ຜະລິດເສັ້ນເຂົ້າປຽກ, ເສັ້ນໝີ່ ແລະລູກຊີ້ນ ເປັນສິນຄ້າສ້າງລາຍຮັບໃຫ້ຄອບຄົວ

   ນາງ ບົວເງິນ ໄຊມູນຖີ ອາຍຸ 36 ປີ ປະຈຸບັນຢູ່ບ້ານຖິ່ນ ເມືອງໄຊຍະບູລີ ແຂວງໄຊຍະບູລີ, ພາຍໃນຄອບຄົວມີນໍາກັນ 7 ຄົນ, ມີແຮງງານຕົ້ນຕໍ 2 ຄົນ, ກ່ອນຈະມາ ເຖິງຈຸດນີ້ໃນເມື່ອກ່ອນຄອບຄົວຂອງເພິ່ນເປັນພະນັກງານສອງສົ້ນທີ່ສັງກັດການຈັດຕັ້ງພັກ-ລັດ ຢູ່ເມືອງຄອບ ແຂວງໄຊຍະບູລີ ໄປຄຽງຄູ່ກັບການເຮັດວຽກທາງລັດຖະ ການຍັງຖືເອົາເວລາຫວ່າງສ້າງເສດຖະກິດຄອບຄົວເພື່ອໃຫ້ມີລາຍຮັບເພີ່ມຈາກເງິນເດືອນ, ໂດຍອີງໃສ່ຄວາມຮູ້ ແລະບົດຮຽນຕົນເອງມີຢູ່ໂດຍສະເພາະແມ່ນການຜະລິດເສັ້ນເຂົ້າປຽກ, ໝູຢໍ, ລູກຊີ້ນຈໍາໜ່າຍພາຍໃນເມືອງຄອບລາຍໄດ້ກໍ່ບໍ່ໄດ້ຫຼາຍພໍແຕ່ກຸ້ມກິນ.

  ມາຮອດປີ 2004 ເລີຍຍົກຍ້າຍຈາກເມືອງຄອບມາປະຈໍາການຢູ່ ເມືອງໄຊຍະບູລີ ແລະກໍໄດ້ເຮັດອາຊີບເສີມທີ່ຕົນເຄີຍເຮັດມາກ່ອນບວກກັບພື້ນຖານຄອບຄົວຂອງປູ່ຍ່າກໍ່ແມ່ນອາຊີບຜະລິດເສັ້ນເຝີຈໍາໜ່າຍຢູ່ພາຍໃນເມືອງໄຊຍະບູລີມາແລ້ວແຕ່ດົນນານ,ສະນັ້ນຈຶ່ງຍິ່ງເພີ່ມແຮງຈູງໃຈໃຫ້ຄອບຄົວຂອງເພິ່ນມີແນວຄິດສານຕໍ່ອາຊີບນີ້ໄປຕະ ຫຼອດ; ແຕ່ແນວໃດກໍ່ຕາມເມື່ອຜະລິດຕະພັນນັບມື້ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກລູກຄ້າສັ່ງຊື້ເປັນຈໍານວນຫຼາຍໃນແຕ່ລະມື້ມີຄວາມຈໍາເປັນຂະຫຍາຍກິດຈະ ການຂຶ້ນຕື່ມເພື່ອຜະລິດໃຫ້ໄດ້ຕາມຄວາມຕ້ອງການຂອງລູກຄ້າ, ແຕ່ເນື່ອງຈາກຂາດແຮງງານຕົ້ນຕໍ ແລະ ຜູ້ບໍລິຫານວຽກຕົວຈິງຈຶ່ງເຮັດໃຫ້ການຜະລິດບໍ່ພຽງພໍກັບຄວາມຕ້ອງການຍ້ອນອາໄສເວລາຫວ່າງວັນເສົາ-ອາທິດ ແລະ ກາງຄືນຍ້ອນແນວນັ້ນມາຮອດປີ 2014 ຄອບຄົວຂອງເພິ່ນຈຶ່ງໄດ້ລາອອກຈາກການຈັດຕັ້ງພັກ-ລັດ ມາເຮັດວຽກອາຊີບນີ້ຢ່າງເຕັມແບບ ແລະ ໄດ້ດໍາເນີນກິດຈະການໂດຍເພີ່ມທຶນຊື້ເຄື່ອງຈັກ ແລະ ອຸປະກອນທີ່ທັນສະໄໝເຂົ້າຊ່ວຍມີມູນຄ່າ 60 ລ້ານກີບ ແລະ ໄດ້ຈ້າງແຮງ ງານຊ່ວຍ 7 ຄົນ ຄ່າແຮງງານເດືອນລະ 1 ລ້ານກວ່າກີບ ຕໍ່ຄົນ,ເປົ້າໝາຍການນໍາໃຊ້ເຄື່ອງຈັກກໍ່ເພື່ອຜະລິດເສັ້ນໝີ່,ໝູຢໍ ແລະລູກຊີ້ນເພື່ອໃຫ້ໄດ້ຜະລິດຕະພັນມີປະ ລິມານ ແລະຄຸນນະພາບ, ສະອາດ, ລົດຊາດແຊບ ແລະສ້າງຄວາມເພິ່ງພໍໃຈໃຫ້ແກ່ຜູ້ບໍລິໂພກ.

  ນາງ ບົວເງິນ ຍັງໄດ້ໃຫ້ຮູ້ຕື່ມວ່າ: ການຜະລິດກິດຈະການໃນແຕ່ລະປີຜ່ານມາເຊັ່ນ: ການຜະລິດເສັ້ນເຂົ້າປຽກໃນມື້ໜຶ່ງໃຊ້ເຂົ້າຈ້າວ 50 ກິໂລກຣາມ ລາຄາ 6.000 ກີບ ຕໍ່ກິໂລກຣາມ, ແປ້ງ 50 ກິໂລກຣາມ ລາຄາ 6.000 ກີບຕໍ່ກິໂລກຣາມ, ຜະລິດເສັ້ນເຂົ້າປຽກໄດ້ 200 ກິໂລກຣາມ ລາຄາຂາຍສົ່ງ 6.000 ກີບຕໍ່ກິໂລກຣາມ, ມີລາຍຮັບຈາກການຂາຍສົ່ງເສັ້ນເຂົ້າປຽກ 1,2 ລ້ານກີບຕໍ່ມື້; ໃນເດືອນໜຶ່ງຜະລິດ ແລະ ຂາຍສົ່ງເສັ້ນເຂົ້າປຽກໄດ້ຈໍານວນ 6.000 ກິໂລກຣາມ ລວມເປັນເງິນ 36 ລ້ານກີບ, ລາຍຈ່າຍໃນເດືອນປະກອບມີ: ເຂົ້າຈ້າວ, ແປ້ງ, ແຮງງານ 2 ຄົນ, ໄຟຟ້າ, ນໍ້າປະປາ, ຟືນລວມລາຍຈ່າຍທັງໝົດ 28 ລ້ານກີບ, ມີລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍ 8 ລ້ານກີບ ຕໍ່ເດືອນ,ໃນໜຶ່ງປີຜະລິດເສັ້ນເຂົ້າປຽກໄດ້ທັງໝົດ 72 ພັນກິໂລ ລາຍຮັບທັງໝົດ 432 ລ້ານກີບ,ລາຍຈ່າຍ 336 ລ້ານກີບ, ມີລາຍໄດ້ຫຼັງຫັກລາຍ ຈ່າຍ 96 ລ້ານກີບ.

  ການຜະລິດເສັ້ນໝີ່, ເຝີມື້ໜຶ່ງໃຊ້ເຂົ້າຈ້າວ 30 ກິໂລກຣາມ ລາຄາ 6 ພັນກີບ ເປັນເງິນ 1,8 ແສນກີບ, ຜະລິດເສັ້ນເຝີໄດ້ 40 ກິໂລກຣາມ, ລາຄາຂາຍ 9 ພັນກີບຕໍ່ກິໂລກຣາມ; ໃນເດືອນໜຶ່ງຜະລິດເສັ້ນໝີ່, ເຝີ ໄດ້ທັງໝົດ 1.200 ກິໂລ ເປັນເງິນ 10,8 ລ້ານກີບ, ມີລາຍຈ່າຍທັງ ໝົດ 7,9 ລ້ານກີບ, ລາຍໄດ້ຫັກຄ່າໃຊ້ຈ່າຍແລ້ວເທົ່າກັບ 2,9 ລ້ານກີບ, ປີໜຶ່ງຜະລິດເສັ້ນໝີ່ໄດ້ທັງໝົດ 14.400 ກິໂລກຣາມ ເປັນເງິນ 129,6 ລ້ານກີບ,ລາຍຈ່າຍໃນປີ 94,8 ລ້ານກີບ,ມີລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍທັງໝົດ 34,8 ລ້ານກີບ.

  ສໍາລັບການຜະລິດໝູຢໍ ແລະລູກຊີ້ນມື້ໜຶ່ງ 30 ກິໂລກຣາມ ລາຄາ 32 ພັນ ກີບຕໍ່ກິໂລກຣາມ ເປັນເງິນທັງໝົດ 960.000 ກີບ; ໃນນີ້ຊື້ເຄື່ອງປຸງລົດເຊັ່ນ: ເກືອ, ນໍ້າປາ, ນໍ້າຕານ ແລະອື່ນໆ ເປັນ ເງິນ 1 ແສນກີບ, ຜະລິດຢໍ ແລະລູກຊີ້ນໄດ້ 40 ກິໂລກຣາມ, ຂາຍລາຄາ 32 ພັນກີບຕໍ່ກິໂລກຣາມ, ມີລາຍຮັບທັງໝົດ 1,28 ລ້ານກີບ, ໃນເດືອນໜຶ່ງຜະລິດໝູຢໍ ແລະລູກຊີ້ນໄດ້ທັງໝົດ 1.200 ກິໂລກຣາມ ເປັນເງິນ 38,4 ລ້ານກີບ, ໃຊ້ຊີ້ນ 900 ກິໂລກຣາມ ເປັນເງິນ 28,8 ລ້ານກີບ, ແຮງງານ 2 ຄົນ ເທົ່າກັບ 2 ລ້ານກີບ, ເຄື່ອງປຸງ 3 ລ້ານກີບ ລວມລາຍຈ່າຍ 33,8 ລ້ານກີບ, ລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍເທົ່າກັບ 4,6 ລ້ານກີບຕໍ່ ເດືອນ, ປີໜຶ່ງຜະ ລິດໝູຢໍ ແລະລູກຊີ້ນໄດ້ທັງໝົດ 14.400 ກິໂລ ເປັນເງິນ 460 ລ້ານກີບ, ລາຍຈ່າຍທັງໝົດ 405,6 ລ້ານກີບ, ມີລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍທັງໝົດ 54,4 ລ້ານກີບ, ລວມການຜະລິດ ທັງເສັ້ນເຂົ້າປຽກ, ເສັ້ນໝີ່, ໝູຢໍ ແລະລູກຊີ້ນແລ້ວໃນປີຜ່ານມາມີລາຍຮັບທັງໝົດ 1 ຕື້ກວ່າກີບ,ລາຍຈ່າຍທັງໝົດ 836,4 ລ້ານກີບ, ມີລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍທັງໝົດ 185,2 ລ້ານກີບ, ຜະລິດຕະພັນເສັ້ນເຂົ້າປຽກ,ເສັ້ນໝີ່,ໝູຢໍ ແລະລູກຊີ້ນ ສ່ວນຫຼາຍກໍ່ໄດ້ຂາຍສົ່ງລູກຄ້າປະຈໍາພາຍໃນເທສະບານ ແລະ ໄດ້ຈໍາໜ່າຍຕ່າງຟເມືອງນໍາອີກ.

  ການຜະລິດເສັ້ນເຂົ້າປຽກ, ເສັ້ນໝີ່, ໝູຢໍ ແລະລູກຊີ້ນຂອງຄອບຄົວໄດ້ສ້າງລາຍໄດ້ຫຼັກເຂົ້າຄອບຄົວເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຫຼາຍ, ມີເຮືອນຢູ່ຖາວອນ, ມີເງິນເກັບອອມ, ມີພາຫະນະຮັບໃຊ້ຄອບຄົວນອກນັ້ນຍັງໄດ້ນໍາລາຍໄດ້ໃຫ້ລູກໄດ້ສຶກສາຕໍ່ໃນລະດັບສູງ, ມາເຖິງປະຈຸບັນນີ້ສາມາດຜະລິດໄດ້ມາດຕະຖານຖືກຕ້ອງຕາມຫຼັກອະນາໄມ ແລະໄດ້ຮັບການຢັ້ງຢືນ ອຢ ຈາກກົມອາຫານ ແລະຢາຂອງກະຊວງສາທາລະນະສຸກສະບັບເລກທີ 5614/ກອຢ, ລົງ ວັນທີ 15 ກໍລະກົດ 2020. ພ້ອມທັງໄດ້ຖືກຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດ໋ອບ) ແຫ່ງຊາດຂອງກະຊວງອຸດສາຫະກໍາ ແລະການຄ້າສະບັບເລກທີ 234/ກສຄ,ລົງວັນທີ 29 ມິຖຸນາ 2020; ເຖິງຢ່າງໃດກໍຕາມເພື່ອຍົກສູງຄຸນນະພາບໃນການຜະລິດໃຫ້ດີຍິ່ງໆຂຶ້ນນັ້ນ ພວກຂ້າພະເຈົ້າຈະຕັ້ງໜ້າສົມທົບກັບໜ່ວຍງານທີ່ກ່ຽວຂ້ອງຂອງພາກລັດໃນການ ປັບປຸງບາງຈຸດຄົງຄ້າງທາງດ້ານຂັ້ນຕອນການຜະລິດ ແລະຫຸ້ມຫໍ່ໃຫ້ດີຂຶ້ນເປັນກ້າວໆ.

-------------

ຂ່າວ: ບຸນທີ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ