ເສດຖະກິດລາວ ຄາດວ່າຈະເຕີມໂຕພຽງ 3,3%

  ການຈັດຕັ້ງປະຕິບັດແຜນດ້ານເສດຖະກິດມະຫາພາກພາຍໃນຂອງ ສປປ ລາວ ໃນໄລຍະ 1 ປີ ເຫັນວ່າອັດຕາການເຕີບໂຕເສດຖະກິດຂອງປະເທດເຮົາ (GDP) ຄາດວ່າຈະບັນລຸໄດ້ພຽງ 3,3% (ແຜນດັດແກ້ 3,3% ຫາ 3,6%) ມູນຄ່າຕາມລາຄາປີປະມານ 173.138 ຕື້ກີບ.

  ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດຮູ້ວ່າ: ສຳລັບມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າແມ່ນສາມາດປະຕິບັດໄດ້ 75.267 ຕື້ກີບ ເທົ່າກັບ 67,79%ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 5,6%.ໃນນັ້ນ,ການສົ່ງອອກປະຕິບັດໄດ້ 4.278 ລ້ານໂດລາ ເທົ່າກັບ 70,84% ຂອງແຜນດັດແກ້ (6.039 ລ້ານໂດລາ), ການນໍາເຂົ້າປະຕິບັດໄດ້ 3.824 ລ້ານໂດລາ ເທົ່າກັບ 64,68% ຂອງແຜນດັດແກ້ (5.912 ລ້ານໂດລາ),ເກີນດຸນ 454 ລ້ານໂດລາສະຫະລັດ (ແຜນການໃຫ້ເກີນດຸນ 127 ລ້ານໂດລາສະຫະລັດ),ຄາດວ່າໝົດປີມູນຄ່າການນໍາເຂົ້າ-ສົ່ງອອກຈະສາ ມາດປະຕິບັດໄດ້ບັນລຸແຜນດັດແກ້ 11.951 ລ້ານໂດລາ ຫຼື 111.024,79 ຕື້ກີບ, ສ່ວນການການຈໍລະຈອນສິນຄ້າພາຍໃນປະຕິບັດ ໄດ້ 45.967 ຕື້ກີບ ເທົ່າກັບ 70,34% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນຂອງປີກ່ອນເພີ່ມຂຶ້ນ 6,73%, ຄາດຄະເນໝົດປີຈະສາມາດບັນລຸໄດ້ຕາມແຜນດັດແກ້ 65.347,02 ຕື້ກີບ.

  ໄດ້ຕິດຕາມ ແລະແກ້ໄຂຫຼາຍບັນຫາທີ່ເກີດຂຶ້ນໃນໄລຍະປິດດ່ານຊາຍແດນເຮັດໃຫ້ການຂົນສົ່ງສິນຄ້າສາມາດດໍາເນີນໄປໄດ້ເປັນປົກກະຕິ, ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະຄຸ້ມຄອງຄອງລາຄາສິນຄ້າບໍລິໂພກ-ອຸປະໂພກທີ່ຈໍາເປັນເຊັ່ນ: ລາຄາເຂົ້າ, ຊີ້ນ, ປາ,ອາຫານ, ຜ້າອັດປາກ-ດັງ, ເຈວລ້າງມື ແລະເຫຼົ້າຂ້າເຊື້ອເພື່ອບໍ່ໃຫ້ມີການສວຍໂອກາດໃນໄລຍະທີ່ມີການລະບາດພະຍາດໂຄວິດ-19.

  ຂະແໜງພະລັງງານ ແລະບໍ່ແຮ່: ການຜະລິດກະແສໄຟຟ້າປະຕິບັດໄດ້ 29.787 ລ້ານກິໂລວັດໂມງ, ມູນຄ່າ 15.395 ຕື້ກີບ ເທົ່າກັບ 71,85% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນຂອງປີກ່ອນເພີ່ມຂຶ້ນ 34%,ຄາດຄະເນໝົດປີຈະສາມາດຜະລິດໄດ້ 40.621 ລ້ານກິໂລວັດໂມງ ມີມູນຄ່າປະມານ 20.964 ຕື້ກີບ, ສໍາດ້ານແຮ່ທາດ: ຜະລິດໄດ້ 7.704 ຕື້ກີບ ເທົ່າກັບ 71% ຂອງແຜນດັດແກ້.