ຕົ້ນໝາກຜູ້ໝາກແມ່ ມີສັບພະຄຸນເປັນຢາແກ້ໄຂ້ຫວັດ

  ຕົ້ນໝາກຜູ້ໝາກແມ່ຈັດເປັນພັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-3 ແມັດ ນໍາປູກເປັນໄມ້ປະດັບເພາະເປັນໄມ້ທີ່ມີໃບສວຍງາມ, ຮາກມີສັບພະຄຸນເປັນຢາຟອກເລືອດ, ໃບມີສັບພະຄຸນເປັນຢາແກ້ໄຂ້ຫວັດ, ໄຂ້ຫວັດໃຫຍ່, ແກ້ອາການເຈັບກະເພາະ, ດອກໃຊ້ເປັນຢາແກ້ປະຈໍາເດືອນມາຫຼາຍ, ດອກສົດນໍາມາຕໍ່າໃຫ້ລະອຽດໃຊ້ເປັນຢາຫ້າມເລືອດ, ແກ້ພະຍາດຜິວໜັງ ແລະຮັກສາພະຍາດວັນນະໂລກປອດ.

  ວິທີ ແລະປະລິມານທີ່ໃຊ້ເຮັດຢາ: ແກ້ພະຍາດຜິວໜັງໂດຍໃຊ້ໃບສົດ 1 ກໍາມື, ຕົ້ມໃນນໍ້າແລ້ວໃຊ້ອາບ ຫຼືຕໍາໃບສົດໃຫ້ລະອຽດພອກ ຫຼືທາບໍລິເວນທີ່ເປັນບາດແຜ່, ແກ້ພະຍາດວັນນະໂລກປອດ, ໄອເປັນເລືອດໂດຍໃຊ້ດອກສົດ 30 ກຣາມ ຫຼື ດອກແຫ້ງ 30 ກຣາມ ນໍາມາຕົ້ມເອົານໍ້າດື່ມ ຫຼືໃຊ້ດອກສົດຕໍາໃຫ້ລະອຽດພອກແກ້ແຜບວມຈາກການກະທົບ, ໃຊ້ຫ້າມເລືອດ ແລະເປັນຢາແກ້ອາການເຈັບກະເພາະໂດຍໃຊ້ໃບສົດປະມານ 15-30 ກຣາມ ນໍາມາຕົ້ມເອົານໍ້າກິນ.