ແອລຈີໃຊ້ນະວັດຕະກຳສຸດລໍ້າເພື່ອຮັກສາອາຫານເປີດໂຕຕູ້ແຊ່ລຸ້ນໃໝ່

  ບໍລິສັດແອລຈີ ເອເລັກໂຕຣນິກຈຳກັດເປີດໂຕ LG Freezer ຕູ້ແຊ່ແຂງລຸ້ນໃໝ່ພ້ອມຄອມເພຣສເຊີສະມາດອິນເວີເຕີ (Smart Inverter) ທີ່ໂດດເດັ່ນດ້ານການປະຢັດພະລັງງານ ແລະການທຳງານທີ່ບໍ່ມີສຽງລົບກວນ ແລະຍັງຮັບປະກັນໄດ້ເຖິງ 10 ປີດິໄຊທັນສະໄໝດ້ວຍບ່ອນຈັບປະຕູຊົງຫຼ່ຽມ.

  ມອບຄວາມສະດວກສະບາຍແກ່ຜູ້ບໍລິໂພກໃນການຈັດສັນພື້ນທີ່ເກັບມ້ຽນອາຫານໄດ້ຢ່າງເປັນຊັດສ່ວນໃຊ້ງານງ່າຍກວ້າງຂວາງປະກອບດ້ວຍຊັ້ນວາງຂອງ 6 ຊັ້ນ ແລະ1 ລີ້ນຊັກໃນຂະນະທີ່ປະຢັດພື້ນທີ່ຢູ່ໃນເຮືອນຄົວດ້ວຍຄວາມກວ້າງພຽງ 530 ມິນລິແມັດເໝາະກັບການໃຊ້ງານໃນຄອບຄົວຂະໜາດໃຫຍ່ ຫຼື ຄອບຄົວທີ່ມີເດັກອ່ອນຊຶ່ງໃຊ້ຕູ້ແຊ່ແຂງເພື່ອຮັກສາຄຸນຄ່າທາງອາຫານໃນນໍ້ານົມແມ່ໄວ້ໃຫ້ໄດ້ຍາວນານທີ່ ສຸດ.

  ຕູ້ແຊ່ແຂງ LG Freezer ລຸ້ນໃໝ່ມາພ້ອມນະວັດຕະກຳຄອມເພຣສເຊີສະມາດອິນເວີເຕີ (Smart Inverter)ໂດດເດັ່ນດ້ວຍຄຸນສົມບັດປະຢັດພະລັງງານເພີ່ມສະມັດຖະນະດ້ວຍລະບົບທຳຄວາມເຢັນແບບ Direct Cooling ຈຶ່ງຮັກສາອາຫານໃຫ້ສົດໃໝ່ໄດ້ດົນຍິ່ງຂຶ້ນນອກຈາກນີ້ຍັງຊ່ວຍເພີ່ມຄວາມທົນທານແລະປະສິດທິພາບການທຳງານໂດຍລວມເຮັດໃຫ້ຕູ້ແຊ່ແຂງສາມາດເຮັດວຽກໄດ້ໂດຍບໍ່ມີສຽງລົບກວນໂດຍຮັບປະກັນຄອມເພຣສເຊີດົນເຖິງ 10 ປີ.

----

ໜັງສືພິມ ເສດຖະກິດ-ສັງຄົມ