະ​ຄອນຫຼວງນີ້​ສ້າງ​ຕັ້ງ​​ຂຶ້ນ​ມາ​ໃນ​ປີ 2016 ຫຼັງ​ຈາກນັ້ນ​ຕົນ​ຈຶ່ງ​ໄດ້​ເຂົ້າ​ມາ​ລົງ​ທຶນ ແລະ​ບໍ​ລິ​ຫານ​ຕໍ່​ຈາກ​ຊາວ​ສວນໃນ​ປີ2018 ໂດຍໄດ້​ເຂົ້າ​ມາ​ຊຸກ​ຍູ້​ສົ່ງ​ເສີມ​ກຸ່ມ​ການ​ຜະ​ລິດ​ກະ​ສິ​ກຳ​ຂອງ​ຊາວ​ສວນ 200 ກວ່າ​ຄອບ​ຄົວໃນ 6​ ຕົວເມືອງ ນະ​ຄອນຫຼວງວຽງ​ຈັນ,ໂດຍ​ທາງ​ບໍ​ລິ​ສັດ​ໄດ້​ມີ​ການ​ສົ່ງ​ເສີມ​ທາງ​ດ້ານ​ການ​ຕະຫຼາດ,ຊາວ​ສວນ​ເປັນ​ຜູ້​ຜະ​ລິດແລ້ວ​ບໍ​ລິ​ສັດ​ເກັບ​ຊື້​ແລ້ວ​ນຳ​ມາ​ຂາຍ​ ແລະ​ຈັດ​ສົ່ງໃຫ້​ລູກ​ຄ້າ, ໂດຍ​ໃນ​ປີ​ຜ່ານ​ມາ​ໄດ້​ເຮັດຫຼາຍ​ຢ່າງ​ເປັນ​ຕົ້ນເຮັດ​ເປັນ​ແພັກ​ຕິດ​ໂລ​ໂກ້ແລະ​ອື່ນໆ​ເພື່ອສົ່ງ​ລົງ​ຕາມ​ຊຸບ​ເປີ​ມາ​ເກັດ​ຕ່າງ​ໆ.

   ທ່ານ ດວງ​ຈັນ ສີ​ພາ​ວັນ ກ່າວ​ຕື່ມ​ວ່າ: ປະ​ຈຸ​ບັນແມ່ນ​ການ​ເຮັດ​ຕະຫຼາດ​ອອນ​ລາຍເນື່ອງ​ຈາກ​ເຫັນ​ໄດ້​ບັນ​ຫາ​ຂອງ​ລູກ​ຄ້າ​ທີ່​ເຮັດ​ວຽກ​ບໍ່​ມີ​ເວ​ລາ​ໄປ​ຕະຫຼາດແຕ່​ຢາກ​ບໍ​ລິ​ໂພກ​ພຶດ​ຜັກ​ອໍ​ກາ​ນິກໂດຍ​ຜ່ານ​ການ​ເຮັດ​ການ​ຕະຫຼາດ​ທາງ​ອອນ​ລາຍ​ເຫັນ​ວ່າ​ມີ​ລູກ​ຄ້າຫຼາຍ​ຂຶ້ນຊຶ່​ງລູກສັ່ງ​ເຮົາ​ສົ່ງ​ເຖິງ​ບ້ານ, ໂດຍ​ເນັ້ນ​ການ​ຂາຍ​ອອນ​ລາຍຫຼາຍ​ຂຶ້ນ, ປະ​ຈຸ​ບັນ​ຄົນ​ຫັນ​ມາ​ໃສ່​ໃຈ​ເລື່ອງ​ສຸ​ຂະ​ພາບຫຼາຍ​ຂຶ້ນ ແລະ​ລູກ​ຄ້າ​ກໍຫຼາຍ​ຂຶ້ນໂດຍ​ການ​ສົ່ງ​ລູກ​ຄ້າ​ແມ່ນ​ສົ່ງ​ສຳ​ລັບ​ວັນ​ພຸດ ແລະ​ວັນ​ເສົາ, ມີ​ລູກ​ຄ້າ​ທັງ​ພາຍ​ໃນ​ນະ​ຄອນຫຼວງວຽງ​ຈັນ ແລະ​ຕ່າງ​ແຂວງ​ຈຳ​ນວນ​ໜຶ່ງ, ສຳ​ລັບ​ການ​ຜະ​ລິດ​ແມ່ນ​ຍັງ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການເນື່ອງ​ຈາກ​ມີ​ສິນ​ຄ້າ​ບາງ​ປະ​ເພດ​ເກີນ ແລະ​ບາງ​ປະ​ເພດບໍ່​ພໍຊຶ່ງ​ເຫັນ​ວ່າບໍ່​ທັນ​ສົມ​ດຸນ​ກັນ, ໃນ​ອະ​ນາ​ຄົດ​ແມ່ນ​ຈະ​ເນັ້ນ​ການ​ບໍ​ລິ​ການ​ທາງ​ອອນ​ລາຍຫຼາຍ​ຂຶ້ນກວ່າ​ເກົ່າໂດຍ​ສະ​ເພາະ​ທາງ​ເວັບ​ໄຊ Organichomlao.com ແລະ​ເຟ​ສ​ບຸກ Organic Home delivery.

 ທ່ານ ດວງ​ຈັນ ສີ​ພາ​ວັນ ກ່າວ​ອີກວ່າ: ສຳ​ລັບ​ລາງວັນ​ທີ່​ໄດ້​ຮັບ​ແມ່ນ​ຍ້ອນ​ວິ​ໃສ​ທັດ​ຂອງ​ທຸ​ລະ​ກິດໂດຍ​ການ​ສົ່ງ​ເສີມ​ຊາວ​ສວນ​ໃຫ້​ມີ​ລາຍ​ຮັບ ແລະ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ, ນອກນັ້ນຍັງ​ໄດ້​ສົ່ງ​ເສີມ​ການສຶ​ກສາ ແລະ ​ອື່ນໆ, ຂໍ​ຂອບ​ໃຈ​ພັກ-ລັດ​ທີ່​ໄດ້​ຊຸກ​ຍູ້​ສົ່ງ​ເສີມທຸ​ລະ​ກິດ​ຕົນ​ເອງ​ຕະຫຼອດ​ມາສິ່ງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ທຸ​ລະ​ກິດ​ປະ​ສົບ​ຜົນ​ສຳ​ເລັດ​ໃນຫຼາຍ​ດ້ານ ແລະ​ໄດ້​ຮັບ​ລາ​ງວັນ​ທຸ​ລະ​ກິດ​ດີ​ເດັ່ນ​ອາ​ຊຽນ 2020 ໃນ​ສາ​​ຂາ​ທຸ​ລະ​ກິດ​ລິ​ເລີ່ມ​ດີ​ເດັ່ນ.