ທ່ານ ທອງລຸນ ສີສຸລິດ ສົນທະນາຜ່ານໂທລະສັບກັບທ່ານນາຍົກລັດຖະມົນຕີຫວຽດນາມ

 ຕອນບ່າຍວັນທີ 10 ພະຈິກ  2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບທ່ານ ຫງວຽນ ຊວັນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອເປັນການສະໜັບສະໜູນ ແລະຊົມເຊີຍການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຂອງ ສສ ຫວຽດນາມກໍຄືສືບຕໍ່ສົ່ງເສີມ ແລະຮັດແໜ້ນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ.

 ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມເຫັນໃຈ ແລະຝາກຄວາມຢ້ຽມຢາມຖາມຂ່າວມາຍັງການນຳ ແລະປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເກີດຂຶ້ນຢູ່ບັນດາແຂວງພາກກາງຂອງ ສສ ຫວຽດນາມ ໃນເດືອນກັນຍາ 2020 ເປັນຕົ້ນມາພ້ອມທັງສະແດງຄວາມຊົມເຊີຍຫວຽດນາມທີ່ສາມາດຮັບມືກັບໂຄວິດ-19 ໄດ້ເປັນຢ່າງດີ ແລະຮັກສາຈັງຫວະການເຕີບໂຕທາງເສດຖະກິດເປັນຜົນບວກໃນປີ 2020 ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຝ່າຍຫວຽດນາມທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຄວບຄຸມ ແລະສະກັດກັ້ນການລະບາດຂອງພະຍາດດັ່ງກ່າວເປັນຢ່າງດີໃນໄລຍະຜ່ານມາ.

ໃນໂອກາດດຽວກັນ, ທ່ານ ຫງວຽນ ຊວັນຟຸກ ກໍ່ໄດ້ສະແດງຄວາມຊົມເຊີຍ ສປປ ລາວ ທີ່ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ດີເຊັ່ນກັນ ແລະສະແດງຄວາມຂອບໃຈຕໍ່ການນຳພັກ-ລັດ ກໍຄືປະຊາຊົນລາວທີ່ໄດ້ສົ່ງສານສະແດງຄວາມເຫັນໃຈໄປຍັງການນຳພັກ-ລັດ ກໍຄືປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ຮັບຜົນກະທົບຈາກໄພທຳມະ ຊາດດັ່ງກ່າວ.

   ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃນໄລຍະຜ່ານມາເຖິງວ່າມີສະພາບການລະບາດຂອງພະຍາດໂຄວິດ-19 ກໍ່ຕາມ, ຊຶ່ງສະແດງອອກຄື: ການນຳຂັ້ນສູງຂອງສອງປະເທດຍັງມີການໄປມາຫາສູ່ກັນ ແລະພົບປະແລກປ່ຽນໃນຮູບແບບທາງໄກຮ່ວມກັນຢ່າງເປັນປົກກະຕິ.

 ສອງຝ່າຍຍັງໄດ້ຊຸກຍູ້ການຈັດຕັ້ງໂຄງການຮ່ວມມືສອງຝ່າຍໃຫ້ສຳເລັດຕາມແຜນການ ແລະຮ່ວມມືກັນເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ເປັນຕົ້ນແມ່ນການເພີ່ມທະວີການຄ້າ ແລະການລົງທຶນຮ່ວມກັນ,ການພິຈາລະນາເປີດສາຍການບິນຄືນໃໝ່ກໍຄືການອໍານວຍຄວາມສະດວກໃນການໄປມາຫາສູ່ລະຫວ່າງພົນລະເມືອງຂອງສອງປະເທດຮ່ວມກັນໃນອະນາຄົດ.

 ຝ່າຍລາວຍັງໄດ້ຕີລາຄາສູງຕໍ່ບົດບາດການນຳພາຂອງຫວຽດນາມໃນຖານະປະທານອາຊຽນ 2020 ເພື່ອສົ່ງເສີມການຮ່ວມມືອັນດີ ແລະຄວາມເຂັ້ມແຂງຂອງອາຊຽນ, ພ້ອມທັງຢືນຢັນຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ໃຫ້ການຊ່ວຍເຫຼືອຫວຽດນາມເພື່ອເຮັດສຳເລັດໜ້າທີ່ປະທານອາຊຽນ 2020 ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໄລຍະ 2020-2021.