ນໍ້າຕົກຕາດຮໍາ ແຫຼ່ງທ່ອງທ່ຽວທາງທຳມະຊາດ

  ແຂວງໄຊຍະບູລີເປັນແຂວງທີ່ໜ້າທ່ອງທີ່ສຸດໃນປະເທດລາວທາງດ້ານເນື້ອທີ່ຊຶ່ງປະກອບມີ 11 ຕົວເມືອງ ແລະແຕ່ລະຕົວເມືອງກໍມີຄວາມອຸດົມສົມບູນ ແລະຮັ່ງມີໄປດ້ວຍຊັບໃນດິນສິນໃນນໍ້າ ແລະພູຜາປ່າໄມ້ອັນກວ້າງໃຫຍ່ດົກໜາພ້ອມທັງຄວາມສວຍສົດງົດງາມຈາກສະຖານທີ່ທ່ຽວຊົມຂອງຕົວເມືອງກໍມີອັນຄືກັນ ແລະແຕກຕ່າງກັນໄປ, ເພາະສະນັ້ນ, ໃຫ້ພວກທ່ານລອງມາທ່ຽວຊົມນໍ້າຕົກຕາດຮຳເມືອງບໍ່ແຕນ ແຂວງໄຊຍະບູລີກໍແລ້ວກັນ.

  ນໍ້າຕົກຕາດຮໍາສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມອີຫຼີອີກແຫ່ງໜຶ່ງເພາະເປັນຕາດທີ່ອ້ອມຮອບໄປດ້ວຍຕົ້ນໄມ້ນ້ອຍໃຫຍ່ສີຂຽວຄຽງຂ້າງກັນກໍ່ມີທິວທັດທໍາມະຊາດ, ຊີວະນາໆພັນ, ມີສາຍລົມເຢັນພັດໂຊຍມາຕະຫຼອດເວລາ, ປະກອບກັບນໍ້າທີ່ໃສສະອາດ ແລະເຢັນດີໄຫຼລົງມາໜ້າຊະອອນສໍາຜັດແລ້ວມີຄວາມສຸກຈິດໃຈເພີດເພີນໄປຈົນລືມອິດລືມເມື່ອຍໂດຍລວມຍັງຄົງຮັກສາໄວ້ທໍາມະຊາດບໍ່ມີຫຍັງປ່ຽນແປງ, ຈຶ່ງກາຍເປັນທີ່ນິຍົມຊົມຊອບຂອງບັນດານັກທ່ອງທ່ຽວທັງພາຍໃນເອງ ແລະຕ່າງປະເທດອີກດ້ວຍ.

  ນໍ້າຕົກຕາດຮໍາຕັ້ງຢູ່ບ້ານເມືອງຮໍາ ເມືອງບໍ່ແຕນຊຶ່ງຫ່າງຈາກເທສະບານເມືອງບໍ່ແຕນປະມານ 5 ກິໂລແມັດ, ໃນບໍລິເວນນໍ້າຕົກຕາດຮໍາເປັນເຂດທີ່ອຸດົມສົມບູນໄປດ້ວຍທຳມະຊາດ, ສັດນໍ້າ, ສັດບົກ ແລະພືດພັນນາໆຊະນິດ, ອີກທັງຍັງເປັນທໍາມະຊາດທີ່ສວຍງາມຂອງພູຜາປ່າໄມ້ ແລະໜ່ວຍພູສະຫຼັບສັບຊ້ອນເປັນໜ້າສະອອນເມື່ອໄດ້ສຳພັດ.

----

ໂດຍ: ວົງມະນີ