ສຳເລັດໂຄງການສ້າງເຂື່ອນໄຟຟ້ານໍ້າຕະລານ

  ວັນທີ 4 ພະຈິກຜ່ານມາທີ່ບ້ານສີນອຸດົມ ເມືອງຫຼວງນໍ້າທາ ການນໍາແຂວງໄດ້ລົງຢ້ຽມຢາມ, ຄວາມຄືບໜ້າໃນການກjໍສ້າງຂອງໂຄງການສ້າງເຂື່ອນໄຟຟ້ານໍ້າຕະລານພາວເວີ ຈຳກັດ ນຳພາໂດຍທ່ານ ຄຳໄຫຼ ສີປະເສີດ ເລຂາພັກແຂວງຫຼວງນໍ້າທາ, ທ່ານ ຄຳ ຜາຍ ໄຊພະຈັນ ປະທານບໍລິສັດໄຊພະຈັນ ກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈຳກັດ ທັງເປັນເຈົ້າຂອງໂຄງການ, ມີຫົວໜ້າພະແນກ-ຮອງພະແນກການອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ບຸນທັນ ພັນທະວົງ ຜູ້ຈັດການໂຄງການໄດ້ຜ່ານບົດລາຍງານການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຕົກນໍ້າຕະລານຕັ້ງຫ່າງຈາກເທສະບານແຂວງຫຼວງນໍ້າທາໄປທາງ ເມືອງນາແລ ປະມານ 21 ກິໂລແມັດ ຈຸດທີ່ຕັ້ງເຮືອນຈັກຢູ່ຫ່າງຈາກບ້ານສີນອຸດົມປະມານ 0,5 ກິໂລແມັດ ຈຸດທີ່ຕັ້ງເຂື່ອນຫ່າງຈາກບ້ານສີນອຸດົມປະມານ 7,8 ກິໂລແມັດ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕະລານເປັນໜຶ່ງໃນໂຄງການຢູ່ໃນແຜນພັດທະນາ ແລະສະໜອງໄຟຟ້າໃນລາວໂຄງການໄດ້ມີກຳລັງຕິດຕັ້ງ 5 ເມັກກາວັດ, ສາມາດຜະລິດພະລັງງານຜະລິດກະແສໄຟໄຟໄດ້ 18 ລ້ານກິໂລວັດຕໍ່ປີເປັນເຂື່ອນເບຕົງເສີມເຫຼັກ, ລວງຍາວສັນເຂື່ອນ 111 ແມັດ, ຄວາມກວ້າງສັນເຂື່ອນຈຸດນໍ້າລົ້ນ 35 ແມັດ, ຄວາມສູງຕົວເຂື່ອນ14,7 ແມັດ, ກວ້າງສັນເຂື່ອນ 4 ແມັດ, ຄອງເໜືອງ ເປັນປະເພດເບຕົງເສີມເຫຼັກຮູບໂຕ U ຕິດຕັ້ງເຄື່ອງປັ່ນໄຟ 3 ເຄື່ອງເປັນຊະນິດກົງຫັນການກໍ່ສ້າງໃຊ້ເວລາ 3 ປີ ໃຫ້ສໍາເລັດ, ມູນຄ່າກໍ່ສ້າງທັງໝົດ 10,35 ລ້ານໂດລາ, ລົງທຶນ ແລະກໍ່ສ້າງໂດຍບໍລິສັດ ໄຊພະຈັນ ຈຳກັດໂຄງການກໍ່ສ້າງໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນທັນວາ 2016 ມາຮອດປະຈຸບັນໜ້າວຽກກໍ່ສ້າງແມ່ນໄດ້ດຳເນີນໄປຕາມແຜນແຕ່ມີບາງໜ້າວຽກຈະຊັກຊ້າເລັກນອ້ຍປະຈຸບັນປະຕິ ບັດໄດ້ 100 % ຂອງໜ້າວຽກທັງໝົດ ແລະໄດ້ປ່ອຍໄຟຟ້າເຂົ້າສູ່ລະບົບໄຟຟ້າລາວເພື່ອຈ່າຍກະແສໄຟຟ້າໃຫ້ປະຊາຊົນໃນຂົງເຂດດັ່ງກ່າວໄດ້ຊົມໃຊ້.

--------------

ຂ່າວ: ກິ່ນນາລົມ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ