3 ບໍລິສັດ ຮ່ວມທຸລະກິດເຊື່ອມຕໍ່ລະບົບການຊຳລະຜ່ານເອັມມັນນີ

 ວັນທີ 28 ຕຸລາຜ່ານມາທີ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດລະຫວ່າງທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ, ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການບໍລິສັດ ພີທີທີ ລາວຈຳກັດ ແລະທ່ານ ວີເພັດ ສີຫາຈັກຣ໌ ປະທານບໍລິສັດ ລາວເບເວເຣດຊ ຈຳກັດຜູ້ດຽວ ໂດຍມີທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນພ້ອມດ້ວຍພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ.

 ຈຸດປະສົງການເຊັນສັນຍາຄັ້ງນີ້ເພື່ອເປີດຕົວຄູ່ຮ່ວມທຸລະກິດທັງ 2 ບໍລິສັດຄື: ບໍລິສັດ ພີທີທີ ລາວຈໍາກັດ ແລະບໍລິ ສັດລາວ ເບເວີເຣຊ ຈຳກັດຜູ້ດຽວຢ່າງເປັນທາງການໂດຍເຊື່ອມຕໍ່ລະບົບການຊຳລະຜ່ານກະເປົາເງິນເທິງມືຖື M Money ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ, ອຳນວຍຄວາມສະດວກໃຫ້ລູກຄ້າ ແລະຄູ່ຮ່ວມທຸລະກິດໃນການຊຳລະເງິນຮູບແບບໃໝ່ຜ່ານກະເປົາເງິນດີຈີຕອລເທິງມືຖື M Money ທີ່ມີຄວາມທັນສະໄໝ, ສະດວກ, ງ່າຍ, ວ່ອງໄວ ແລະປອດໄພໄດ້ມາດຕະ ຖານສາກົນພາຍໃຕ້ຄຳຂວັນໃຫ້ຊີວິດງ່າຍຂຶ້ນຕາມຍຸກດີຈີຕອລ.


   ບໍລິການຂອງ ບໍລິສັດ ພີທີທີ ລາວ ຈຳກັດ ທີ່ຮັບຊຳລະຜ່ານກະເປົາເງິນເທິງມືຖືເອັມມັນນີລວມມີການຕື່ມນໍ້າມັນທີ່ປໍ້ານໍ້າມັນພີທີທີທຸກປໍ້າທົ່ວປະເທດ, ການປ່ຽນນໍ້າ ມັນເຄື່ອງ PTT Lubrican, ສູນບໍລິການລົດຍົນ Fit Auto, ສູນບໍລິການລົດຍົນ Pro Check, ຮ້ານຄ່າເຟອາເມຊອນ, ຮ້ານເຂົ້າປຽກປູປາກເຊ, ຮ້ານຊານົມໄຂ່ມຸກເພີລີ້ທີ.
   ສ່ວນ ບໍລິການຂອງ ບໍລິສັດ ລາວເບ ເວີເຣຊ ຈຳກັດຜູ້ດຽວທີ່ຮັບຊຳລະຜ່ານກະເປົາເງິນເທິງມືຖືເອັມມັນນີລວມມີຮ້ານອາຫານ MK (ສາຂາ 1, 2), ຮ້ານ Daiso ( ສາຂາ 1, 2 ), ຮ້ານ Miya zaki, ຮ້ານ Delilao Coffee ແລະຮ້ານ Hard Rock Cafe.
  ການຮ່ວມມືທາງທຸລະກິດໃນຄັ້ງນີ້ເປັນບາດກ້າວໜຶ່ງທີ່ສຳຄັນ ແລະເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃໝ່ຜ່ານກະເປົາເງິນດີຈີຕອລເທິງມືຖື M Money ເຂົ້າໃນຫົວໜ່ວຍທຸລະກິດທີ່ທັນສະໄໝ ແລະມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດເປັນສ່ວນໜຶ່ງໃນການສ້າງທ່າແຮງ,ຊຸກຍູ້, ເສີມສ້າງ ແລະຜັນຂະຫຍາຍເສດຖະກິດດີຈີຕອລ, ຫຼຸດຜ່ອນການນຳໃຊ້ເງິນສົດຕາມແຜນພັດທະນາເສດຖະກິດດີຈີຕອລຂອງພັກ-ລັດ ໃຫ້ປາກົດຜົນເປັນຈິງຕາມວິໄສທັດຂອງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການໆເງິນດີຈີຕອລໃນ ສປປ ລາວ.