ຕາດນໍ້າຍອນ ຄວາມສວຍງາມຂອງທໍາມະຊາດ

  ຕາດນໍ້າຍອນເຫັນວ່າໄດ້ຮັບຄວາມສົນໃຈຫຼາຍພໍສົມຄວນຈາກບັນດານັກທ່ອງທ່ຽວທີ່ສໍາຄັນທໍາມະຊາດອ້ອມຕາດແມ່ນສຸດແສນສວຍງາມຕາດນໍ້າຍອນເປັນສະຖານທີ່ທ່ອງທ່ຽວທີ່ມີມາແຕ່ດົນນານຈົນກາຍເປັນທີ່ຮັບຮູ້ຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃນປະຈຸບັນກໍ່ໄດ້ມີການພັດທະນາທາງດ້ານສິ່ງອຳນວຍຄວາມສະດວກໄວ້ຮອງຮັບນັກທ່ອງທ່ຽວທີ່ໄດ້ມາທ່ຽວຊົມ.

  ຕາດນ້ໍ້າຍອນເປັນສະຖານທີ່ທ່ອງທ່ຽວອີກແຫຼ່ງໜຶ່ງທີ່ໂດດເດັ່ນຊຶ່ງເປັນຕາດທີ່ມີຄວາມສູງຊັນທີ່ເຕັມໄປດ້ວຍປ່າໄມ້ອັນດົກໜາ ແລະຂຽວງາມອຸ່ມທຸ່ມປົກຄຸມໄປທົ່ວທຸກບ່ອນເມື່ອຍາມຕອນເຊົ້າແນມໄປກໍຈະເຫັນເປັນໝອກເມກຂາວໆໄຫຼລ່ອງລອຍອ້ອມຮອບບໍລິເວນຕາດທີ່ສູງຊັນແຫ່ງນັ້ນ, ນອກນັ້ນມີທິວທັດທໍາມະຊາດອັນສວຍສົດງົດງາມທີ່ອຸດົມສົມບູນໄປດ້ວຍປ່າໄມ້ອັນດົກໜາ ແລະຂຽວງາມອຸ່ມທຸ່ມປົກຄຸມໄປທົ່ວບໍລິເວນຕາດເຮັດໃຫ້ອາກາດເຂດນີ້ປອດໂປ່ງສົດໃສດີມີສາຍລົມພັດຜ່ານມາຕາມຮ່ອມຜາປ່າໄມ້ຕະຫຼອດເວລາພາໃຫ້ຈິດໃຈສົດຊື່ນ.

  ນໍ້າຕົກຕາດທີ່ວ່ານີ້ນັກທ່ອງທ່ຽວສາມາດລົງຫຼິ້ນນໍ້າທີ່ເຢັນສະບາຍໄດ້ຢູ່ບໍລິເວນກ້ອງນໍ້າຕົກ, ສ່ວນຢູ່ດ້ານລຸ່ມຂອງຕາດກໍມີໂງ່ນຫີນໄວ້ໃຫ້ທ່ານໄດ້ນັ່ງພັກ ຜ່ອນຢ່ອນໃຈນອກຈາກຄວາມສວຍງາມເຫຼົ່ານັ້ນແລ້ວຍັງເປັນແຫຼ່ງທ່ອງທ່ຽວຕາກອາກາດ, ຍ່າງປ່າຊົມທິວທັດທຳມະຊາດ, ຊຶ່ງສະຖານທີ່ຕາດນໍ້າຍອນຕັ້ງຢູ່ທາງທິດເໜືອຂອງເມືອງຫ້ວຍຊາຍ, ຫ່າງຈາກເທສະບານແຂວງປະມານ 25 ກິໂລແມັດ.