ຫຼາຍພາກສ່ວນຮ່ວມບໍລິຈາກຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

 ເລີ່ມແຕ່ທ້າຍເດືອນກັນຍາ 2020 ເປັນຕົ້ນມາໄດ້ເກີດມີພາຍຸໜຸນເຂດຮ້ອນຈຳນວນຫຼາຍຄັ້ງພັດຜ່ານເຂົ້າມາໃນທົ່ວທຸກພາກຂອງ ສປປ ລາວເຮັດໃຫ້ປະຊາຊົນທີ່ອາໄສຢູ່ເຂດທີ່ມີຄວາມສ່ຽງຕ້ອງປະເຊີນກັບບັນຫາລົມພາຍຸ, ນໍ້າປ່າໄຫຼຊຸ, ນໍ້າຖ້ວມຂັງເຮືອນຊານບ້ານຊ່ອງ, ພື້ນທີ່ທຳການຜະລິດສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນຢ່າງໜັກໜ່ວງ.

  ເພື່ອເປັນກຳລັງແຮງໃຈເຮັດໃຫ້ຜູ້ທີ່ຖືກຜົນກະທົບໄດ້ຜ່ານວິກິດຄັ້ງນີ້ໄປໄດ້ດ້ວຍດີສຳນັກງານແຂວງຄຳມ່ວນຈຶ່ງໄດ້ອອກແຈ້ງການສະບັບເລກທີ 421/ຫວຂ.ຄມ ລົງວັນທີ 22 ຕຸລາ 2020 ເພື່ອ ເປີດຮັບການຮັບບໍລິຈາກເຄື່ອງ ອຸປະໂພກ-ບໍລິໂພກຈາກພາກລັດ, ອົງການຈັດຕັ້ງ ລວມເຖິງບັນດາ ບໍລິສັດ, ລັດວິສາຫະກິດ, ພໍ່ຄ້າຊາວຂາຍຕະຫຼອດເຖິງພໍ່ແມ່ປະຊາຊົນຊາວແຂວງຄຳມ່ວນເພື່ອນຳໄປຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບນໍ້າຖ້ວມໃນປີ 2020 ຢູ່ບັນດາແຂວງຕ່າງໆ ໂດຍໄດ້ເລີ່ມຮັບບໍລິຈາກຕັ້ງ ແຕ່ທ້າຍເດືອນຕຸລາ 2020 ເປັນຕົ້ນມາຊຶ່ງລວມຍອດການບໍລິຈາກມາຮອດວັນທີ 2 ພະຈິກ ນີ້ມີທັງໝົດ 70,66 ລ້ານກີບ ໃນນັ້ນປະເພດເຄື່ອງບໍລິໂພກ-ອຸປະໂພກລວມມູນຄ່າ 15,95 ລ້ານກີບ ແລະປະເພດເງິນສົດ 54,71 ລ້ານກີບ.

 ການຮັບບໍລິຈາກແມ່ນຍັງຈະສືບຕໍ່ໄປເລື້ອຍໆສຳລັບຜູ້ທີ່ສົນໃຈຢາກຈະປະກອບສ່ວນແມ່ນສາມາດເຂົ້າໄປຮ່ວມການບໍລິຈາກໄດ້ທີ່ຫ້ອງວ່າການແຂວງຄຳມ່ວນ ຫຼືຜ່ານຊ່ອງທາງອື່ນໆທີ່ສະດວກ, ສາມາດຕິຕໍ່ພົວພັນໄດ້ທີ່ເບີໂທລະສັບ 020 55601076 ແລະ 020 55222191.

--------

ຂ່າວ: ກອງຄຳ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ