ໝູ່ບ້ານເຮືອນລາວບຸນທາດຫຼວງເນັ້ນປ້ອງກັນໂຄວິດ

  ບໍລິສັດ ຊິເອັນພີ ສຳຫຼວດ-ຂຸດຄົ້ນບໍ່ແຮ່ ຈຳກັດຜູ້ດຽວທີ່ສຳປະທານໝູ່ບ້ານເຮືອນລາວຖືເປັນອີກໜຶ່ງກິດຈະກຳທີ່ມີຄວາມໝາຍຄວາມສຳຄັນໃນບຸນນະມັດສະການພະທາດຫຼວງຂອງທຸກໆປີທີ່ເປັນກິດຈະກຳດີທີ່ໃຫ້ມວນຊົນຢ້ອນເຖິງຄວາມຫຼັງສະແດງຮັກສາວັດທະນະທຳແບບລາວໆໃຫ້ລູກຫຼານໄດ້ນຳສືບຖອດປະຕິບັດຕໍ່ກັນ.

  ທ່ານ ນາງ ຈັນນະພາ ວົງສະໝໍຣະພູມ ປະທານບໍລິສັດ ຊີເອນພີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມກຽມພ້ອມຂອງໝູ່ບ້ານເຮືອນລາວສຳລັບພໍ່ແມ່ປະຊາຊົນທີ່ຈະໄປທ່ຽວຊົມງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2020 ນີ້ວ່າ: ໃນບຸນນະມັດສະການພະທາດຫຼວງ ປີ 2020 ບໍລິສັດ ຊີເອນພີ ໄດ້ມີໂອກາດໃນການຮ່ວມຈັດງານຮີດຄອງປະເພນີບຸນນະມັດສະການພະທາດຫຼວງວຽງຈັນ ປີ 2020 ຕາມການແຈ້ງການຂອງລັດຊຶ່ງເປັນການປະກອບສ່ວນໃນການອະນຸລັກວັດທະນະທຳລາວ.

  ໝູ່ບ້ານເຮືອນລາວນີ້ຈະເປີດຮັບຮອງໃຫ້ພໍ່ແມ່ປະຊາຊົນໄປຢ້ຽມຊົມເລີ່ມແຕ່ວັນທີ 29 ຕຸລາ 2020 ເປັນຕົ້ນໄປ, ກິດຈະກຳພາຍໃນໝູ່ບ້ານເຮືອນລາວມີບໍລິການອາ ຫານເປັນຕົ້ນເຂົ້າປຸ້ນ, ມີການຫຼິ້ນດົນຕີພື້ນເມືອງ, ມີການຕົບແຕ່ງແບບເຮືອນລາວແບບບູຮານຂອງບັນດາເຜົ່າຕ່າງໆເພື່ອໃຫ້ພໍ່ແມ່ປະຊົນໄດ້ນຸ່ງຊຸດພື້ນເມືອງລາວເຂົ້າຖ່າຍຮູບ, ພ້ອມນີ້ຍັງມີບໍລິການຊຸດພື້ນເມືອງໃຫ້ເຊົ່ານຳອີກ, ສຳລັບລາຄາເຂົ້າໄປຢ້ຽມຊົມແມ່ນ 10 ພັນກີບຕໍ່ໜຶ່ງຄົນ.

  ສຳລັບໝູ່ບ້ານເຮືອນລາວໃນປີນີ້, ຈະມີລັກສະນະນ້ອຍລົງ ແລະກະທັດຮັດກວ່າທຸກປີເພື່ອຮັກສາຄວາມປອດໄພເນື່ອງຈາກວ່າປີນີ້ເປັນປີທີ່ມີການລະບາດຂອງພະຍາດໂຄວິດ-19 ແລະຢູ່ໃນໄລຍະການປະຕິບັດມາດຕະການຜ່ອນຜັນ, ການປ້ອງກັນ, ຄວບຄຸມສະກັດກັ້ນ ແລະການແກ້ໄຂການລະບາດຂອງພະຍາດໂຄວິດ-19, ຊຶ່ງໃນໝູ່ບ້ານເຮືອນລາວໄດ້ມີການກະກຽມໃນການປ້ອງໂຄວິດຢ່າງເຂັ້ມງວດ, ໂດຍຈະມີການວັດແທກອຸນຫະພູມ, ໃສ່ຜ້າອັດປາກ-ດັງ ແລະລ້າງມືດ້ວຍເຈວລ້າງມືໂດຍຈະມີຢູ່ດ້ານໜ້າກ່ອນເຂົ້າໄປໃນໝູ່ບ້ານ.