ນໍ້າດື່ມໂລມາຄຳຮັບລາງວັນທຸລະກິດດີເດັ່ນອາຊຽນ

  ຜົນຈາກການດຳເນີນທຸລະກິດ ແລະມີນໍ້າໃຈເສຍສະຫຼະໃຫ້ການຊ່ວຍເຫຼືອ ສັງຄົມຢ່າງຕໍ່ເນື່ອງໂດຍສະເພາະແມ່ນການມີສ່ວນຮ່ວມແກ້ໄຂຄົນຂໍທານຢູ່ 2 ບ້ານເມືອງຈຳພອນ ແຂວງສະຫວັນນະເຂດຂອງເຈົ້າຂອງໂຮງງານນໍ້າດື່ມ-ນໍ້າກ້ອນໂລມາຄຳຈົນໄດ້ຮັບການຍ້ອງຍໍຊົມເຊີຍໃນຂັ້ນຕ່າງໆຢ່າງຫຼວງຫຼາຍໃນຜ່ານມາຫຼ້າສຸດກໍໄດ້ຮັບລາງວັນທຸລະກິດດີເດັ່ນອາຊຽນແຫ່ງ ສປປ ລາວ ປະ ຈຳປີ 2020 ຊຶ່ງເປັນລາງວັນປະເພດບູລິມະສິດດີເດັ່ນສາຂາຂະແໜງອາຫານ ແລະເຄື່ອງດື່ມໂດຍມີພີທີຢ່າງເປັນທາງ ການທີ່ນະຄອນຫຼວງວຽງຈັນ ເມື່ອທ້າຍອາທິດທີ່ຜ່ານມານີ້ໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນໃຫ້ກຽດຕາງໜ້າມອບ ແລະຮັບໂດຍທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ-ນໍ້າກ້ອນໂລມາຄຳ.


  ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ-ນໍ້າກ້ອນໂລມາຄຳກ່າວວ່າ: ໃນໄລຍະການດຳເນີນທຸລະກິດຫຼາຍສິບປີຜ່ານມາ, ທາງໂຮງງງານພວກເຮົາກໍ່ໄດ້ມີການປະກອບສ່ວນຊ່ວຍເຫຼືອສັງຄົມມາໂດຍຕະຫຼອດໂດຍໄດ້ດຳເນີນທຸລະກິດຕິດພັນກັບການຊ່ວຍເຫຼືອສັງຄົມຊື່ງໃນຊຸມປີຜ່ານມານີ້, ໄດ້ມີໂອກາດເປັນສ່ວນຮ່ວມນຳອົງການຈັດຕັ້ງພັກ-ລັດໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ ບ້ານຄຳປ່າແໜ ແລະບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ.


   ໂຄງການນີ້ໄດ້ຫັນປ່ຽນຊີວິດຂອງຄອບຄົວທຸກຍາກຢູ່ສອງບ້ານດັ່ງກ່າວຈຳນວນ 111 ກວ່າຄອບຄົວ, 600 ກວ່າຄົນ ໃນນັ້ນມີຄອບຄົວຈຳນວນໜຶ່ງແມ່ນຍັງຫາກິນແບບເລື່ອນລອຍຫາຂໍທານ ແລະຂາດພື້ນຖານໂຄງລ່າງໂດຍທາງໂລມາຄຳພວກເຮົາກໍ່ໄດ້ເຂົ້າມາມີສ່ວນຮ່ວມໃນການຈັດສັນທີ່ຢູ່ອາໄສ, ຈັດສັນພື້ນຖານໂຄງລ່າງຕ່າງໆໃຫ້ເຂົາເຈົ້າເພື່ອຖອຍຫ່າງຈາກການຂໍທານຫັນສູ່ອາຊີບຄົງທີ່.
  ທັງນີ້ຕົນເອງ ແລະທີມງານໄດ້ສຸມທັງທຶນຮອນ, ເຫື່ອແຮງ ແລະສະຕິປັນຍາພັດທະນາຢ່າງຈິງໃຈ ແລະບໍ່ຮູ້ອິດຮູ້ເມື່ອຍຈົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກວ່າ 100 ຄອບຄົວເປົ້າໝາຍປ່ຽນແປງຢ່າງຈະແຈ້ງ, ມີທີ່ຢູ່ອາໄສຖາວອນ, ມີອາຊີບທີ່ໝັ້ນຄົງ, ມີຊັບສິນເປັນຂອງຕົນເອງ,ມີຊີວິດການເປັນຢູ່ດີຂຶ້ນພ້ອມທັງສາມາດເຂົ້າເຖິງການສຶກສາ ແລະສາທາລະນະສຸກໂດຍທາງໂຮງງານນໍ້າດື່ມ-ນໍ້າກ້ອນໂລມາຄຳໄດ້ໃຊ້ເງິນຂອງທາງໂຮງງານເຂົ້າໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ຈຳນວນ 15 ຕື້ກວ່າກີບ.


  ທ່ານ ເກຍ ອູ໊ສິດທິເດດ ກ່າວໃຫ້ຮູ້ຕື່ມອີກວ່າ: ສຳລັບວິໄສທັດຂອງຕົນເອງໃນການດຳເນີນທຸລະກິດເພື່ອໃຫ້ມີການພັດທະນາ ແລະກ້າວມາເຖິງຈຸດນີ້ໄດ້ຍ້ອນພວກເຮົາເນັ້ນພັດທະນາທຸລະກິດໃຫ້ຍືນຍົງ, ສິນຄ້າໄດ້ມາດຕະຖານ ແລະມີຄຸນນະພາບຄຽງຄູ່ກັບການປະກອບສ່ວນຊ່ວຍເຫຼືອສັງຄົມ ແລະການໄດ້ຮັບລາງວັນທີ່ຊົງກຽດດັ່ງກ່າວເປັນແຮງຊຸກຍູ້ເຮັດໃຫ້ຕົນ ແລະ ຄອບຄົວສືບຕໍ່ດຳເນີນທຸລະກິດໃຫ້ຂະຫຍາຍຕົວຄຽງຄູ່ກັບການປະກອບສ່ວນຊ່ວຍເຫຼືອສັງຄົມຕາມທ່າແຮງ ແລະເງື່ອນໄຂຕື່ມອີກໃນອະ ນາຄົດຕໍ່ໜ້າ.