ຖວທ ແລະອົງການກາແດງລາວລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

  ໃນລະຫວ່າງວັນທີ 23-24 ຕຸລາຜ່ານມານີ້ທີ່ຫໍວັດທະນະທຳແຫ່ງຊາດ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວຮ່ວມກັບອົງການກາແດງລາວໄດ້ຈັດກິດຈະກໍາຮັບບໍລິຈາກເພື່ອລະດົມທຶນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງພາກກາງ ແລະພາກໃຕ້ຊຶ່ງນຳພາໂດຍທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ,ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ບົວໄລ ພານຸວົງ ວ່າການຫົວໜ້າຫ້ອງການ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວກ່າວວ່າ: ການຈັດກິດ ຈະກຳຮັບບໍລິຈາກວັດຖຸປັດໃຈເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງພາກກາງ ແລະພາກໃຕ້ໃນຄັ້ງນີ້ໂດຍໄດ້ຮັບການຊີ້ນຳຈາກສູນກາງຊາວໝຸ່ມປະຊາຊົນປະຕິວັດ ລາວ, ປຸກລະດົມຊຸກຍູ້ກະຊວງອົງການຈັດຕັ້ງທັງພາກລັດ ແລະເອກະຊົນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະປະຊາຊົນລາວບັນດາເຜົ່າຮ່ວມຈິດຮ່ວມໃຈກັນເພື່ອຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມ.

  ສຳລັບເຄື່ອງທີ່ໄດ້ຮັບບໍລິຈາກໃນຄັ້ງນີ້ປະກອບມີເຂົ້າສານຈຳນວນ 3 ໂຕນ, ນໍ້າດື່ມ 492 ແພັກ,ໝີ່ 306 ແກັດ, ປາກະປ໋ອງ 247 ແພັກ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ ແລະເຄື່ອງໃຊ້ສອຍທີ່ຈຳເປັນຕ່າງໆລວມມູນຄ່າ 100 ລ້ານກີບ ຊຶ່ງໄດ້ຖືກນຳສົ່ງໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນພາກກາງ ແລະພາກໃຕ້ເມື່ອວັນທີ 26 ຕຸລາຜ່ານມານີ້.