ທ່ານ ໄຊສົງຄາມ ວໍລະຈິດ ປະທານ ສທໜ ຄຳມ່ວນ

  ວັນທີ 24 ຕຸລາ 2020 ສະມາຄົມນັກທຸລະກິດໜຸ່ມ (ສທໜ) ແຂວງຄຳມ່ວນ ໄດ້ສະຫຼຸບການເຄື່ອນໄຫວວຽກງານສະໄໝທີ II ພ້ອມທັງປະກາດບົ່ງຕົວຄະນະສະ ມາຄົມຊຸດໃໝ່ສະໄໝທີ III ຊຶ່ງ ໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງຄໍາມ່ວນໂດຍການເປັນປະທານຂອງທ່ານ ໄຊສົງຄາມ ວໍລະຈິດ ປະທານ ສທໜ ແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ, ມີຄະນະສູນກາງ ຊປປ ລາວ, ເລຂາຊາວໜຸ່ມແຂວງຄຳມ່ວນ, ຄະນະ ສທໜ ແຫ່ງຊາດຕະຫຼອດເຖິງບັນ ດາພະແນກການ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ພັນທະຈິດ ອິນທິລາດ ຄະນະ ສທໜ ແຂວງໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາ, ຊຶ່ງຄະນະບໍລິຫານງານ ສທໜ ແຂວງຄຳມ່ວນ ສະໄໝທີ II ປະກອບມີ 15 ສະຫາຍ, ຍິງ 5 ສະຫາຍ, ໃນໄລຍະຜ່ານມາໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດໜ້າທີ່ຂອງຕົນເປັນຕົ້ນແມ່ນປຸກລະດົມເຕົ້າໂຮມ ແລະ ສຶກສາອົບຮົມບັນດາຊາວໜຸ່ມທີ່ປະກອບອາຊີບທຸລະກິດຢູ່ພາຍໃນ ແຂວງຄຳມ່ວນ ໃຫ້ມີຄວາມສາມັກຄີເພື່ອປະຕິບັດແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ແກ່ຊາວໜຸ່ມບັນດາເຜົ່າໃຫ້ນັບມື້ຫຼາຍຂຶ້ນທັງເປັນຕົວແທນໃຫ້ແກ່ ຊປປ ລາວ ໃນການພົວພັນ, ຮ່ວມມື ແລະແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານໃນດ້ານທຸລະກິດຂອງນັກທຸລະກິດໜຸ່ມຢູ່ພາຍໃນ ແລະຕ່າງປະເທດເພື່ອນມິດໃນພາກພື້ນ ແລະໃນໂລກ, ນອກນັ້ນຍັງໄດ້ປຸກລະດົມປະກອບສ່ວນທາງດ້ານວັດຖຸ, ອຸປະກອນ, ງົບປະມານເພື່ອຊຸກຍູ້ວຽກງານອົງການຈັດຕັ້ງພັກ-ລັດ ແລະສັງຄົມເຊັ່ນ: ການປະ ກອບສ່ວນຊຸກຍູ້ກອງປະຊຸມໃຫຍ່, ງານປະເພນີ ແລະພິທີສໍາຄັນຕ່າງໆ, ປະກອບສ່ວນຊ່ວຍເຫຼືອສັງຄົມ, ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດທັງຢູ່ພາຍໃນ ແລະຕ່າງແຂວງ ລວມມູນຄ່າ 90 ຕື້ກວ່າກີບ.

  ໂອກາດດັ່ງກ່າວຕາງໜ້າພະແນກພາຍໃນແຂວງຍັງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນວ່າດ້ວຍ ການຍ້ອງຍໍສັນລະເສີນບຸກຄົນທີ່ມີຜົນງານປະກອບສ່ວນເຂົ້າໃນການພັດທະນາອົງການຈັດຕັ້ງຊາວໜຸ່ມແຂວງຄຳມ່ວນໃນໄລຍະ 5 ປີຜ່ານມາຈຳນວນ 9 ທ່ານ ພ້ອມທັງຜ່ານຂໍ້ຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະບໍລິ ຫານງານສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນສະໄໝທີ III ປະກອບມີ 29 ທ່ານ,ໃນນັ້ນມີຄະນະປະຈຳ 9 ທ່ານ ແລະຄະນະປະທານ 4 ທ່ານ ໂດຍແມ່ນທ່ານ ໄຊສົງຄາມ ວໍລະຈິດ ເປັນປະທານ ສທໜ ແຂວງ, ທ່ານ ພັນທະຈິດ ອິນທິລາດ ເປັນຮອງປະທານທັງເປັນປະທານກວດກາ, ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ແລະທ່ານ ອຸດົມພົງ ແກ້ວສີສະໂນ ເປັນຮອງປະທານ ສທໜ ແຂວງຄຳມ່ວນສະໄໝທີ III.

-------------

ຂ່າວ: ກອງຄຳ. ຮູບພາບໜັງສືພິມເສດຖະກິດ-ສັງຄົມ