ລາວຟອດ ຊຸກຍູ້ໂຄງການຮ່ວມແຮງຮ່ວມໃຈປ້ອງກັນໄຟໄໝ້-ນໍ້າຮ້ອນລວກ

   ລາວ ຟອດຊີຕີ ໄດ້ມອບເງິນມູນຄ່າ 2 ພັນໂດລາ ເພື່ອສະໜັບສະໜູນໃຫ້ໂຄງການຮ່ວມແຮງຮ່ວມໃຈປ້ອງກັນໄຟໄໝ້-ນໍ້າຮ້ອນລວກ ຊຶ່ງພິທີມອບຮັບທຶນ ດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2020 ທີ່ບໍລິສັດ ລາວຟອດຊີຕີ ໂດຍການມອບຂອງທ່ານ ເວນ ແມັກອິນທອດ ຜູ້ບໍລິຫານຈັດການທົ່ວໄປຮັບໂດຍທ່ານ ນາງ ມະໂນລານ ດາລາວົງ ຮອງປະທານ ສທລຍ ແລະຕາງໜ້າຈາກສອງຝ່າຍເຂົ້າຮ່ວມ.

  ທ່ານ ເວນ ແມັກອິນທອດ ກ່າວວ່າ: ການມອບເງິນໃນຄັ້ງນີ້ເປັນການແບ່ງປັນນໍ້າໃຈຈາກບໍລິສັດ ລາວຟອດ ຊີຕີ ແລະທັງເປັນການຊ່ວຍເຫຼືອບັນເທົາທຸກໃຫ້ກັບປະຊາ ຊົນຜູ້ທຸກຍາກທີ່ກຳລັງລຳບາກ ແລະ ມີຄວາມຈຳເປັນທາງດ້ານວັດຖຸເງິນຄໍາ, ໂຄງການນີ້ປະຕິບັດໂດຍຜ່ານການຈູງໃຈ, ສະໜັບສະໜູນ ແລະ ມອບທຶນເພື່ອປະຕິບັດໂຄງການແບບສ່ວນບຸກຄົນ, ແບບກຸ່ມ, ແບບຜ່ານອົງການບໍ່ສະແຫວງຫາຜົນກໍາໄລ ແລະອື່ນໆເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້.

 ທ່ານ ນາງ ມະໂນລານ ດາລາວົງ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ ລາວຟອດຊີຕີ ທີ່ໄດ້ນໍາເງິນມາຊ່ວຍໂຄງການຮ່ວມແຮງຮ່ວມໃຈປ້ອງກັນໄຟໄໝ້-ນໍ້າຮ້ອນລວກຄັ້ງນີ້, ຊຶ່ງທຶນທີ່ໄດ້ຮັບໃນຄັ້ງນີ້ຈະຊ່ວຍເຫຼືອດ້ານຕ່າງໆເປັນຕົ້ນ: ຄ່າປິ່ນປົວ, ຄ່າກິນຢູ່ໄລຍະປິ່ນປົວ, ຄ່າລົດໄປກັບ ແລະອື່ນໆ.