ທ່ຽວຊົມທຳມະຊາດຕາດຫ້ວຍໂຄດ

  ໃນວັນພັກຜ່ອນນີ້ທ່ານຈະໄປທ່ຽວໃສເພື່ອໃຫ້ໄດ້ບັນຍາກາດອັນລຽບງ່າຍໃນຮູບແບບຂອງທຳມະຊາດທີ່ເຕັມໄປດ້ວຍຄວາມງົດງາມ, ໜ້າປະທັບໃຈ, ຖ້າທ່ານຍັງຄິດບໍ່ອອກວ່າຈະໄປໃສຂໍແນະນຳໄປທ່ຽວຊົມສຳພັດອາກາດສົດທີ່ຕາດຫ້ວຍໂຄດ.

  ນໍ້າຕົກຕາດຫ້ວຍໂຄດເປັນອີກສະຖານແຫຼ່ງໜຶ່ງທີ່ສວຍສົດງົດງາມ ແລະມະຫັດສະຈັນອີກແຫ່ງໜຶ່ງຂອງແຂວງຫຼວງພະບາງ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ເຂົ້າມາທ່ອງຊົມນັບມື້ເພີ່ມຂຶ້ນເພາະນໍ້າຕົກຕາດແຫ່ງນີ້ມີຄວາມສູງ ແລະມີສາຍນໍ້າທີ່ຕົກລົງມາຈາກໜ້າຜາກາຍເປັນແຫຼ່ງນໍ້າທີ່ຕົກລົງມາຫຼາຍຂັ້ນຄືກັບຂັ້ນໃດເບິ່ງແລ້ວສວຍງາມຊຸ່ມເຢັນເຫັນແລ້ວຮູ້ສຶກອອນຊອນເນື່ອງຈາກມີປ່າໄມ້ປົກຄຸມທີ່ຂຽວສະອຸ້ມ ແລະ ຫຼາກຫຼາຍພັນຊຶ່ງບົ່ງບອກເຖິງຄວາມອຸດົມສົມບູນຂອງລະບົບນິເວດວິທະຍາດັ່ງນັ້ນຈຶ່ງເຮັດໃຫ້ອາກາດໃນບໍລິເວນນີ້ບໍລິສຸດ ແລະເໝາະແກ່ການຜັກຜ່ອນ.

  ເມື່ອບັນດາທ່ານໄດ້ໄປສຳພັດຕົວຈິງຈະມີຄວາມຮູ້ສຶກໂລດວ່າເຕັມອີ່ມກັບສະພາບແວດລ້ອມທີ່ສວຍງາມ ແລະມີໂງ່ນຫີນເກາະກ່າຍກັນ, ນໍ້າໃສເຢັນໆໄຫຼຜ່ານຕະຫຼອດໃນຊ່ວງລະດູຝົນ, ອ້ອມສອງຝາກຕາດຈະເຕັມໄປດ້ວຍຕົ້ນໄມ້ໃຫຍ່-ນ້ອຍຕັ້ງຢັ້ງຢາຍຢູ່ເປັນແຖວກໍວ່າໄດ້, ສໍາລັບນໍ້າຕົກຕາດຫ້ວຍໂຄດຕັ້ງຢູ່ບ້ານຫ້ວຍໂຄດ ເມືອງຊຽງເງິນຫ່າງຈາກຕົວເມືອງຫຼວງພະບາງປະມານ 30 ກິໂລແມັດ.

ຂ່າວ: ວົງມະນີ ເສດຖະກິດສັງຄົມ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ