ຫຼຸດຄລິບທົດສອບຫົວເຫວີຍເມັຕ 40 ໂປຣ “ໃນລົດໃຕ້ດິນ”

  ເຖິງຈະຍັງບໍ່ຮູ້ອະນາຄົດຂອງສະມາດໂຟນຈະຕ້ອງເດີນທາງໄປໃນທິດທາງໃດແຕ່  HUA WEI ກໍສູ້ຈົນຂາດໃຈເໝືອນກັນເພາະລ້າສຸດເວັບ Weibo ເຄືອ ຂ່າຍສັງຄົມອອນລາຍທີ່ໃຫຍ່ທີ່ສຸດໃນ ສປ ຈີນໄດ້ເຜີຍແຜ່ຄລິບທີ່ອ້າງວ່າເປັນ HUAWEI Mate 40 Pro ໃນລົດໄຟໃຕ້ດິນ.

  ຊຶ່ງຈາກຄລິບຂອງ Huawei Mate 40 Pro ທີ່ເຮົາເຫັນຕົວເຄື່ອງມືຖືຈະສວມຢູ່ໃນເຄສ NDA ແຕ່ມັນກໍພໍເຮັດໃຫ້ເຮົາເດົາໄດ້ວ່າ Mate 40 ລຸ້ນໃໝ່ທີ່ໂຊຄວາມໂຄ້ງຂອງຈໍທີ່ເອີ້ນວ່າ Waterfall Screen ພ້ອມໜ້າຈໍສະແດງຜົນແບບ OLED ຄວາມລະອຽດ FDH+ 1080p ພ້ອມເຈາະຮູໜ້າຈໍເປັນແຖບຍາວສຳລັບວາງກ້ອງເຊລຟີ່ຕົວເຄື່ອງຮອບໆເດັ່ນດ້ວຍປຸ່ມເປີດ-ປິດທີ່ເນັ້ນສຽງສີແດງຖັດຈາກປຸ່ມປັບລະດັບສຽງທີ່ດ້ານຂ້າງຕົວເຄື່ອງສຳລັບສະເປັກອື່ນໆຄາດວ່າ Mate 40 ຊີຣີຈະມາພ້ອມກັບຊິບເຊັດ Kirin 9000 ເຕັກໂນໂລ ຊີຜະລິດຈາກ 5 ນາໂນແມັດ ແລະຄາດວ່າຈະຕິດຕັ້ງກ້ອງຊົງກົມທີ່ດ້ານຫຼັງທີ່ກ້ອງຫຼັກມາພ້ອມຄວາມລະອຽດ 108 ລ້ານພິກເຊລພ້ອມ ເລນ 9p ຮູບແບບອິດສະລະຄວບຄູ່ໄປກັບໂມດູລ Periscope ພ້ອມຊູມອອປຕິຄອລ 5X, ກ້ອງຕົວທີ 2 ເລນ ultrawide ແລະກ້ອງຕົວທີ 3 ເລນ Telephoto ແລະກ້ອງຕົວທີ 4 ເລນ ToF.

  ທັງນີ້ຄລິບດັ່ງກ່າວນ່າຈະເປັນການນຳ HUAWEI Mate 40 Pro ອອກມາທົດສອບຄວາມສົມບູນກ່ອນມີການເປີດໂຕຢ່າງເປັນທາງການນັ້ນເອງອີກບໍ່ດົນເຮົາຄົງໄດ້ເຫັນສະມາດໂຟນເຮືອທຸງລຸ້ນໃໝ່ໃນຕະກຸນ Mate Series.

----

ໜັງສືພິມ ເສດຖະກິດ-ສັງຄົມ