ພິທີຫົດສົງເຖຣາພິເສກ ພະຫຼັກຄຳສົມໂພທິວົງເມທີ

ພິທີຫົດສົງເຖຣາພິເສກພະຫຼັກຄຳສົມໂພທິວົງເມທີ (ສົມພົງ ເມດຕາຈິດໂຕ) ກັມມະການສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ, ເຈົ້າອະທິການວັດບ້ານກາງທ່າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2020 ໂດຍສັດທາເຫຼື້ອມໃສຖວາຍເຄື່ອງເຖຣາພິເສກຮົດສົງແມ່ນທ່ານ ກິດສະໜາ ແລະທ່ານນາງ ຈັນທະຈອນ ວົງໄຊພ້ອມດ້ວຍຄະນະຍາດລູກຫຼານພຸດທະສາສະນິກະຊົນທັງຫຼາຍ.

  ພະຫຼັກຄຳສົມໂພທິວົງເມທີ (ສົມພົງ ເມດຕາຈິດໂຕ) ເກີດວັນ ທີ 6 ກຸມພາ 1960 ທີ່ບ້ານບົກ ເມືອງຈຳພອນ ແຂວງສະຫວັນນະເຂດ, ມານດານາມວ່າ ນາງ ບຸດສະດີ ຣັດຕະນະສົນໄຊ, ບິດານາມວ່າທ່ານ ຕິ້ນ ຣັດຕະນະສົນໄຊ; ເມື່ອອາຍຸຈະເຣີນໄວໄດ້ 8 ປີ ໄດ້ ເຂົ້າບັນພະຊາເປັນສາມະເນນໃນພະພຸດທະສາສະໜາ (ປີ 1968) ໄດ້ບັນພະຊາເປັນສາມະເນນຢູ່ 14 ປີ; ອາຍຸ 22 ປີ ໃນປີ 1982 ຈຶ່ງໄດ້ອຸປະສົມບົດເປັນພະພິກຂຸໃນພະພຸດທະສາສະໜາໂດຍມີຍາທ່ານ ຝ້າຍລັດສະໝີເປັນພະອຸປັດຊາທີ່ພັດທະສີມາວັດບ້ານກາງທ່າ ເມືອງຫາດຊາຍຟອງ; ໃນປີ 1983 ໄດ້ເປັນຮັກສາການເຈົ້າອະທິການວັດບ້ານກາງທ່າ ເມືອງຫາດຊາຍຟອງ ແລະໃນປີ 1988 ຈຶ່ງໄດ້ເປັນເຈົ້າອະທິການວັດ,ໃນປີ 2005 ໄດ້ເປັນເຈົ້າຄະນະເມືອງຫາດຟອງ ແລະເປັນກັມມະການບໍລິຫານງານສູນກາງ ອພສ ແຫ່ງ ສປປ ລາວສະໄໝທີ VII ຕັ້ງແຕ່ປີ 2016 ຈົນເຖິງປະຈຸບັນນີ້.

  ໃນປີ 2019 ພະເດດພະຄຸນໄດ້ຮັບຂຶ້ນເປັນພະຫຼັກຄຳຕາມທັມມະນູນສົງລາວສະບັບປັບປຸງປີພະພຸດທະສັງກາດ 2561 ໂດຍອົງພະຍອດແກ້ວມະຫາສັງຄະສຸທັມມາທິບໍດີຣັດຕະນະມະຫາສັງຄະປາໂມກປະທານສູນກາງ ອພສ ແຫ່ງ ສປປ ລາວ ໄດ້ອອກພະມະຫາສັງຄະລິຂິດປະກາສິຕາສຸວັນນະຈາຣຶກວ່າດ້ວຍຊື່ຂອງຄະນະກັມມະການສູນກາງ ອພສ ແຫ່ງ ສປປ ລາວ ໃຫ້ພະອາຈານ ສົມພົງ ເມດຕາຈິດໂຕເປັນ “ພະຫຼັກຄຳສົມໂພທິວົງເມທີສິຣິມະຫາສີລະສັງວະຣາຈານ (ສົມພົງ ເມດຕາຈິດໂຕ) ” ໃຫ້ດຳຣົງງອກງາມຢູ່ໃນພະສາສະໜາຮັກສາພະທັມວິໄນໃຫ້ສືບໄປຕະຫຼອດຫ້າພັນພະວັດສາພຸ້ນເທີ້ນ.

  ດ້ານການສາທາຣະນູປະການພາຍໃນວັດບ້ານກາງທ່າເມືອງ ຫາດຊາຍຟອງ ພະອາຈານ ສົມພົງ ເມດຕາຈິດໂຕ ໄດ້ນຳພາບູລະນະສ້າງພັດ ທະສີມາ, ສາລາໃຫຍ່ໂຮງທັມ, ຫໍກອງ ແລະກຸຕິວິຫານ, ນອກຈາກນີ້ຍັງໄດ້ນຳພາສ້າງຖະໜົນຫົນທາງເຂດເມືອງຈຳພອນ, ຊ່ວຍເຫຼືອສ້າງໂຮງຮຽນໃນເຂດຊົນນະບົດ ແລະອື່ນໆ.

  ພະຫຼັກຄຳສົມໂພທິວົງເມທີ (ສົມພົງເມດຕາຈິດໂຕ) ເປັນພະມະຫາເຖຣະທີ່ສົມບູນດ້ວຍມາຣະຍາດສີລາຈາຣະວັດທັງວັດປະຕິບັດງົດງາມມີຄວາມເຄັ່ງຄັດໃນທັມວິໄນມີຄວາມອ່ອນນ້ອມຖ່ອມຕົນມີທັມອັນໜ້າຮັກຊົງໄວ້ຊຶ່ງພົມວິຫາຣະທັມມີຈິດໃຈອັນດີງາມເປັນທີ່ເຄົາຣົບຂາບໄວ້ຂອງພະສົງ-ສາມະເນນພຸດທະສາສະນິກະຊົນທັງຫຼາຍ, ພິເສດຄືພະເດດພະຄຸນຊົງທັມຊົງວິໄນຊົງສຸຕະຊົງປະຣິຍັດຮູ້ແຈ້ງໃນຫຼັກປະຣິຍັດຕິທັມຈຶ່ງມີປະຕິປະທາອັນງົດງາມເປັນພະມະຫາເຖຣະທີ່ຄວນຄ່າແກ່ການສັກກາຣະບູຊາຍິ່ງ.

 ສໍາລັບງານຫົດສົງເຖຣາພິເສກນີ້ໄດ້ຮັບພະເມດຕາທັມຈາກອົງພະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຮັກສາການປະທານສູນກາງ ອພສ ແຫ່ງ ສປປ ລາວ ມາເປັນປະທານໃນພິທີ, ພ້ອມດ້ວຍພະຍອດຄຳພັດທະຣະເກສີ (ດຳຣົງ ພິມມະຈັກ) ຫົວໜ້າຫ້ອງການບໍລິຫານງານສູນກາງ ອພສ ແຫ່ງ ສປປ ລາວ, ມີພະຍອດຄຳຄະນະບໍລິຫານງານປະຈຳການສູນກາງ, ພະຫຼັກຄຳຄະນະກັມມະການສູນກາງ ອພສ ແລະພະສົງເຖຣານຸເຖຣະເຂົ້າຮ່ວມ.