ເປີດບ້ານລາວມົງຄຸນກະຕຸ້ນການທ່ອງທ່ຽວລາວ

  ວັນທີ 24 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ບ້ານລາວມົງຄຸນ ສູນລວມສິນຄ້າຍີ່ຫໍ້ໄດ້ຈັດພິທີເປີດບ້ານລາງມົງຄຸນຢ່າງເປັນທາງການໂດຍເປັນກຽດການເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼ່ງຂ່າວວັດທະນາທໍາ ແລະທ່ອງທ່ຽວນະຄອນຫຼວງວຽງຈັນ, ທ່ານ ນາງ ມຸກດາວັນ ແກ້ວວິໄລ ເຈົ້າຂອງໂຄງການບ້ານລາວມົງຄຸນ, ທ່ານ ສຸກສະຫວັນ ພິທັກເທບ ທີ່ປຶກສາບ້ານລາວມົງຄຸນ, ມີຕ່າງໜ້າພາກທຸລະກິດຈາກຍີ່ຫໍ້ສິນຄ້າລາວເຂົ້າຮ່ວມ.

   ທ່ານ ນາງ ມຸກດາວັນ ແກ້ວວິໄລ ໃຫ້ຮູ້ວ່າ: ບ້ານລາວມົງຄຸນສ້າງຂຶ້ນເພື່ອສົ່ງເສີມການທ່ອງທ່ຽວລາວໂດຍຈະນໍາສິນຄ້າຂອງລາວດັ່ງເດີມທີ່ມີຊື່ສຽງມາວາງສະແດງ ແລະຂາຍເພື່ອຕໍ່ຍອດການຕະຫຼາດໃຫ້ກວ້າງຂຶ້ນໃນໄລຍະທີ່ລັດຖະບານສົ່ງເສີມກິດຈະກໍາລາວທ່ຽວລາວທັງເປັນການສົ່ງເສີມສິນຄ້າແບຣນລາວເຂົ້າສູ່ຕະຫຼາດໂລກ, ເພື່ອໃຫ້ເປັນຈຸດໃຈກາງໃນການຈໍາໜ່າຍສິນຄ້າລາວເຂົ້າສູ່ຕະຫຼາດພາກພື້ນ, ເພື່ອເປັນການສົ່ງເສີມວັດທະນະທໍາອັນດີງາມຂອງຊາດລາວເຮົາໃຫ້ຄົງຢູ່ກັບຄົນລາວຕະຫຼອດໄປ ແລະເພື່ອເປັນການເຜີຍແຜ່ລົດຊາດອາຫານລາວ. ເຊິ່ງຜູ້ທີ່ເຂົ້າມາທ່ຽວຊົມພາຍໃນບ້ານຈະໄດ້ຊົມວັດທະນະທໍາລາວຫັດຖະກໍາຫ້ອງເສື້ອ, ຜ້າໄໝ,ເຄື່ອງດົນຕີລາວ, ຢາພື້ນເມືອງ ແລະຜະລິດຕະພັນຫັດຖະກຳເປັນຕົ້ນນອກນີ້ຍັງມີເຄື່ອງດື່ມ, ອາຫານພື້ນເມືອງ ແລະນວດແຜນບູຮານໄວ້ຄ່ອຍບໍລິການລູກຄ້າທີ່ມາທ່ຽວຊົມ.

   ສຳລັບທ່ານໃດທີ່ສົນໃຈຢາກຈະນຳສິນຄ້າຂອງຕົນມາວາງຈຳໜ່າຍທີ່ບ້ານລາວມົງຄຸນກໍສາມາດເຂົ້າມາສອບຖາມຂໍ້ມູນເພີ່ມເຕີ່ມໄດ້ທີ່ບ້ານລາວມົງຄຸນສະຖານຕັ້ງຢູ່ບ້ານທົ່ງຂັນຄຳ ຮ່ອມ 9 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປີດທຸກມື້ເລີ່ມແຕ່ 8:00 - 21:00 ໂມງ.