ຫົວພັນ ຮັບຮອງຫົວເມືອງ ເປັນເມືອງສາມັກຄີປອງດອງ

  ພິທີຮັບຮອງເອົາເມືອງຫົວ ເມືອງແຂວງຫົວພັນ ເປັນເມືອງສາມັກຄີປອງດອງໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2020 ຢູ່ສະໜາມກີລາເມືອງຫົວເມືອງໂດຍໃຫ້ກຽດເຂົ້າ ຮ່ວມຂອງທ່ານ ວັນໄຊ ແພງຊຸມ ມາເຈົ້າແຂວງໆຫົວພັນ, ທ່ານ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນສູນ ກາງ, ແຂວງ, ເມືອງຕະຫຼອດຮອດພະນັກງານລັດຖະກອນ, ກອງກຳລັງ ປກສ, ປກຊ ແລະກ້ອນກຳລັງຕາງໜ້າປະຊາຊົນບັນດາເຜົ່າພາຍໃນເມືອງຫົວເມືອງເຂົ້າຮ່ວມຢ່າງພ້ອມພຽງ.

  ທ່ານ ອ່ອນພັນ ທອງທິດາ ເລຂາພັກເມືອງ, ເຈົ້າເມືອງຫົວເມືອງລາຍງານໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ,ກໍຄືການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງລັດ, ແມ່ນການປະຕິບັດບົດບາດປຸກລະດົມກຳລັງແຮງຂອງທົ່ວປວງຊົນເຂົ້າຮ່ວມເພື່ອຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ກໍແມ່ນໜຶ່ງໃນມາດຕະຖານສ້າງຄອບຄົວພັດທະນາຂອງລັດຖະບານ (2016- 2020) ເຊິ່ງຕິດພັນກັບຂະບວນ ແຂ່ງຂັນຮັກຊາດ ແລະພັດທະນາຕາມທິດສາມສ້າງສະນັ້ນ, ຄະນະພັກ, ອົງການປົກຄອງເມືອງຫົວເມືອງໄດ້ວາງທິດທາງ, ເປົ້າໝາຍ ແລະມາດຕະການ-ວິທີການໃນ ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໂດຍການຫັນເອົາພະນັກງານຫຼັກແຫຼ່ງ, ພະນັກງານວິຊາການລົງກໍ່ສ້າງ ຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍໃນແຕ່ລະໄລຍະໂດຍ ຕິດພັນກັບການປັບປຸງ, ກໍ່ສ້າງ ແລະຍົກສູງຄວາມສາມາດນຳ ພາຂອງອົງຄະນະທຸກຂັ້ນເລີ່ມຈາກຮາກຖານພັກບ້ານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນບົນພື້ນຖານການປະຕິບັດພາລະບົດບາດ-ສິດໜ້າທີ່ການຄຸ້ມຄອງ-ບໍລິ ຫານບ້ານຕາມລະບຽບກົດໝາຍຖືຜົນປະໂຫຍດຂອງປະຊາຊົນເປັນົກ, ຮັບປະກັນຄວາມສະເໝີພາບ ແລະ ຄວາມຍຸຕິທຳໃນສັງຄົມ, ເສີມຂະຫຍາຍສິດເປັນເຈົ້າ ແລະຕອບສະໜອງຜົນປະໂຫຍດຂອງປະຊາຊົນດ້ວຍການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການດຳລົງຊີວິດ, ການຜະລິດເປັນສິນຄ້າ ແລະ ການທຳມາຫາກິນຕິດພັນກັບການເສີມຂະຫຍາຍມູນເຊື້ອຄວາມສາມັກຄີປອງດອງລະຫວ່າງເຜົ່າ, ລະຫວ່າງຊັ້ນຄົນ, ສາສະໜາ, ເພດໄວເພື່ອພ້ອມກັນພັດທະນາເມືອງ ແລະບ້ານໃຫ້ມີການຫັນປ່ຽນຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ. ຜ່ານການຈັດຕັ້ງປະຕິບັດ ແລະປະເມີນຕາມຂໍ້ຕົກລົງຂອງຄະນະກຳມະການສູນກາງແນວລາວສ້າງຊາດເລກ ທີ 127/ສນຊ ລົງວັນທີ 19 ເມສາ 2017 ວ່າດ້ວຍການມາດຕະຖານຄອບຄົວ ແລະບ້ານສາມັກຄີປອງດອງເຫັນວ່າສາມາດຮັບຮອງເປັນບ້ານສາມັກຄີປອງດອງໄດ້ 71 ບ້ານ ເທົ່າກັບ 91,03 % ຂອງຈຳນວນບ້ານທັງໝົດທົ່ວເມືອງ.

  ໂອກາດດຽວກັນນີ້, ທ່ານ ສົມອົກ ກິ່ງສະດາ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບກໍຄືຄະນະກຳມະການແນວລາວສ້າງຊາດເມືອງ-ບ້ານ ເອົາໃຈໃສ່ຮັກສານາມມະຍົດໃຫ້ຍືນຍົງ, ພະຍາຍາມສືບຕໍ່ປະຕິບັດຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງໃຫ້ບັນລຸ 100 % ເພື່ອກາຍເປັນແບບຢ່າງໃຫ້ແກ່ບັນດາເມືອງພາຍໃນແຂວງ; ສືບຕໍ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມປະຊາຊົນບັນດາເຜົ່າເຂົ້າໃນຂະບວນການສ້າງສາ, ພັດທະນາເມືອງຫົວເມືອງໄປພ້ອມໆກັບການປົກປັກຮັກສາມູນເຊື້ອດຸໝັ່ນຂະຫຍັ່ນພຽນໃນການທຳມາຫາກິນເພິ່ງຕົນເອງ,ກຸ້ມຕົນເອງ ແລະສ້າງຄວາມເຂັ້ມ ແຂງດ້ວຍຕົນເອງແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງບັນລຸຄາດໝາຍທີ່ລັດຖະບານວາງໄວ້.

  ພິທີປະກາດຮັບຮອງເອົາເມືອງຫົວເມືອງເປັນເມືອງສາມັກຄີປອງດອງຄັ້ງນີ້, ຖືເປັນບາດກ້າວສຳຄັນຂອງແຂວງຫົວພັນກໍຄືເມືອງຫົວເມືອງເນື່ອງຈາກວ່າເປັນເມືອງທຳ ອິດຂອງແຂວງຫົວພັນ ແລະ ເປັນເມືອງທີ 6 ຂອງທົ່ວປະ ເທດທີ່ໄດ້ຮັບນາມມະຍົດເປັນ “ເມືອງສາມັກຄີປອງດອງ”.