ໂຮງຮຽນເດັກຄຳຮູ້ຫຼວງນໍ້າທາ ສະຫຼອງວັນຄູ

  ເມື່ອອາທິດຜ່ານມາທີ່ເດີ່ນກີລາຮົ່ມພອນສະຫວັດໂຮງຮຽນເດັກຄຳຮູ້ແຂວງຫຼວງນໍ້າທາໄດ້ສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 26 ປີເຂົ້າຮ່ວມໂດຍທ່ານ ອາຈານ ພັນໄຈ ຫົງພະຈັນຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຫຼວງນໍ້າທາ, ທ່ານ ດາວວອນ ບຸນພະວົງ  ອຳນວຍການໂຮງຮຽນເດັກຄຳຮູ້ແຂວງຫຼວງນໍ້າທາມີຄູ-ອາຈານ, ພໍ່ແມ່ຜູ້ປົກຄອງເດັກ, ຕະຫຼອດຮອດຫຼານນ້ອຍນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ.

  ທ່ານ ດາວວອນ ບຸນພະວົງ ອໍານວຍການໂຮງຮຽນເດັກຄໍາຮູ້ ແຂວງຫຼວງນໍ້າທາໄດ້ເລົ່າຄືນມູນເຊື້ອຄວາມເປັນມາຂອງວັນຄູແຫ່ງຊາດ  ແລະການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການສືກສາ, ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນທີ່ບໍ່ມີໃຜ ແລະຊັ້ນຄົນໃດຈະປະຕິເສດໄດ້,  ຄູຄືຄົນທີ່ມີຄວາມຮູ້ ແລະປະສົບການຊຶ່ງຄູສາມາດນໍາໄປຖ່າຍທອດຄວາມຮູ້ ແລະປະສົບການນັ້ນໄປສູ່ຜູ້ອື່ນ, ຊຶ່ງວັນທີ 7 ຕຸລາ 1907  ທ້າວ ຄຳໄດ້ເລີ່ມຕົ້ນເປັນຄູສອນໄດ້ເຂົ້າຮ່ວມການຝຶກອົບຮົມຄູຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວເຮົາ, ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳໄດ້ເອົາໃຈໃສ່ສືກສາໃຫ້ພະສົງທີ່ຈະເປັນຄູສອນໃຫ້ມີຄວາມຮັກຊາດລາວ, ຕໍ່ຜົນງານການຮ່ວມຂະບວນການຕໍ່ສູ້ຂອງນາຍຄູຄຳ ແລະການຂະຫຍາຍຕົວຂອງວຽກງານການສຶກສາແຕ່ລະໄລຍະເພື່ອ ລະນຶກບຸນຄຸນອັນລໍ້າເລີດຂອງຄູຈຶ່ງໄດ້ກຳນົດໃຫ້ມີວັນຄູແຫ່ງຊາດລາວໂດຍໄດ້ກຳນົດເອົາວັນເຂົ້າຮັບລາດສະການຂອງນາຍຄູຄຳຄື: ວັນທີ 7 ຕຸລາ 1994 ເປັນວັນຄູແຫ່ງຊາດນັບແຕ່ນັ້ນມາ.

  ໂຮງຮຽນເດັກຄໍາຮູ້ໄລຍະຜ່ານມາໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງແນວຄິດໃຫ້ຄູພາຍໃນໂຮງຮຽນມີແນວຄິດອຸ່ນອ່ຽນທຸ່ນທ່ຽງປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ຂັ້ນເທິງມອບໝາຍໃຫ້ມີຄວາມສໍາເລັດ, ມີຄວາມສາມັກຄີພາຍໃນພາຍນອກ, ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ແລະເບິ່ງແຍງເດັກນັກຮຽນໃຫ້ເປັນຢ່າງດີໂຮງຮຽນໄດ້ເລີ່ມສ້າງຕັ້ງຂຶ້ນປີ  2013  ມາຮອດສົກຮຽນ 2020-2021 ມີພະນັກງານທັງໝົດ 16 ຄົນ, ຄູສອນ 13 ຄົນ, ມີເດັກນັກຮຽນທັງໝົດ 70 ນ້ອງ.

  ທ່ານ ພັນໄຈ ຫົງພະຈັນຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຫຼວງນໍ້າທາໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ຄູສອນດີສອນເກັ່ງພ້ອມທັງໂອ້ລົມເນັ້ນໜັກໃຫ້ທາງໂຮງຮຽນ ແລະຄູສອນຈົ່ງພ້ອມກັນເອົາໃຈໃສ່ເບິ່ງແຍງໃກ້ຊິດຕິດແທດກັບເດັກນັກຮຽນໃຫ້ຫຼາຍໆ ແລະປະຕິບັດຕາມລະບຽບຂອງກະຊວງສືກສາທິການ ແລະກີລາວາງອອກຢ່າງເຂັ້ມງວດ.

----

ໂດຍ: ມຸນຕີ