ໂຄງການຊ່ວຍເຫຼືອເດັກເອັສໂອເອັສຫາລືວຽກຮ່ວມກັນ

  ຄະນະບໍລິຫານໂຄງການຊ່ວຍເຫຼືອເດັກເອັສໂອເອັສລາວໄດ້ຈັດກອງປະຊຸມຫາລືວຽກງານຮ່ວມກັນປະຈຳປີ 2020 ຂຶ້ນໃນວັນທີ 19 ຕຸລາ ທີ່ໂຮງຮຽນເອັສໂອເອັສເຮີແມນມາຍເນີນະຄອນຫຼວງພະບາງໂດຍການເປັນປະທານຂອງທ່ານ ສຸມາຕາ ແດງຈຳປາ ຜູ້ອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວມີຄະນະອຳນວຍ ການໂຄງການ, ຄະນະຮັບຜິດຊອບໂຄງການ, ອຳນວຍການໂຮງຮຽນ ແລະບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສທີ່ມີຢູບັນດາແຂວງພາກເໜືອເຂົ້າຮ່ວມ.

 ທ່ານ ສຸມາຕາ ແດງຈຳປາ ຜູ້ອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍເອັສ ໂອເອັສລາວມີຄຳເຫັນກ່າວໄຂກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍສໍາຄັນຫຼາຍເພາະວ່າຜູ້ບໍລິຫານຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ຮັບຟັງການລາຍງານຜົນສຳເລັດໂດຍຫຍໍ້ຂອງການຈັດຕັ້ງປະຕິບັດແຜນໃນໜຶ່ງປີຜ່ານມາ ແລະວາງທິດທາງແຜນການໃນໜຶ່ງປີຕໍ່ໜ້າ. ພ້ອມນີ້, ຍັງຈະໄດ້ຮັບຟັງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານພັດທະນາ ແຜນການເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນປະຈຳສົກປີ 2020, ນະໂຍບາຍຫັດກຸມການຮັບເດັກເອັສໂອເອັສ, ແຜນຍຸດທະສາດຂອງໂຄງການປະຈຳປີ 2021 ແລະກຳນົດຄາດໝາຍ 5 ປີທີເປັນບູລິມະສິດ ແຕ່ປີ 2021-2024. ນອກນີ້, ຈະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນໜຶ່ງປີຜ່ານມາ ແລະວາງທິດທາງແຜນການຈາກໜ່ວຍງານສະປອນເຊີຊີບ,ໜ່ວຍງານພັດທະນາຊາວໜຸ່ມໂຮງຮຽນ,ໜ່ວຍງານສົ່ງເສີມການຮ່ວມມື ແລະການສື່ສານ, ໜ່ວຍງານພັດທະນາບຸກຄະລາກອນ-ການປົກປ້ອງຄວາມປອດໄພເດັກ, ໜ່ວຍງານໄອຊີທີ ແລະໜ່ວຍງານການເງິນ.

   ພ້ອມນີ້ຍັງຈະໄດ້ປຶກສາຫາລືສົນທະນາບັນຫາທີ່ຍັງຄົງຄ້າງເພື່ອຊອກຫາວິທີທາງແກ້ໄຂຮ່ວມກັນໃນຕໍ່ໜ້າເປັນຕົ້ນແມ່ນການປັບປຸງໂຄງສ້າງເງິນເດືອນຂອງໂຮງຮຽນທີ່ຍັງຍັງບໍ່ສາມາດກຸ້ມຕົ້ນເອງ ແລະ ການຫຼຸດຜ່ອນງົບປະມານທີ່ບໍ່ຈຳເປັນ, ການປົກປ້ອງ ແລະ ແກ້ໄຂບັນຫາຄວາມປອດໄພຂອງເດັກການປະສານສົມທົບລະຫວ່າງບ້ານ, ໂຮງຮຽນ ແລະຫ້ອງການປະສານງານ, ການຄຸ້ມຄອງຊັບສິນ ແລະຕຶກອາຄານໂຄງການ, ການສື່ສານເຜີຍແຜ່ຂໍ້ມູນຂ່າວສານ ແລະວຽກງານຂອງໂຄງການໃຫ້ໄປໃນທິດດຽວກັນ,ການພັດທະນາຕົນເອງໃນການນຳໃຊ້ເຄື່ອງມືສື່ສານ ແລະລະບົບໄອຊີທີຂອງໂຄງການໃຫ້ຫັນເປັນທັນສະໄໝແນໃສ່ປັບປຸງ ແລະພັດທະນາໂຄງການຊ່ວຍເດັກເອັສໂອເອັສລາວໃຫ້ທຽບກັບພາກພື້ນ ແລະສາກົນ. 

   ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ, ສົນທະນາປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດສະຫຼຸບ ແລະທິດທາງແຜນການຂອງແຕ່ລະໜ່ວຍງານເພື່ອໃຫ້ສອດຄອງ ແລະໄປຕາມແນວທາງປ່ຽນແປງໃໝ່ຂອງພັກ-ລັດວາງອອກ. ກອງປະຊຸມດັ່ງກ່າວຈະດຳເນີນໄປຮອດວັນທີ 23 ຕຸລາ 2020 ຈຶ່ງ ຈະສຳເລັດ.

--------------

ຂ່າວສໍສີ. ຮູບພາບ#ຫນັງສືພິມເສດຖະກິດສັງຄົມ