ອັດຕະປື ສະຫຼອງວັນຄົນພິການແຫ່ງຊາດ ແລະວັນສາກົນຜູ້ສູງອາຍຸ

  ໃນວັນທີ 30 ຕຸລາຜ່ານມາ ແຂວງອັດຕະປື ໄດ້ຈັດພິທີສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ແລະວັນສາກົນຜູ້ສູງອາຍຸ ປະຈໍາປີ 2020 ຂຶ້ນໂດຍຈັດກິດຈະກໍາສ້າງຂະບວນການຍ່າງເພື່ອສຸຂະພາບເລີ່ມຕົ້ນຈາກປະຕູໂຂງຫໍປະຊຸມໃຫຍ່ແລ້ວຍ່າງຕາມເສັ້ນທາງອ້ອມຮອບສະໜາມແດງ ແລະກັບເຂົ້າຄືນຫໍປະຊຸມໃຫ່ຍ, ພ້ອມທັງຮັບຊົມການສະແດງສິລະປະວັນນະຄະດີຈາກໜ່ວຍສິລະປະກອງບັນຊາການທະຫານແຂວງ ແລະ ການແຂ່ງຂັນກີລາຂອງຜູ້ອາວຸໂສຢ່າງເປັນຂະບວນຄຶກຄື້ນມ່ວນຊື່ນໂດຍການເຂົ້າຮ່ວມຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ແລະຜູ້ພິການຜູ້ສູງອາຍຸ, ພະນັກງານອາວຸໂສບໍານານພ້ອມດ້ວຍມວນຊົນເຂົ້າຮ່ວມຈຳນວນຫຼາຍ.

  ທ່ານ ນາງ ອໍາຄາ ສີຫາລາດ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງຊີ້ໃຫ້ເຫັນວ່າ: ປະຈຸບັນນີ້ໃນໂລກຍັງມີຄົນພິການຫຼາຍກວ່າ 2 ຕື້ຄົນ ຫຼື ປະມານ 15% ຂອງປະຊາກອນໂລກ, ສໍາລັບຢູ່ປະເທດເຮົາຜູ້ເສຍອົງຄະ ແລະພິການມີຕົວເລກສູງພໍສົມຄວນ, ດັ່ງນັ້ນໃນປີ 2002 ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີສອງໄດ້ຈັດຂຶ້ນທີ່ເມືອງມາດຣິດປະເທດສະເປນໄດ້ຕີລາຄາຄືນສະພາບຂອງໂລກໄດ້ມີການປ່ຽນແປງຢ່າງວ່ອງໄວປະຊາກອນໂລກໄດ້ມີການຂະຫຍາຍຕົວເພີ່ມຂຶ້ນຄາດຄະເນ 50 ປີ ຂ້າງໜ້າຜູ້ສູງອາຍຸໃນເກນ 60 ປີຈະເພີ່ມຂຶ້ນ 4 ເທົ່າຕົວຈາກ 600 ລ້ານຄົນຈະເປັນ 2,4 ຕື້ຄົນ, ສ່ວນປະເທດລາວຄາດຄະເນຜູ້ສູງອາຍຸຈະເພີ່ມຂຶ້ນເປັນ 5 ແສນກວ່າຄົນ, ດັ່ງນັ້ນກອງປະຊຸມຈິງໄດ້ຖະແຫຼງການຮ່ວມ ແລະຮັບຮອງເອົາແຜນດຳເນີນງານວັນສາກົນເພື່ອຜູ້ອາຍຸສູງຢ່າງເປັນທາງການ, ມາ ຮອດປີ 2004 ກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ຄົ້ນຄວ້ານະໂຍບາຍແຫ່ງຊາດເພື່ອຜູ້ອາຍຸສູງນໍາສະເໜີລັດຖະບານເພື່ອຮັບຮອງ ແລະປະກາດໃຊ້.

  ທ່ານ ນາງ ອໍາຄາ ສີຫາລາດ ໄດ້ກ່າວຕື່ມວ່າການສ້າງຂະບວນການສະເຫຼີມສະຫຼອງສອງວັນສຳຄັນຄັ້ງນີ້ກໍເພື່ອເປັນການໂຄສະນາເຜີຍແຜ່ສຶກສາອົບຮົມໃຫ້ຄົນພິການ ແລະຜູ້ອາວຸໂສໄດ້ຮັບຮູ້ຜົນງານການເຄື່ອນໄຫວຊຸກຍູ້ສົ່ງເສີມໃຫ້ກັບຜູ້ດ້ອຍໂອກາດ ແລະການຊ່ວຍເຫຼືອດູແລເບິ່ງແຍງຈາກສັງຄົມນັບມື້ນັບຫຼາຍຂຶ້ນຕາມການຂະຫຍາຍຕົວຂອງເສດຖະກິດ ແລະຍັງເປັນໂອກາດໃຫ້ຄົນພິການ ແລະ ຜູ້ສູງອາຍຸໄດ້ພົບປະແລກປ່ຽນບົດຮຽນໃນການດຳລົງຊີວິດ ແລະ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະພັດທະນາປະເທດຊາດ.

---------

ຂ່າວ: ສຸດໃຈ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ