ກອງປະຊຸມຜູ້ບໍລິຫານການສຶກສາສົງແຂວງບໍ່ແກ້ວ

  ກອງປະຊຸມຜູ້ບໍລິຫານສຶກສາສົງແຂວງບໍ່ແກ້ວໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 27 ຕຸລາຜ່ານມາທີ່ຫ້ອງປະຊຸມພະແນກໄປສະນີໂທລະຄົມມະນາຄົມ ແລະການສື່ສານແຂວງບໍ່ແກ້ວພາຍໃຕ້ການເປັນປະທານຂອງພະຫຼັກຄໍາລັດຕະນະມະນີໂຊຕິກາຈານ ອາດຍາທຳຄຳເງິນ ຄຳວົງ ກຳມາການສູນກາງແນວລາວສ້າງຊາດ, ຄະກຳມະ ການບໍລິຫານງານສູນກາງ ອພສ ເຈົ້າຄະນະແຂວງບໍ່ແກ້ວ ພະປຣີຊາສາສະນະໂຊພົນມຸນີ ໄຊຍະພອນ ສີປັນຍາ ຫົວໜ້າກໍາມາທິການສຶກສາສົງແຂວງຮອງເຈົ້າຄະນະແຂວງບໍ່ແກ້ວ, ທ່ານ ຫຼອດສະທິດ ສຸຂະຜົນຮອງຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງມີຮອງເຈົ້າຄະນະແຂວງ, ເຈົ້າຄະນະເມືອງ ຮອງເຈົ້າຄະນະເມືອງ 5 ເມືອງ,ເຈົ້າອະທິການວັດ ແລະບັນດາຫົວໜ້າ,ຮອງຫົວໜ້າພະແນກການຕ່າງໆທີ່ກ່ຽວຂ້ອງ,ຫົວໜ້າຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາ ເມືອງ 5 ເມືອງ , ອຳນາດການປົກ ຄອງບ້ານ, ແນວໂຮມບ້ານ ແລະອາຈານວັດແຕ່ລະຫົວວັດພາຍໃນເທສະບານແຂວງ ແລະບັນດາເມືອງເຂົ້າຮ່ວມ. 

  ກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະປະກອບຄໍາຄິດເຫັນຢ່າງເລິກເຊິ່ງຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດແຜນການສຶກສາສົງ ແຂວງປະຈຳປີ 2019– 2020 ແລະແຜນການຂອງຂະແໜງການຍ່ອຍປະຈຳປີ 2020- 2021 ເພື່ອເຮັດໃຫ້ວຽກງານການສຶກສາສົງ 5 ປີ 2020–2025 ແລະ ການພັດທະນາການສຶກສາດຳເນີນຖືກຕ້ອງຕາມແຜນພັດທະນາເສດຖະກິດ-ສັງຄົມຮັບປະກັນທັງປະລິມານ ແລະຄຸນນະພາບ, ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນການສຶກສາສົງ ແຂວງປະຈຳສົກຮຽນ 2019-2020 ແລະແຜນການຂອງຂະແໜງການບ່ອບປະຈຳປີ 2020-2021 ໄດ້ຍົກໃຫ້ເຫັນດ້ານດີຜົນງານດ້ານອ່ອນຂໍ້ຄົງຄ້າງ ແລະບາງບົດຮຽນທີ່ຖອດຖອນໄດ້; ທົ່ວແຂວງມີໂຮງຮຽນມັດທະຍົມສຶກສາສົມບູນສົງແຂວງ 1 ແຫ່ງສົກຮຽນ 2019-2020 ມີນັກຮຽນຈົບຊັ້ນ ມ4 ມີ 56 ອົງ, ຊັ້ນ ມ7 ມີ 25 ອົງນັກຮຽນສົງທີ່ຮຽນຮ່ວມກັບຝ່າຍຄະລືຫັດໃນຊັ້ນປະຖົມມີ 34 ອົງ, ມ ຕົ້ນ ມີ 238 ອົງ, ຊັ້ນ ມ ປາຍ 46 ອົງ ແລະ ກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ພະນັກ ງານທີ່ມີຜົນງານດີເດັ່ນປະຈໍາປີຂັ້ນກະຊວງສຶກສາທິການ ແລະກີລາຈຳນວນ 20 ໃບ, ຂັ້ນເຈົ້າຄະນະແຂວງຈຳນວນ 22 ໃບ.

  ໂອກາດນີ້ເຈົ້າຄະນະແຂວງບໍ່ແກ້ວໄດ້ມີຄໍາເຫັນໂອ້ລົມຮຽກຮ້ອງໃຫ້ຄະນະສົງ, ຜູ້ບໍລິຫານການສຶກສາສົງພະແນກການທີ່ກ່ຽວຂ້ອງ, ບັນດາເມືອງ ແລະຮາກຖານບ້ານຈົ່ງເພີ່ມທະວີເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະພິກຂຸສົງສາມະເນນຕະຫຼອດຮອດອຸປະສົກອຸປາສິກາລາວບັນດາເຜົ່າທຸກຊັ້ນຄົນໃຫ້ມີແນວຄິດຫຼັກໝັ້ນເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດກໍຄືຫຼັກທັມຄໍາສອນຂອງພະພຸດທະສາສະໜາ, ສ້າງທຸກເງື່ອນໄຂໃຫ້ຕົນເອງກາຍເປັນຄົນຮູ້ຜູ້ດີຂອງປະເທດຊາດບ້ານເມືອງເປັນທີ່ໄວ້ເນື້ອເຊື່ອໃຈຂອງຊາວພຸດພ້ອມກັນປະຕິບັດຕາມເຫຼັກທຳວິໄນກຳນົດໄວ້ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະບັນດາພະແນກການທີ່ກ່ຽວຂ້ອງຈົ່ງເປັນເຈົ້າການມີສວນຮ່ວມໃນທຸກຂົງເຂດວຽກງານພ້ອມກັນປະຕິບັດຕາມມະຕິຂອງກອງປະຊຸມຄັ້ງນີ້ໃຫ້ເຂັ້ມງວດ ແລະນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເປັນກ້າວໆ.