ຖ້ຳຈອມອອງ ແຫຼ່ງທ່ອງທ່ອງທີ່ສວຍງາມຂອງອຸດົມໄຊ

  ຖ້ຳ​ຈອມ​ອອງເປັນ​ອີກ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ຂອງ​ເມືອງ​ໄຊ ແຂວງ​ອຸ​ດົມ​ໄຊ ທີ່​ມີ​ຄວາມ​ສວຍ​ງາມ ແລະ​ໂດດ​ເດັ່ນ​ກວ່າ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອື່ນໆ​ພາຍ​ໃນ​ແຂວງເນື່ອງ​ຈາກ​ເປັນ​ຖ້ຳ​ທີ່​ມີ​ຫີນ​ຍ້ອຍ​ທີ່​ສວຍ​ງາມ, ມີ​ນ້ຳ​ໄຫຼ​ຜ່ານ, ມີ​ນົມ​ຜາ, ຫີນ​ສີ​ຂາວ​ເຫຼື້ອມ​ຄື​ກັບ​ເພັດ​ພອຍ​ເປັນ​ກ້ອນ​ໃຫຍ່​ນ້ອຍ​ຫ້ອຍ​ປະ​ດັບ​ປະ​ດາ​ຢູ່​ຕາ​ຜາ​ຫີນ ແລະ​ອື່ນໆ.

   ຖ້ຳຈອມ​ອອງຖືກ​ຄົ້ນ​ພົບ​ໃນ​ປີ 2005 ແລະ​ເປີດ​ໃຫ້​ບໍ​ລິ​ການ​ໃນ​ປີ 2007 ແລະ​ຜ່ານ​ການ​ສຳ​ຫຼວດ​ຂອງ​ນັກ​ວິ​ທະ​ຍາ​ສາດ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ໃນ​ປີ2010 ຖ້ຳ​ດັ່ງ​ກ່າວກໍ່​ໄດ້​ຮັບ​ການ​ພັດ​ທະ​ນາ​ໃຫ້​ເປັນ​ແຫຼ່​ງ ທ່ອງ​ທ່ຽວລະ​ດັບ​ຊາດ, ຖ້ຳ​ດັ່ງ​ກ່າວ​ຕັ້ງ​ຢູ່​ບ້ານ​ຈອມ​ອອງ ເມືອງ​ໄຊ ຫ່າງ​ຈາກ​ເທ​ສະ​ບານ​ເມືອງ​ໄປ​ປະ​ມານ 45 ກິ​ໂລ​ແມັດເປັນ​ຖ້ຳ​ກວ້າງ​ໃຫຍ່, ມີຫຼາຍ​ຮູ​ເຂົ້າ​-ອອກ ຍາວ​ປະ​ມານ 16 ກິ​ໂລ​ແມັດ, ກວ້າງ 15-50 ແມັດ ແລະ​ສູງ​ປະ​ມານ 25-100 ແມັດ ຊຶ່ງ​ເປັນ​ຖ້ຳ​ທີ່​ມີ​ຄວາມ​ສວຍ​ງາມ​ທີ່​ສຸດ​ຂອງ​ແຂ​ວງ​ປະ​ກອບ​ໄປ​ດ້ວຍ​ສີ​ສັນ​ຕ່າງ​ໆ​ແບບ​ທຳ​ມະ​ຊາດ​ເປັນ​ໜ້າ​ອັດ​ສະ​ຈັນ​.

 ຖ້ຳ​ຈອມ​ອອງ​ມີ​ສາຍ​ນ້ຳ​ໄຫຼ​ຜ່​ານ, ມີ​ນົມ​ຜາ ແລະ​ຫີນ​ຍ້ອຍ​ທີ່​ມີ​ລວດ​ລາຍ​ສວຍ​ງາມພ້ອມ​ຍັງ​ມີ​ຫີນ​ແກ້ວ​ເປັນ​ສີ​ຂາວ​ເຫຼື້ອມ​ຄື​ກັບ​ເພັດ​ພອຍ​ເປັນ​ກ້ອນ​ໃຫຍ່​ນ້ອຍຫ້ອຍ​ປະ​ດັບ​ປະ​ດາ​ຢູ່​ຕາມ​ຝາ​ຫີນ​ຄ້າຍ​ຄື​ດອກ​ໄຟ​ສະ​ຫວ່າງ​ສະ​ໄຫວ​ຢ່າງ​ສວຍ​ສົດ​ງົດ​ງາມ, ຊື່​ຖ້ຳ​ຈອມ​ອອງ​ແມ່ນ​ເອີ້ນ​ຕາມ​ຊື່​ບ້ານແຕ່​ເມື່ອ​ກ່ອນ​ປະ​ຊາ​ຊົນ​ເຄີຍ​ເອີ້ນ​ຖ້ຳນີ້​ວ່າ​ຖ້ຳ​ເຈຍ ຫຼື ຖ້ຳ​ຂີ້​ເຈຍຍ້ອນ​ມີ​ເຈຍ​ມາ​ອາ​ໄສ​ຢູ່​ເປັນ​ຈຳ​ນວນຫຼາຍ​ຈົນ​ຊາວ​ບ້ານ​ພາ​ກັນ​ເອົາ​ຂີ້​ເຈຍ​ໄປ​ເຮັດ​ໝື້​ປືນ​ແກັບ.

  ປະ​ຈຸ​ບັນ​ຖ້ຳ​ດັ່ງ​ກ່າວ​ພວມ​ໄດ້​ຮບ​ທຶນ​ຊ່ວຍ​ເຫຼືອ​ຈາກ​ໂຄງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງເພື່ອ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ໃນ​ການ​ສ້າງ​ທາງ​ປູ​ຢາງ​ເຂົ້າ​ຫາ​ຖ້ຳ ແລະ​ສ້າງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ບໍ​ລິ​ເວນ​ຖ້ຳ ແລະ​ພາຍ​ໃນ​ຖ້ຳ, ຊຶ່ງ​ຫາກ​ທ່ານ​ໃດ​ໄດ້​ໄປ​ຢ້ຽມ​ຢາມ ຫຼື ໄປ​ທ່ອງ​ທ່ຽວ​ແຂວງ​ອຸ​ດົມ​ໄຊກໍຢ່າ​ລືມແວະ​ໄປ​ທ່ຽວ​ຊົມ​ແຫຼ່ງ​ທ່ອງ​ທ່ຽວ​ຖ້ຳ​ຈອ​ມອອງຮັບ​ຮອງວ່າ​ທ່ານ​ຈະ​ບໍ່​ເສຍ​ເວ​ລາ​ກັບ​ການ​ເດີນ​ທາງ​ຫາກ​ໄດ້​ເຫັນ​ຄວາມ​ສວຍ​ງາມ​ຂອງ​ຖ້ຳ​ແຫ່ງ​ນີ້.

ນສພ-ເສດຖະກິດ-ສັງຄົມ