ທ່າແຕງ ສັບຊ້ອນຕຳແໜ່ງງານຈຸດສຸມພັດທະນາທີ 3

  ການຍົກຍ້າຍສັບຊ້ອນປ່ຽນແທນຕຳແໜ່ງງານຂອງພະນັກງານແຕ່ລະຂັ້ນແມ່ນເລື່ອງປົກກະຕິ ແລະຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກ-ລັດໃນໄລ ຍະໃໝ່ເພື່ອເຮັດໃຫ້ວຽກງານໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງໂດຍໃນວັນທີ 21 ຕຸລາ 2020 ໄດ້ຈັດພິທີມອບ-ຮັບຫົວໜ້າເຂດຈຸດສຸມພັດທະນາທີ 3 ລະຫ່ວາງທ່ານ ບົວໄຂ ໄຊຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງເມືອງທ່າແຕງຜູ້ເກົ່າໄປຮັບໜ້າທີ່ໃໝ່ເປັນຫົວໜ້າເຂດຈຸດສຸມພັດທະນາທີ 3 ໃນຂະນະທີ່ທ່ານ ສີສົມພາ ໄຊແກ້ວຍະວົງ ກຳມະການພັກເມືອງໄປຮັບໜ້າທີ່ໃໝ່ເປັນເລຂາຄະນະບໍລິຫານງານຊາວໜຸ່ມເມືອງທ່າແຕງໂດຍມີທ່ານ ລົດແກ້ວ ເພັງພູນສະຫວັດ ປະທານແນວລາວສ້າງຊາດເມືອງທ່າແຕງ, ແຂວງເຊກອງ ມີຫ້ອງການທີ່ກ່ຽວຂ້ອງ, ອຳນາດການປົກຄອງ 11 ບ້ານເຂົ້າຮ່ວມ.

 ທ່ານ ສີສົມພາ ໄຊແກ້ວຍະວົງ ຫົວໜ້າເຂດຈຸດສຸມພັດທະນາທີ 3 ກະປື (ຜູ້ເກົ່າ) ໄດ້ລາຍງານຜົນສຳເລັດການເຄື່ອນໄຫວຈັດຕັ້ງປະຕິບັດຕະຫຼອດໄລຍະ 2 ປີ2018 -2020ຜ່ານມາ: ໂດຍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງສຳເລັດຫຼາຍດ້ານເປັນຕົ້ນ, ກອງປະຊຸມໃຫຍ່ໜ່ວຍພັກຂັ້ນບ້ານສຳເລັດ 15 ໜ່ວຍພັກ,ກອງປະຊຸມແນວ ລາວສ້າງຊາດ, ນັກຮົບເກົ່າ, ແມ່ຍິງ, ຊາວໜຸ່ມໄດ້ 9 ບ້ານ, ກໍ່ສ້າງຫ້ອງການບ້ານໄດ້ສອງຫຼັງຄື: ບ້ານແສນ ແລະ ບ້ານກຳກອກພ້ອມທັງປັບປຸງສ້ອມແປງຫ້ອງການເຂດຊຸກຍູ້ວຽກງານກອງທຶນສອງກຳລັງປະກອບອາວຸດໄດ້ 10 ບ້ານ ເປັນເງິນ78,62 ລ້ານກີບ ແລະໄດ້ປະຕິບັດ4 ເນື້ອໃນ4 ຄາດໝາຍຕິດພັນກັບມະຕິແຕ່ລະຂັ້ນວາງອອກໃນແຕ່ລະໄລຍະໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ້ວາງຂວາງ.

 ທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນການຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະ 2 ປີຜ່ານມາ ແລະຍັງໄດ້ເນັ້ນໃຫ້ຫົວໜ້າເຂດຈຸດສຸມພັດທະນາທີ 3 ກະປືຜູ້ໃໝ່) ຈົ່ງສືບຕໍ່ປະຕິບັດວຽກງານທີ່ພັກ-ລັດມອບໝາຍໃຫ້ໄດ້ຮັບຜົນສຳເລັດຢ່າງສູງ.

 ຂ່າວ: ລັດຕະນະ ຄຳສົມພູ 

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ