ວັງວຽງ ມີຫຼາຍແຫຼ່ງທ່ອງທ່ຽວທີ່ຄວນໄປສຳຜັດ

 ວັງວຽງເມືອງແຫ່ງຜູພາປ່າໄມ້ຂຽວງາມໜ້າທ່ອງທ່ຽວດິນແດນແຂວງວຽງຈັນໃນປະເທດລາວມີຄວາມຫຼາກຫຼາຍທາງດ້ານພູມສັນຖານ ແລະມີສະຖານທີ່ທ່ອງທ່ຽວທີ່ສວຍງາມທີ່ຂຶ້ນຊື່ລືຊາຂອງປະເທດຫຼາຍແຫ່ງບໍ່ວ່າຈະເປັນຖໍ້າຈັງ,ຖໍ້າຊ້າງ, ຖໍ້າຫອຍ, ຖໍ້າພູຄຳ, ຖໍ້ານໍ້າ, ຖໍ້ານອນ ແລະຜາຕັ້ງ ແລະສະຖານທີ່ອື່ນໆອີກຢ່າງຫຼວງຫຼາຍ.

  ເມືອງວັງວຽງເປັນເມືອງໜຶ່ງຂອງແຂວງວຽງຈັນໄກຈາກນະຄອນຫຼວງວຽງຈັນໄປທາງທິດເໜືອປະມານ 100 ກວ່າກິໂລແມັດ ແລະໃຊ້ເວລາເດີນທາງບໍ່ດົນພໍປານໃດເຖິງແມ່ນວ່າວັງວຽງຈະເປັນພຽງເມືອງນ້ອຍໆ ຢູ່ກາງປ່າເຂົາລຳເນົາໄພແຕ່ໃນດ້ານການທ່ອງທ່ຽວເມືອງວັງວຽງຖືໄດ້ວ່າມີຊື່ສຽງໂດ່ງດັງ ແລະເປັນທີ່ຮູ້ຈັກບໍ່ນ້ອຍໄປກວ່າເມືອງອື່ນໃນລາວເລີຍ, ດ້ວຍພູມສັນຖານ ແລະບັນຍາກາດຂອງເມືອງວັງວຽງ ທີ່ໂອບອ້ອມໄປດ້ວຍພູຜາ ແລະສາຍນໍ້າເຮັດໃຫ້ວັງວຽງຖືກຍ້ອງຍໍໃຫ້ຄ້າຍຄືເມືອງກຸ້ຍຫຼິນຂອງປະເທດຈີນໂດຍສະເພາະໃນຕອນເຊົ້າທີ່ສາຍ ໝອກລອຍພາດຜ່ານຂຸນເຂົາ ແລະແມ່ນໍ້າຊອງອັນກວ້າງໃຫຍ່ຖ້າທ່ານຜູ້ອ່ານໄດ້ພັກແຄມນໍ້າຕ້ອງຢ່າພາດໃນການຕື່ນແຕ່ເຊົ້າເພື່ອຊົມຈັກ ເທື່ອໜຶ່ງຊຶ່ງເປັນເລື່ອງແປກແຕ່ມີຈິງທີ່ເມືອງວັງວຽງຍັງມີຄູ່ແຝດທີ່ມີພູມສັນຖານ ແລະບັນຍາກາດຄ້າຍຄືເມືອງກຸ້ຍຫຼິນ.

ເມືອງວັງວຽງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງເຊັ່ນ: ຖໍ້າຈັງ, ຖໍ້າຊ້າງ, ຖໍ້າຫອຍ, ຖໍ້າພູຄຳ, ຖໍ້າ ນໍ້າ, ຖໍ້ານອນ ແລະຜາຕັ້ງ...ດ້ວຍຄວາມງົດງາມຂອງພູຜາປ່າໄມ້ຈຶ່ງເຮັດໃຫ້ເມືອງແຫ່ງນີ້ມີຄວາມງົດງາມ ແລະດຶງດູດສາຍຕາແກ່ຜູ້ທີ່ມາພົບເຫັນ, ຖ້າຫາກມາທ່ອງທ່ຽວເມືອງວັງວຽງແລ້ວຢາກສໍາຜັດກັບບັນຍາກາດຍາມເຊົ້າ ແລະຍາມແລງທີ່ເມືອງວັງວຽງ ຫຼືເລາະທ່ຽວໃຫ້ອີ່ມໃຈແລ້ວກໍມີຫຼາຍສະຖານທີ່ພັກຫຼາຍແຫ່ງໄວ້ໃຫ້ເລືອກໃຊ້ບໍລິການບໍ່ວ່າຈະເປັນທັງເຮືອນພັກ ແລະຣີສອດຊຶ່ງລ້ວນແຕ່ເປັນສະ ຖານທີ່ພັກທີ່ລາຄາບໍ່ແພງ, ສະອາດ ແລະບັນຍາ ກາດດີພ້ອມທັງມີຮ້ານອາຫານຫຼາຍຮ້ານໄວ້ໃຫ້ເຮົາໄດ້ເລືອກຊິມ.

 ---------------

ຂ່າວ: ວົງມະນີ ເສດຖະກິດສັງຄົມ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ