ຖໍ້າຫົງຄໍາ ສະຖານທີ່ທ່ອງທ່ຽວທາງທໍາມະຊາດ

  ໃນໄລຍະນີ້ກ້າວເຂົ້າສູ່ບັນຍາກາດລະດູໜາວຫຼາຍທ່ານຫຼາຍຄົນກຳລັງຊອກຫາທີ່ພັກໃຈພັກກາຍດ້ວຍບັນຍາກາດທີ່ອົບອຸ່ນ, ເພື່ອເຮັດໃຫ້ຮ່າງກາຍໄດ້ສຳຜັດກັບສະພາບແວດລ້ອມທີ່ດີ,ອາກາດສົດຊື່ນເຕັມໄປດ້ວຍຄວາມເປັນທຳມະຊາດແຕ່ຍັງຫາສະຖານທີ່ບໍ່ໄດ້ ຫຼືບໍ່ຮູ້ຈະໄປທ່ຽວໃສດີຊຶ່ງບາງຄົນກຳລັງຄິດຢາກໄປສໍາຜັດທໍາມະຊາດແຕ່ກໍຍັງນຶກບໍ່ອອກວ່າສະຖານທີ່ໃດເໝາະສົມດັ່ງນັ້ນ, ຈຶ່ງຢາກຂໍສະເໜີແຫຼ່ງທ່ອງທ່ຽວທີ່ເໝາະສົມໃຫ້ກັບບັນດາທ່ານນັ້ນກໍຄືແຫຼ່ງທ່ອງທ່ຽວຖໍ້າຫົງຄໍາ.

  ຖໍ້າຫົງຄໍາເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດແຫ່ງໜຶ່ງທີ່ມີທິວທັດທໍາມະຊາດອ້ອມຂ້າງສວຍສົດງົດງາມ, ເຕັມໄປດ້ວຍຕົ້ນໄມ້ນ້ອຍ-ໃຫຍ່ຂຽວສົດໃສຫຼາກຫຼາຍຊະນິດປົກຄຸມພື້ນທີ່ ແລະມີສັດສາວ່າສິ່ງຫຼາຍຊະນິດຊຶ່ງໂຕຖໍ້າມີລັກສະນະແປກຕາບໍ່ຄືຜາບ່ອນອື່ນນັບວ່າເປັນແຫຼ່ງທ່ອງທ່ຽວທີ່ມະຫັດສະຈັນ ແລະມີຄວາມເລິກລັບໜ້າຄົ້ນຫາຊຶ່ງຖໍ້າຫົງຄໍານີ້ໃນເມື່ອກ່ອນສະໄໝສົງຄາມເຄີຍເປັນບ່ອນລີ້ໄພຂອງປະຊາຊົນບ້ານດັ່ງກ່າວ ແລະໃນຍາມບຸນປີໃໝ່ລາວປະຊາຊົນຈາກບັນດາແຂວງ ແລະເມືອງໄດ້ພາກັນມາສະເຫຼີມສະຫຼອງ ແລະມາທ່ຽວຊົມຖໍ້າຫົງຄໍາຢ່າງຫຼວງຫຼາຍ.

  ເມື່ອມາທ່ອງທ່ຽວຖໍ້າແຫ່ງນີ້ນັກທ່ອງທ່ຽວຈະໄດ້ສໍາຜັດກັບທໍາມະຊາດອັນສວຍສົດງົດງາມອາກາດທີ່ເຢັນສົດຊື່ນບວກກັບສ່ຽງນົກ, ສ່ຽງໝູ ແລະສັດອື່ນໆພ້ອມສໍາຜັດທ່ຽວຊົມຄວາມສວຍງາມທີ່ແຕກຕ່າງກັນຂອງຖໍ້າໆຫົງຄໍາຕັ້ງຢູ່ແຄມນໍ້າງາ ແລະຂຶ້ນກັບບ້ານນໍ້າງາ ເມືອງນໍ້າໝາກ ແຂວງຫຼວງພະບາງຫ່າງຈາກຕົວເມືອງປະມານ 25 ກິໂລແມັດ.

--------------

ຂ່າວ: ວົງມະນີ ເສດຖະກິດສັງຄົມ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ