ປະເມີນໜ່ວຍພັກຄະນະໂຄສະນາອົບຮົມແຂວງສາລະວັນ

  ໃນວັນທີ 22 ຕຸລາ 2020 ຢູ່ຫ້ອງວ່າການແຂວງສາລະວັນໜ່ວຍພັກຄະນະໂຄສະນາອົບຮົມແຂວງໄດ້ປະເມີນຕີລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນຄັ້ງທີ II ປະຈຳປີ 2020, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ຄຳສິງ ແກ້ວອຳພອນ ເລຂາໜ່ວຍພັກຮອງຫົວໜ້າຄະ ນະໂຄສະນາອົບຮົມແຂວງສາລະວັນ,ມີສະຫາຍ ຈັນສະໝອນ ພົມມະແສງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຄະນະໜ່ວຍພັກ,ສະມາຊິກພັກພາຍໃນໜ່ວຍ ແລະແຂກທີ່ຖືກເຊີນເຂົ້າຮ່ວມ.
  ສະຫາຍ ເປັງ ລາດຄຳພູມີ ຮອງເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງໄດ້ຜ່ານຮ່າງບົດສະຫຼຸບຕີລາຄາຄືນການຈັັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນໃນໄລຍະຜ່ານມາມີທັງດ້ານດີ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ແນໃສ່ຮັບຮອງ ແລະປະກາດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນເປັນຕົ້ນຄະນະພັກໄດ້ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມໃຫ້ແກ່ສະມາຊິກພັກຖືເອົາວຽກງານການເມືອງແນວຄິດເປັນກົກໂດຍສະເພາະແມ່ນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກພັກ ແລະພັກນັກງານລັດຖະກອນຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງແຜນນະໂຍບາຍຂອງພັກວາງອອກ, ສຳຫຼວດກວດກາ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະກັນຮັບປະກັນໄດ້ຄວາມເປັນເອກະພາບສາມັກຄີພາຍໃນພັກສາມາດຂະຫຍາຍສະມາຊິກພັກໄດ້ 4 ສະຫາຍ ທຽບໃສ່ແຜນປີປະຕິບັດໄດ້ 100%, ເອົາໃຈໃສ່ປະຕິບັດຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະມີການແບ່ງງານພາຍໃນຄະນະພັກ, ສະມາຊິກພັກຕາມແຜນນະໂຍບາຍມະຕິ, ຄຳສັ່ງ, ຂໍ້ກຳນົດ ແລະ ນິຕິກຳຕ່າງໆຢ່າງເຂັ້ມງວດ, ນໍາພາຈັດຕັ້ງໂຄສະນາປາຖະກະຖາວັນສຳຄັນຕ່າງໆຂອງພັກ-ຂອງຊາດຄົ້ນຄວ້າປັບປຸງແບບແຜນວິທີເຮັດວຽກໃນແຕ່ລະເດືອນໄດ້ມີການສ່ອງແສງລາຍງານວຽກຫາສຽງຈາກເພື່ອຮ່ວມງານຢ່າງເປັນປົກກະຕິເພື່ອຮັບຟັງລາຍງານສະພາບຫາງສຽງຕ່າງໆທີ່ເກີດຂຶ້ນໃນທົ່ວແຂວງ, ໄດ້ຊຸກຍູ້ສະມາຊິກພັກ, ພະນັກງານລັດຖະກອນໃຫ້ມີຄວາມເຂັ້ມແຂງໃນການຍົກລະດັບຊີວິດການເປັນຢູ່ຂອງຕົນເອງໃຫ້ດີຂຶ້ນຖືເອົາການປູກຝັງ, ລ້ຽງສັດ, ຄ້າຂາຍຕາມທ່າແຮງຄວາມສາ ມາດພື້ນຖານປະຕິບັດຕາມລະບຽບກົດໝາຍ ແລະຊຸກຍູ້ສະມາຊິກພັກສຶກສາຄົ້ນຄວ້າຮໍ່າຮຽນຈັດຕັ້ງການຝຶກອົບຮົມຄວາມຮູ້ດ້ານຕ່າງໆເປັນຕົ້ນ: ຝຶກອົບຮົມນຳໃຊ້ ແລະຄຸ້ມຄອງເວັບໄຊ, ອົມຮົມທິດສະດີ, ແນວທາງ ແລະ ວຽກງານໂຄສະນາໂດຍການຈັດຕັ້ງກອງໂຄສະນາເຄື່ອນທີ່ປະຊາສຳພັນປຸກລະດົມສະມາຊິກພັກ, ປະຊາຊົນຊຸກຍູ້ສົ່ງເສີມການອະນຸລັກວັດທະນະທຳຮີດຄອງປະເພນີຂອງຊາດຂອງທ້ອງຖິ່ນ,ເອົາໃຈໃສ່ໃນການປະກອບສ່ວນຊ່ວຍເຫຼືອສັງຄົມໃນການຊ່ວຍເຫຼືອເຄື່ອງວັດຖຸອຸປະກອນອັນຈຳເປັນໃຫ້ຜູ້ທີ່ຖືກໄພພິບັດຕາມທ່າແຮງຄວາມອາດສາມາດຕົວຈິງ.

 ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຮ່ວມກັນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບໂດຍມີສະມາຊິກພັກພາຍໃນໜ່ວຍພັກ, ກ່ອນອື່ນບັນດາສະມາຊິກກໍ່ໄດ້ເຊື່ອມຊຶມຕຳນິສົ່ງຂ່າວ, ຊ່ວຍເຫຼືອກໍ່ສ້າງເຊິ່ງກັນ ແລະ ກັນ ແລະ ຕີລາຄາຈັດປະເພດຕ່າງງຂອງສະມາຊິກພັກໃນນັ້ນກໍ່ໄດ້ຮັບຟັງການເຊື່ອມຊຶມເອກະສານຄຳແນະນຳ 291/ຄຈສພ, ຄຳສັ່ງ 01/ກມສພ ລົງວັນທີ 3 ມັງກອນ 20218 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນພ້ອມນັ້ນສະມາຊິກພັກແຕ່ລະສະຫາຍກໍ່ຈະໄດ້ຜ່ານບົດສຳຫຼວດຕົນເອງ.

---------------

ຂ່າວ: ທິດລານີ ໂຄດໂຍທາ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ