ເບຍລາວ ມອບໂຊກຄັ້ງໃຫຍ່ຮ່ວມສະຫຼອງ ສປປ ລາວ ຄົບຮອບ 45 ປີ

   ເພື່ອເປັນການຮ່ວມສະຫລອງສປປລາວຄົບຮອບ 45 ປີ ວັນທີ 28 ຕຸລາຜ່ານມາ ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳມອບໂຊກຄັ້ງຍິ່ງໃຫຍ່ພາຍໃຕ້ຊື່ໂຄງການ “LBC Fest 2020” ໃນນີ້ມີລາງວັນເງິນສົດ 10 ລ້ານ ຈຳນວນ10 ລາງວັນ, ລາງວັນ 5 ລ້ານກີບຈຳນວນ 20 ລາງວັນ, ລາງວັນເບຍຄາຣສະເບີກກະປ໋ອງ 1 ແກັດ ຈຳນວນ 10 ລາງວັນເບຍລາວແພັກ 6 ຈຳນວນ 20 ໂດຍເປັນກຽດການຈັບສະຫຼາກຂອງ ທ່ານ ຈັນສະໝອນ ຜ່ອງຈັນທາ ອຳນວຍການກຸ່ມຜະລິດຕະພັນ ເບຍ.

  ພາຍໃຕ້ໂຄງການດັ່ງກ່າວມີລາງວັນໃຫຍ່ຄືລົດເກັງຍີ່ຫໍ້ Mercedes Benz ລຸ້ນ CLA 200 ຈຳນວນ 1 ຄັນ, ລາງວັນເງິນສົດ 10 ລ້ານກີບມີ 200 ລາງວັນ, ລາງວັນເງິນສົດ 5 ລ້ານກີບ ມີ 600 ລາງວັນ, ນອກຈາກນີ້ຍັງມີລາງວັນເບຍຄາຣສະເບີກກະປ໋ອງ 1 ແກັດ ຈຳນວນ 2 ພັນລາງວັນ, ເບຍລາວແພັກ 6 ຈຳນວນ 6 ພັນລາງວັນທີ່ມີມູນຄ່າລາງວັນລວມທັງໝົດຫຼາຍກວ່າ 8 ຕື້ກີບ, ການແຈກລາງວັນຈະດຳເນີນໄປທຸກໆອາທິດເປັນເວລາທັງໝົດ 8 ອາທິດ ວິທີການຮ່ວມຊີງໂຊກງ່າຍໆພຽງແຕ່ທ່ານມີຝາເບຍລາວ 1 ຝາ + 3 ຝາຜະລິດຕະ ພັນອື່ນທີ່ຕ່າງກັນໂດຍນຳທັງ 4 ຝາ + ເຈ້ຍຂຽນຊື່ທີ່ຢູ່ເບີໂທໃສ່ໃນຖົງດຽວກັນ ແລະປິດຖົງໃຫ້ຮຽບຮ້ອຍແລ້ວນຳໄປປ່ອນລົງກ່ອງຊີງໂຊກທີ່ຕົວແທນຈຳໜ່າຍບໍລິສັດເບຍລາວ ແລະຮ້ານຄ້າທີ່ຮ່ວມລາຍການທົ່ວປະເທດ, ຊຶ່ງຜູ້ບໍລິໂພກສາມາດເບິ່ງລາຍລະອຽດເພີ່ມຕື່ມ, ກວດເຊັກລາຍຊື່ຜູ້ໂຊກດີ ແລະຕິດຕາມການແຈກໂຊກຜ່ານ Facebook page ທີ່: https://www.facebook.com/beerlao.

  ໂຄງການດັ່ງກ່າວໄດ້ເລີ່ມຕົ້ນມາແຕ່ວັນທີ 15 ເດືອນຕຸລາ 2020 ແລະຈະສິ້ນສຸດລົງໃນວັນທ  18 ທັນວາ 2020, ໂດຍໂຄງການລຸ້ນໂຊກນີ້ແມ່ນສະເພາະຜູ້ທີ່ມີອາຍຸ 18 ປີຂຶ້ນໄປ.