ເລຂາທິການໃຫຍ່ ໂອ້ລົມຄະນະພັກນະຄອນຫຼວງວຽງຈັນຊຸດໃໝ່

   ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ, ດ້ວຍບັນຍາກາດຟົດຟື້ນ ແລະ ມີເນື້ອໃນສໍາຄັນເລິກເຊິ່ງພາຍຫຼັງດໍາເນີນມາແຕ່ວັນທີ 28-29 ຕຸລາ 2020, ໂດຍການເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາຜູ້ແທນສົມບູນທົ່ວອົງຄະນະພັກນະຄອນຫຼວງວຽງຈັນ ຈຳນວນ 357 ສະຫາຍຍິງ 53 ສະຫາຍ,ຊຶ່ງເປັນຕົວແທນໃຫ້ສະມາຊິກພັກທົ່ວນະຄອນຫຼວງວຽງຈັນຈຳນວນ 21.800 ກວ່າສະຫາຍເຂົ້າຮ່ວມ.

   ໃນກອງປະຊຸມບັນດາສະຫາຍຜູ້ແທນສົມບູນໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະເປັນເອກະສັນຮັບຮອງເອົາບົດລາຍງານການເມືອງ ແລະແຜນພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ, ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກນະຄອນຫຼວງວຽງຈັນສະໄໝທີ VI ແລະຮັບຮອງເອົາ 3 ທັດສະນະ, 4 ທິດທາງ ແລະ 19 ຄາດໝາຍໃຫຍ່, 8 ແຜນງານ, ໂຄງການບຸກທະລຸ ແລະ 9 ໜ້າທີ່ສໍາຄັນຂອງການພັດທະນານະຄອນຫຼວງໃນໄລຍະ 5 ປີຕໍ່ໜ້າ, ຫຼັງຈາກນັ້ນ, ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນຊຸດໃໝ່, ຊຶ່ງມີຜູ້ອອກສະໝັກຮັບເລືອກຕັ້ງທັງໝົດ 46 ສະຫາຍ, ຍິງ 10 ສະຫາຍ ແລະ ເລືອກໄດ້ 41 ສະຫາຍ, ຍິງ 9 ສະຫາຍ ຊຶ່ງກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ສະໄໝທີ VII ໄດ້ເປັນເອກະສັນຢ່າງສົມບູນເລືອກຕັ້ງຄະນະກໍາມະການປະຈໍາພັກ 13 ສະຫາຍ, ຍິງ 1 ສະຫາຍ ໃນນັ້ນໄດ້ ເຫັນດີເປັນເອກະພາບກັນເລືອກເອົາສະຫາຍ ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກ, ສະຫາຍ ອານຸພາບ ຕຸນາລົມ ແລະ ສະຫາຍ ອາດສະພັງທອງ ສີພັນດອນ  ເປັນຮອງເລຂາຄະນະພັກ ແລະເລືອກ ເອົາສະຫາຍ ວິລະສັກ ນາມມຸນຕີ ເປັນ ປະທານກວດກາພັກ, ສະຫາຍ ນາງ ຄໍາໄພ ລັດສະໝີ, ສະຫາຍ ກອງດີ ສຸທໍາມະວົງ, ສະຫາຍ ບຸນສີ ກອງບຸດ ແລະສະຫາຍ ຈັນສະຫວ່າງ ຫິມມະພັນ ເປັນຮອງປະທານກວດກາຄະນະພັກ, ພ້ອມນັ້ນຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະສໍາຮອງໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ,ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້,ຊຶ່ງເລືອກໄດ້ຜູ້ແທນສົມບູນ33 ສະຫາຍ,ຍິງ 7 ສະຫາຍ,ຜູ້ແທນສໍາຮອງ 3ສະຫາຍ, ຍິງ 2 ສະຫາຍ.

   ໂອກາດດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ມີຄຳເຫັນໂອ້ລົມໂດຍໄດ້ສະແດງຄວາມຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ໃນຄັ້ງນີ້, ທັງສະແດງຄວາມຊົມເຊີຍຕໍ່ຜົນງານທີ່ນະຄອນຫຼວງວຽງຈັນຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງ, ເນັ້ນໃຫ້ບັນດາສະຫາຍໃນຄະນະພັກຊຸດໃໝ່ຍຶດໝັ້ນ ແລະປະຕິບັດຢ່າງເຂັ້ມງວດບັນດາຫລັກການລະບອບແບບແຜນວິທີນໍາພາຂອງພັກຖືເອົາຜົນປະໂຫຍດຂອງຊາດ,ຂອງປະຊາຊົນເປັນສໍາຄັນພ້ອມກັນສ້າງນະຄອນຫລວງວຽງຈັນໃຫ້ເປັນຫົວ ໜ່ວຍຍຸດທະສາດທີ່ເຂັ້ມແຂງ, ເປັນສູນກາງການເມືອງຂອງປະເທດ (ເປັນໃຈກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ຄວາມອັດສະລິຍະ, ວິ ທະຍາສາດເຕັກໂນໂລຊີ, ການເຊື່ອມໂຍງກັບສາກົນ ແລະເປັນສູນລວມຈິດໃຈຂອງປະຊາຊົນລາວທັງຊາດ); ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ; ສ້າງບ້ານໃນເທສະບານເປັນຄຸ້ມບ້ານໜ້າຢູ່, ສ້າງບ້ານໃນເຂດຊານເມືອງເປັນບ້ານພັດທະນາ ແລະກາຍເປັນຊົນນະບົດໃໝ່ທີ່ມີພື້ນຖານຫັນເປັນຕົວເມືອງໃນອະນາຄົດ, ສ້າງເມືອງໜ້າຢູ່ໃຫ້ບັນລຸ 3 ຕົວຊີ້ວັດຄື: .ສະຫງົບສຸກ, .ສະອາດ, .ສີຂຽວ ແລະແກ້ໄຂຄວາມດ້ອຍພັດທະນາດ້ານພື້ນຖານໂຄງລ່າງໃນເທສະບານໃຫ້ໄດ້ໂດຍພື້ນຖານ, ແກ້ ໄຂ, ຈັດສັນຄວາມເປັນລະບຽບຮຽບຮ້ອຍດ້ານທີ່ຢູ່ອາໄສ, ຊຸມຊົນແອອັດ ແລະດ້ານການຈະລາຈອນໃນຕົວເມືອງ ແລະຊານເມືອງ, ເອົາໃຈໃສ່ສ້ອມແປງ ແລະຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມ-ຂົນ ສົ່ງທາງບົກ ແລະລະບົບໄປສະນີໂທລະຄົມມະນາຄົມໃຫ້ມີຄຸນນະພາບດີຂຶ້ນ, ພ້ອມທັງໃຫ້ສຸມໃສ່ພັດທະນາເສດຖະກິດຂອງ ນວ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ,ຕັ້ງໜ້າເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແຜນງານ ແລະໂຄງການໃຫຍ່ລະດັບຊາດເປັນຕົ້ນໂຄງການທາງລົດໄຟ, ໂຄງການທາງດ່ວນ, ນໍາໃຊ້ກາລະໂອກາດຈາກນະໂຍບາຍໜຶ່ງແລວໜຶ່ງເສັ້ນທາງຂອງໂຄງການທາງລົດໄຟລາວ-ຈີນ, ລວມທັງການຍົກລະດັບເສັ້ນທາງ, ຂົວ ແລະການກໍ່ສ້າງທາງດ່ວນນະ ຄອນຫຼວງວຽງຈັນ-ວັງວຽງທາງດ່ວນນະຄອນຫຼວງວຽງຈັນເລກ 1 ແລະ ບັນດາເສັ້ນທາງທີ່ເປັນຕາໜ່າງໃນແລວເສດຖະກິດທີ່ເຊື່ອມໂຍງເຊື່ອມຈອດກັບບັນດາປະ ເທດອາຊຽນ.

   ໃນຕອນທ້າຍ, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ມີຄຳເຫັນກ່າວປິດກອງປະຊຸມພ້ອມທັງຢືນຢັນວ່າ: ຄະນະບໍລິຫານງານພັກນະຄອນຫຼວງວຽງຈັນຊຸດທີ VII ຈະຕັ້ງໜ້າຝຶກຝົນຫຼໍ່ຫຼອມກໍ່ສ້າງຕົນເອງໃຫ້ສົມກັບຄວາມເຊື່ອໝັ້ນຂອງຜູ້ແທນ ແລະປະຊາຊົນ, ຢືນຢັນຈະຍົກສູງຄວາມຮັບຜິດຊອບ, ຈະເປັນແບບຢ່າງນໍາໜ້າ, ເຕົ້າໂຮມທຸກກໍາລັງແຮງຂອງສັງຄົມເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ບັນລຸຄາດໝາຍ, ສໍາເລັດໜ້າທີ່ການເມືອງໃນໄລຍະໃໝ່ ແລະ ພ້ອມແລ້ວທີ່ຈະຮັບເອົາການຊີ້ນໍາຂອງສູນກາງພັກ, ລັດຖະບານ, ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດທີ່ສະຫາຍໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.