ຮູບເງົາເລື່ອງລົດແຂ່ງຈົບລົງທີ່ພາກ 11

  ຮູບເງົາເລື່ອງລົດແຂ່ງເລື່ອງ “Fast and Furious” ກຽມເດີນທາງມາເຖິງບົດສະຫຼຸບພາກທີ 10 ແລະ11 ແລ້ວໂດຍໄດ້ມີການຢືນຢັນເລື່ອງນີ້ ແລະຈະໄດ້ຈັສຕິນລິນທີ່ເຄີຍເປັນຜູ້ກຳກັບໃນພາກ 3,4,5,6 ແລະ9 ຂອງເລື່ອງ “Fast and Furious” ກັບມາກໍາກັບໃນສອງພາກສຸດທ້າຍ ແລະຈະຂັບເຄື່ອນບົດສະຫຼຸບຂອງຮູບເງົາທີ່ໂດດເດັ່ນໃນໂຮງຮູບເງົາມາເກີນກວ່າ 2 ທົດສະວັດ.

  ແລະເມື່ອຈັກກະວານເລື່ອງ “Fast and Furious” ໃກ້ເດີນທາງມາເຖິງຈຸດຈົບເນື້ອໃນຂອງຮູບເງົາເລື່ອງນີ້ຈະໃຫ້ຄວາມສຳຄັນກັບຕົວລະ ຄອນ ໂດມິນິກ ໂທເຣດໂຕ (ນໍາສະແດງໂດຍວິນດີເຊລ) ແລະຄອບຄົວຂອງກຸ່ມນັກແຂ່ງລົດທີ່ເປັນຈາກຂີ້ລັກມາເປັນຊູເປີຣີໂຣ ຊຶ່ງຈະນໍາໄປສູ່ບົດສະຫຼຸບຂອງບັນດານັກສະແດງທຸກຄົນທີ່ເຕີບໂຕມາດ້ວຍກັນ, ຂະນະທີ່ພາກ 9 ທີ່ໃຊ້ຊື່ຢ່າງບໍ່ເປັນທາງການວ່າ F9 ກ່ອນໜ້ານີ້ມີກຳນົດທີ່ຈະລົງສາຍຢູ່ໂຮງໃນຕົ້ນປີນີ້ແຕ່ເລື່ອນໄປເປັນເດືອນພຶດສະພາປີ 2021 ແທນເນື່ອງຈາກການແຜ່ລະບາດຂອງເຊື້ອໂຄວິດ-19,   ສ່ວນພາກທີ່ສ້າງລາຍໄດ້ມະຫາສານຄື “Furious 7 ໃນປີ 2015 ທີ່ສ້າງລາຍໄດ້ໃນຕ່າງປະເທດເຖິງ 1,16 ຕື້ໂດລາສະຫະລັດ ແລະ390 ລ້ານໂດລາໃນ ສປ ຈີນ.

----

ຮຽບຮຽງໂດຍ: ແກ້ວ