ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໂດດເດັ່ນໃນການຫຼຸດຜ່ອນຄວາມທຸກຍາກໃນໄລຍະເວລາ 25 ປີຜ່ານມາ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ, ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019. ຜົນການວິໄຈແມ່ນມາຈາກບົດລາຍງານສອງສະບັບທີ່ເຮັດຂຶ້ນໂດຍສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກແຕ່ຂ່າວດີກໍຍ່ອມມາພ້ອມກັບຄຳເຕືອນທີ່ວ່າ: ສິ່ງທີ່ໄດ້ຮັບບາງຢ່າງເພື່ອຕ້ານກັບຄວາມທຸກຍາກອາດຖືກລຶບລ້າງໂດຍຜົນກະທົບຕໍ່ເສດຖະກິດລາວທີ່ມາຈາກການແຜ່ລະບາດຂອງພະຍາດໂຄວິດ-19.
ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ໂດຍພື້ນຖານແລ້ວແມ່ນອີງໃສ່ການສຳຫຼວດລາຍຈ່າຍ ແລະການບໍລິໂພກໃນລາວ (LECS), ທີ່ດຳເນີນໃນຂອບເຂດທົ່ວປະເທດໃນລະຫວ່າງປີ 2018-19. ບົດລາຍງານດັ່ງກ່າວໄດ້ເລີ່ມຕົ້ນເຮັດພ້ອມກັບບົດປະເມີນຄວາມທຸກຍາກປີ 2020: ບົດຄວາມ Catching Up and Falling Behind, ຊຶ່ງເປັນບົດທີ່ວິເຄາະຂໍ້ມູນການສຳຫຼວດຢ່າງລະອຽດ ແລະ ສຳຫຼວດເບິ່ງປັດໄຈຕ່າງໆ ທີ່ຢູ່ເບື້ອງຫຼັງບັນຫາທີ່ເກີດຂຶ້ນດັ່ງກ່າວ. ຂໍ້ມູນທີ່ໄດ້ຈາກ LECS ສະແດງໃຫ້ເຫັນວ່າອັດຕາຄວາມທຸກຍາກແຫ່ງຊາດລາວທີ່ຫຼຸດລົງ 6,3 % ໃຊ້ເວລາຫຼາຍກວ່າ 6 ປີ, ນັບຈາກປີ 24,6 % ໃນປີ 2013 ເປັນ 18,3 % ໃນປີ 2019. ໝາຍຄວາມວ່າ, ເຖິງແນວໃດກໍ່ຕາມ, ເກືອບຫ້າສ່ວນຂອງປະຊາຊົນລາວແມ່ນຍັງອາໄສຢູ່ໃນລະດັບລາຍຮັບຕໍ່າກວ່າລະດັບອັດຕາຄວາມທຸກຍາກແຫ່ງ ຊາດ 9,364 ກີບ(US$1) ຕໍ່ມື້.
“ການເພີ່ມຂຶ້ນຂອງລາຍຮັບຈາກກະສິກຳ ແລະການສົ່ງເງິນຈາກແຮງງານຢູ່ຕ່າງປະເທດໄດ້ມີສ່ວນຊ່ວຍໃຫ້ປະຊາຊົນຢູ່ເຂດຕ່າງໆຂອງປະເທດຫຼຸດພົ້ນອອກຈາກຄວາມທຸກຍາກ”, “ເຂດຊົນນະບົດໄດ້ຫຼຸດຜ່ອນຊ່ອງຫວ່າງກັບເຂດຕົວເມືອງ, ຊຶ່ງລະດັບຄວາມທຸກຍາກໄດ້ຫຼຸດລົງບໍ່ໄວປານໃດ. ລະດັບຄວາມທຸກຍາກໄດ້ຫຼຸດລົງຢ່າງເຫັນໄດ້ຊັດເຈນໃນເຂດພາກໃຕ້, ຂອບໃຈຕໍ່ການຜະລິດພືດພັນຜົນລະປູກ ແລະໃນເຂດພາກເໜືອຊຶ່ງເປັນເຂດທີ່ມີໂອກາດໃນການຈ້າງງານຫຼາຍຂຶ້ນ”.
ໃນຂະນະດຽວກັນ, ມີຫຼາຍປັດໄຈທີ່ເຮັດໃຫ້ການຫຼຸດຜ່ອນຄວາມທຸກຍາກຊ້າລົງໃນເຂດຕ່າງໆ, ພ້ອມກັບມີຄວາມຂາດແຄນດ້ານອາຊີບທີ່ບໍ່ແມ່ນຂະແໜງກະສິກຳຊຶ່ງເປັນສິ່ງທີ່ພາໃຫ້ເກີດຄວາມບໍ່ເທົ່າທຽມເພີ່ມຂຶ້ນ. ລະດັບເງິນເດືອນແມ່ນໄດ້ເພີ່ມຂຶ້ນປະມານ 60% ສຳລັບຜູ້ທີ່ມີວຽກເຮັດ, ແຕ່ຍັງມີຫຼາຍຄົນທີ່ຍັງບໍ່ສາມາດມີໂອກາດເຂົ້າເຖິງການຈ້າງງານ. ຊຶ່ງມັນກໍເປັນຄວາມຈິງໃນແຂວງທີ່ຢູ່ເຂດພາກກາງ, ຊຶ່ງບັນຫາການຫຼຸດຜ່ອນຄວາມທຸກຍາກມີຄວາມຢຸດສະຫງັກ.
“ຕາມຂໍ້ມູນໄດສະແດງໃຫ້ເຫັນວ່າຄອບຄົວສ່ວນຫຼາຍທີ່ມີລະດັບຄວາມທຸກຍາກຢູ່ລຸ່ມເສັ້ນຂີດຄວາມທຸກຍາກແມ່ນມີລັກສະນະທີ່ຄ້າຍຄືກັນໜຶ່ງ ຫຼືສອງລັກສະນະຄື: ຫົວ ໜ້າຄອບຄົວແມ່ນມາຈາກກຸ່ມຊົນເຜົ່າສ່ວນໜ້ອຍ, ມີລະດັບການສຶກສາຕໍ່າ, ຫຼືບໍ່ມີໂອກາດໃນການເຂົ້າເຖິງການຈ້າງງານ,”ທ່ານ ນິໂຄລາ ພອນທາຣາ, ຜູ້ອຳນວຍການທະນາຄານໂລກປະຈຳ ສປປ ລາວ ໄດ້ກ່າວໄວ້. “ນະໂຍບາຍຕ່າງໆ ຂອງລັດຖະບານໄດ້ຊ່ວຍຫຼຸດຜ່ອນຊ່ອງຫວ່າງດ້ານລາຍຮັບທີ່ກ່ຽວຂ້ອງກັບພູມີສາດ. ເຖິງແນວໃດກໍ່ຕາມ, ຍັງບໍ່ມີອາຊີບທີ່ພຽງພໍທີ່ຈະຊ່ວຍກະຈາຍຜົນປະໂຫຍດຈາກການຈະເລີນເຕີບໂຕທາງເສດຖະກິດຢ່າງເທົ່າທຽມກັນ”.
ໂດຍອີງຕາມຂໍ້ມູນຈາກທັງສະຖາບັນສະຖິຕິແຫ່ງຊາດລາວ ແລະທະນາຄານໂລກ, ເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນສິ່ງທ້າທາຍທີ່ໃຫຍ່ຫຼວງໃຫ້ແກ່ຄວາມພະຍາຍາມໃນການລຶບລ້າງຄວາມທຸກຍາກຢູ່ ສປປ ລາວ. ການ ແພ່ລະບາດຂອງພະຍາດໄດ້ນຳມາຊຶ່ງປາກົດການຕໍ່ການຈ້າງງານທີ່ບໍ່ເພິງປະສົງ, ສ້າງຄວາມກົດດັນໃຫ້ແກ່ຕະຫຼາດແຮງງານທີ່ອ່ອນແອຢູ່ແລ້ວ. ໃນຂະນະດຽວກັນ, ແຮງງານທີ່ກັບມາຈາກຕ່າງປະເທດ, ໂດຍສະເພາະຈາກປະເທດໄທ, ໄດ້ພາໃຫ້ການສົ່ງເງິນມາຈາກຕ່າງປະເທດຫຼຸດລົງ. ບົດລາຍງານການປະເມີນຄວາມທຸກຍາກໄດ້ມີການປະເມີນໃຫ້ຮູ້ວ່າຄວາມທຸກຍາກຈະເພີ່ມຂຶ້ນ 1,4 ຫາ 3,1% ໃນປີ 2020, ເມື່ອທຽບກັບ 0,6% ທີ່ຄາດວ່າຫຼຸດລົງໃຫ້ໄດ້ຖ້າບໍ່ມີໂຄວິດ-19.
ດ້ວຍຄວາມທ້າທາຍດັ່ງກ່າວ, ໄດ້ມີການສ້າງມາດຕະການຕ່າງໆ ໂດຍເລັ່ງໃສ່ກຸ່ມເປົ້າໝາຍຕ່າງໆ ສຳລັບຜູ້ທຸກຍາກ, ຊຶ່ງຈຳເປັນຕ້ອງເຮັດເພື່ອຟື້ນຟູສະພາບການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ.