ຝຶກອົບຮົມການນຳໃຊ້ໄອຊີທີໃຫ້ຜູ້ບໍລິຫານການສຶກສາ

  ວັນທີ 26-30 ຕຸລາ 2020 ທີ່ສູນໄອຊີທີແຂວງຫຼວງພະບາງໄດ້ຈັດກອງປະຊຸມຝຶກອົບຮົມສ້າງຂີດຄວາມສາມາດການນຳໃຊ້ ICT ສຳລັບຜູ້ບໍລິຫານການສຶກສາໂຮງ ຮຽນມັດທະຍົມພາຍໃນນະຄອນຫຼວງພະບາງຄັ້ງທີ I ໃນຫົວຂໍ້ ການນຳໃຊ້ຄອມພິວເຕີຂັ້ນພື້ນຖານ Social media ໂດຍການເປັນປະທານຂອງທ່ານ ວົງເພັດ ອຸດົມລິດຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ທ່ານ ນາງ ບຸນທະວີ ຈັນທະວົງສາ ຫົວໜ້າສູນໄອຊີທີ, ມີຜູ້ອໍານວຍການ-ຮອງອຳນວຍການໂຮງຮຽນ ແລະພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

  ການຝຶກອົບຮົມຄັ້ງນີ້ເພື່ອເຮັດໃຫ້ຜູ້ບໍລິຫານການສຶກສາຂັ້ນໂຮງຮຽນມີຄວາມເຂົ້າໃຈ ແລະສາມາດນຳໃຊ້ ICT ເພື່ອພັດທະນາວຽກງານບໍລິຫານຈັດການ, ການຄຸ້ມຄອງ ແລະລະບົບການລາຍງານໃຫ້ດີຂຶ້ນໂດຍສະເພາະການຈັດການຮຽນ-ການສອນ, ການຄຸ້ມຄອງຖານຂໍ້ມູນ, ການລາຍງານວຽກງານຕ່າງໆໃຫ້ທ່ວງທັນກັບສະພາບການ, ຖືກຕ້ອງ, ຊັດເຈນ ແລະມີປະສິດທິພາບສູງຂຶ້ນເລື້ອຍໆ.

ສໍາລັບຜູ້ທີ່ເຂົ້າຮ່ວມຝຶກອົມຮົມດັ່ງກ່າວຈະໄດ້ຮຽນຮູ້ກ່ຽວກັບ Microsoft Word,ການສ້າງເອກະສານ,ການພິມຕົວໜັງສື,ການປ່ຽນຟ໋ອນ ແລະຂະໜາດຕົວໜັງສື, ການບັນທຶກຂໍ້ມູນຕ່າງໆ, ການແນະນຳ Microsoft Excel ແລະ Social media, ນອກນັ້ນຍັງໄດ້ຮຽນຮູ້ເຖິງການສ້າງ ແລະ ການນຳໃຊ້ Facebook, WhatsApp ໃນການຮັບ-ສົ່ງຂໍ້ມູນ,  ເອກະສານດ້ວຍຄອມພິວເຕີ ແລະການນຳໃຊ້ google driver ໃນການຈັດເກັບຂໍ້ມູນໄຟລ໌ເທິງອິນເຕີເນັດ ແລະ ແຊຣລີ້ງຂໍ້ມູນໄຟລ໌.