ຊາວນາເມືອງຄຳເກີດ ຈະເກັບກ່ຽວເຂົ້າໃຫ້ສຳເລັດທ້າຍເດືອນນີ້

ຊາວກະສິກອນເມືອງຄຳເກີດ ແຂວງບໍລິຄໍາໄຊ ໄດ້ລົງມືເກັບກ່ຽວເຂົ້ານາປີຕັ້ງແຕ່ກາງເດືອນກັນຍາເປັນຕົ້ນມາໃນເນື້ອທີ່ເກືອບ 7 ພັນເຮັກຕາ ແລະຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນຕຸລານີ້.

   ທ່ານ ສົມພົນເພັງ ລາດຊະສົມບັດ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງຄຳເກີດໃຫ້ຮູ້ວ່າ: ທົ່ວເມືອງຄຳເກີດມີເນື້ອທີ່ນາປີທັ້ງໝົດ 6.893 ເຮັກຕາ ແລະນາ ສັກ 20 ເຮັກຕາ ສະມັດຕະພາບເຂົ້າ 4,02 ໂຕນຕໍ່ເຮັກຕ້າ, ສະເລ່ຍເຂົ້າກິນ 394 ກິໂລຕໍ່ຄົນຕໍ່ປີ,ໂດຍພໍ່ແມ່ປະຊາຊົນເມືອງຄຳເກີດໄດ້ເລີ່ມລົງມືເກັບກ່ຽວເຂົ້ານາປີມາຕັ້ງແຕ່ວັນທີ 15 ກັນຍາ 2020 ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນຕຸລານີ້. ນອກຈາກການເຮັດນາແລ້ວຊາວກະສິກອນ ເມືອງຄຳເກີດ ຍັງໄດ້ສຸມໃສ່ການເຮັດສວນປູກພືດເປັນສິນຄ້າຊຶ່ງມີເນື້ອທີ່ສວນທັງໝົດ 4.567ເຮັກຕາ ໃນນີ້ພືດຜັກທີ່ປູກຫຼາຍແມ່ນສາລີ, ຖົ່ວດິນ, ໝາກເຜັດ, ໝາກເຂືອ, ມັນຕົ້ນ ແລະອື່ນໆ.

   ທ່ານ ສົມພົນເພັງ ລາດຊະສົມບັດ ໄດ້ໃຫ້ຮູ້ຕື່ມວ່າ: ນອກຈາກການປູກຝັງແລ້ວຫ້ອງການກະສິກຳ ແລະປ່າໄມ້ເມືອງຄໍາເກີດຍັງໄດ້ສົ່ງເສີມ ແລະເອົາໃຈໃສ່ຢ່າງແຂງ ແຮງໃນການລ້ຽງສັດຊຶ່ງປະຈຸບັນທົ່ວເມືອງມີຄວາຍທັງໝົດ 6.111 ໂຕ,ງົວ 19.979 ໂຕ, ໝູ 6.845 ໂຕ,ສັດປີກ 129.953 ກວ່າໂຕ,ໜອງປາ 237 ໜອງ, ປ່ອຍປາແລ້ວ 50.000 ໂຕ ໃນເນື້ອທີ່ໜອງປາ 289,51 ເຮັກຕາ.