ມອບ-ໂອນສິດນຳໃຊ້ທີ່ດິນແຄມທາງ 450 ປີ ເບື້ອງລະ 50 ແມັດ ໃຫ້ບໍລິສັດກຸ່ມດວງຈະເລີນ

   ພິທີລົງນາມສັນຍາການມອບ-ໂອນສິດນໍາໃຊ້ທີ່ດິນລະຫວ່າງນະຄອນຫຼວງວຽງຈັນ-ທະນາຄານແຫ່ງ ສປປ ລາວ (ທຫລ) ແລະບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ ສ້າງ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2020 ທີ່ໂຮງແຮມແລນມາກແມ່ຂອງລີເວີໄຊໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາວົງ ທິບພະວົງ ຮອງຜູ້ວ່າການ ທຫລ; ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ຄໍາຜາຍ ສີລາຊາ ປະທານບໍລິສັດ ກຸ່ມດວງຈະເລີນໂດຍຊ້ອງໜ້າການເຂົ້າ ຮ່ວມເປັນສັກຂີພິຍານຂອງຄະນະນໍາ ແລະອົງການກ່ຽວຂ້ອງຂອງທັງ 3 ຝ່າຍ.
  ທ່ານ ເພັດສະຖາພອນ ແກ້ວວົງວິຈິດ, ຫົວໜ້າຫ້ອງການ ທຫລ ໄດ້ກ່າວວ່າ: ເພື່ອຈັດຕັ້ງຜັນຂະຫຍາຍແຜນການພັດທະນາລະບົບພື້ນຖານໂຄງລ່າງຂອງນະຄອນ ຫຼວງວຽງຈັນເພື່ອຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງການສ້າງຕັ້ງນະຄອນຫຼວງວຽງຈັນຄົບຮອບ 450 ປີ ແລະປະຕິບັດນະໂຍບາຍການຫັນຊັບສິນເປັນທຶນ.

  ດັ່ງນັ້ນ, ອົງການປົກຄອງ ນະຄອນຫຼວງວຽງຈັນ ຈຶ່ງໄດ້ມີໂຄງການສ້າງເສັ້ນທາງເບຕົງ 450 ປີ (ແຕ່ 4 ແຍກດົງໂດກໄປຫາໜ້າສາງທ່ານາແລ້ງ) ເພື່ອສ້າງຄວາມສະດວກໃນການສັນຈອນໄປມາ ແລະຫຼຸດຜອ່ນຄວາມແອອັດພາຫະນະໃນຕົວເມືອງໂດຍແມ່ນບໍລິສັດກຸ່ມດວງຈະເລີນເປັນຜູ້ຮັບເໝົາກໍ່ສ້າງ. ໃນການຈັດຕັ້ງປະຕິບັດໂຄງ ການດັ່ງກ່າວອົງການປົກຄອງນະຄອນຫຼວງວຽງຈັນໄດ້ກູ້ຢືມທຶນຈາກ ທຫລ ເພື່ອນຳໃຊ້ເຂົ້າໃນໂຄງການດັ່ງກ່າວ.

  ທ່ານປະທານບໍລິສັດ ກຸ່ມດວງຈະເລີນ ໄດ້ແຈ້ງໃຫ້ຮູ້ວ່າ: ໃນປີ 2008 ລັດຖະບານໄດ້ອອກຂໍ້ຕົກລົງ ແລະແຈ້ງການຂອງລັດຖະບານຫຼາຍສະບັບໂດຍມອບໃຫ້ນະຄອນ ຫຼວງວຽງຈັນເປັນເຈົ້າຂອງໂຄງການກໍ່ສ້າງທາງ 450 ປີທີ່ມີຄວາມຍາວ 20,3 ກິໂລແມັດ. ແຫຼ່ງທຶນຊໍາລະມູນຄ່າກໍ່ສ້າງເສັ້ນທາງ,ລັດຖະບານກໍ່ຄືນະຄອນຫຼວງວຽງ ຈັນໄດ້ກໍານົດເອົາດິນໃນເຂດສະຫງວນ 2 ເບື້ອງໆ ລະ 50 ແມັດເພື່ອເປັນທຶນຊໍາລະເງິນກູ້ແກ່ ທຫລ ແລະ ຜົນການຈັດຕັ້ງການຫັນທີ່ດິນເປັນທືນໃນໄລຍະຜ່ານມາ, ທຫລ ຮ່ວມກັບນະຄອນຫຼວງວຽງຈັນໄດ້ຂາຍທີ່ດິນດັ່ງກ່າວໃນໄລຍະ 10 ປີຂາຍໄດ້ພຽງແຕ່ 20% ທີ່ຕິດກັບຕົວເມືອງແລະຕອນດິນທີ່ງາມ, ສ່ວນທີ່ຍັງເຫຼືອແມ່ນບໍ່ໄດ້ຂາຍຍ້ອນຫ່າງໄກຕົວເມືອງ, ສະພາບດິນບໍ່ງາມເປັນດິນຫຼຸບ, ບໍ່ມີນໍ້າປະປາ, ບໍ່ມີໄຟຟ້າ,ເປັນທົ່ງນາ, ເປັນໜອງນໍ້າ ແລະລາຄາທີ່ໄດ້ກໍານົດໄວ້ຕາມຂໍ້ຕົກລົງ 617/ຈນວ ແມ່ນສູງກ່ວາລາຄາທ້ອງຕະຫຼາດໃນປະຈຸບັນເຮັດໃຫ້ບໍ່ມີຄົນສົນໃຈມາຊື້.

   ດ້ວຍເຫດນັ້ນ, ອົງການນະຄອນຫຼວງວຽງຈັນ, ທຫລ ໄດ້ປະຊຸມຮ່ວມປຶກສາຫາລືກັນແກ້ໄຂໜີ້ສິນຫຼາຍຄັ້ງ ແລະມີຄວາມເປັນເອກະພາບໄລ່ລຽງໜີ້ສິນທີ່ນະຄອນ ຫຼວງວຽງຈັນ ຍັງຄ້າງຊໍາລະກັບ ທຫລ ຜ່ານມາສະນັ້ນຈຶ່ງໄດ້ມີການເຊັນສັນຍາວ່າດ້ວຍການແກ້ໄຂໜີ້ສິນບ້ວງດັ່ງກ່າວໃຫ້ສໍາເລັດລະຫວ່າງນະຄອນຫຼວງວຽງຈັນກັບທຫລໂດຍບໍລິສັດ ດວງຈະເລີນຈະເປັນຜູ້ຊໍາລະທັງຕົ້ນທຶນ ແລະດອກເບ້ຍໃຫ້ທຫລຕາມສັນຍາທີ່ໄດ້ກໍານົດໄວ້. ໃນຕໍ່ໜ້ານີ້; ພາຍຫຼັງທີ່ບໍລິສັດດັ່ງກ່າວໄດ້ຮັບໃບຕາດິນແລ້ວ, ບໍລິສັດເປັນຜູ້ຮັບພາລະໃນການລົງທຶນສືບຕໍ່ເປັນຕົ້ນຖົມດິນ, ເອົານໍ້າປະປາ, ໄຟຟ້າ, ສ້າງເສັ້ນທາງເຂົ້າໃສ່ດິນແຕ່ລະເຂດຄິດວ່າເປັນມູນຄ່າລົງທຶນເພີ່ມຫຼາຍກວ່າ 30 ລ້ານ ໂດລາຂຶ້ນໄປສ້າງຄວາມເພິ່ງພໍໃຈໃຫ້ຜູ້ທີ່ຈະມາຊື້ດິນ ແລະ ໃຫ້ສາມາດຂາຍດິນໄດ້ໃນຊ່ວງໄລຍະເວລາ5 ປີຕໍ່ໜ້າເພື່ອມາເປັນທຶນຊໍາລະໃຫ້ ທຫລ ໃຫ້ສໍາເລັດໂດຍບໍ່ໄດ້ໃຊ້ງົບປະມານຂອງລັດ.

   ໃນພິທີເຊັນສັນຍາວ່າດ້ວຍການມອບ-ໂອນສິດນໍາໃຊ້ທີ່ດິນ 2 ຟາກທາງ (ຖະໜົນ 450 ປີ) ແລະ ຊໍາລະໜີ້ໃຫ້ ທຫລ, ຕາງໜ້າ ທຫລ ໂດຍທ່ານ ຄໍາວົງ ທິບພະ ວົງ ຮອງຜູ້ວ່າການ ທຫລ; ຕາງໜ້ານະຄອນຫຼວງວຽງຈັນ ໂດຍທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະຕາງໜ້າໃຫ້ບໍລິສັດໂດຍທ່ານ ຄໍາຜາຍ ສີລາຊາ ປະທານບໍລິສັດກຸ່ມດວງຈະເລີນ.

 ການມອບ-ຮັບໂອນສິດນຳໃຊ້ທີ່ດິນໃນໂຄງການຫັນດິນເປັນທຶນຢູ່ຖະໜົນວຽງຈັນ 450 ປີຈະເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງນະ ຄອນຫຼວງວຽງຈັນ ແລະເຂດເນື້ອທີ່ດິນດັ່ງກ່າວຈະໄດ້ຮັບການພັດທະນາມີໂສມໜ້າໃໝ່,ສ້າງໃຫ້ນະຄອນຫຼວງວຽງຈັນມີເຂດພັດທະນາໃໝ່, ເປັນຫົວໜ່ວຍຍຸດທະສາດໜຶ່ງທີ່ເຂັ້ມແຂງຂອງປະເທດ, ເປັນສູນກາງທາງດ້ານການເມືອງ, ຄວາມໝັ້ນຄົງເສດຖະກິດ, ວັດທະນາທຳ-ສັງຄົມມີຄວາມທັນສະໄໝທາງດ້ານວິທະຍາສາດເຕັກໂນໂລຊີ ແລະການເຊື່ອມໂຍງກັບພາກພື້ນ ແລະສາກົນ, ສ້າງເມືອງທີ່ຂຶ້ນກັບນະຄອນຫຼວງວຽງຈັນໃຫ້ເຂັ້ມແຂງຮອບດ້ານ,ສ້າງບ້ານໃນເຂດຊານເມືອງເປັນບ້ານພັດທະນາ, ມີສະພາບແວດລ້ອມທີ່ສະອາດຂຽວງາມແລະຍືນຍົງ.

-----------------

ຂ່າວ: ຣັດສະໝີ ດວງສັດຈະ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ