ນໍ້າດື່ມຫົວເສືອຈັບສະຫຼາກແຈກໂຊກລົດອີຊູຊຸດີແມັກຄັນສຸດທ້າຍ

   ນໍ້າດື່ມຫົວເສືອໄດ້ຈັດກິດຈະກໍາຄືນກໍາໄລໃຫ້ກັບຜູ້ບໍລິໂພກພາຍໃຕ້ໂຄງການ “ລຸ້ນໂຊກໃຫຍ່ກ້ອງຝາສີຂາວກັບກັບນໍ້າດື່ມຫົວເສືອ” ຊຶ່ງໃນນັ້ນມາຮອດປະຈຸບັນນໍ້າດື່ມຫົວເສືອໄດ້ປ່ຽນຝາເປັນສີຂາວ ແລະໃນກ້ອງຝານັ້ນຍັງມີລະຫັດ 7 ຕົວ ເລກໃຫ້ຜູ້ບໍລິໂພກສາມາດສົ່ງໄປລຸ້ນໂຊກແບບງ່າຍຊຶ່ງຜູ້ບໍລິໂພກສາມາກສົ່ງລະຫັດກ້ອງຝາຂາວຂອງນໍ້າດື່ມຫົວເສືອຂະໜາດໃດກໍໄດ້ມາທາງສົ່ງລະຫັດເຂົ້າທາງຂໍ້ຄວາມ Messenger Faceook page: Tigerheadlaos.ໂຄງການດັ່ງກ່າວໄດ້ເລີ່ມຕົ້ນມາແຕ່ເດືອນກໍລະກົດ 2020 ແລະຈະສິ້ນສຸດລົງໃນວັນທີ 16 ຕຸລາ 2020.

  ວັນທີ 16 ຕຸລາ 2020 ນີ້ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດງານແຈກໂຊກໂດຍການສຸ່ມຫາຜູ້ໂຊກດີເປັນຄັ້ງທີ 3 ຊຶ່ງເປັນຄັ້ງສຸດທ້າຍຂອງໂຄງການມີລາງວັນໃຫຍ່ຄືລົດກະບະ Isuzu D-Max ຈຳນວນ 1 ຄັນ, ໃນນີ້ມີລາງວັນສາຍຄໍຄຳ 2 ສະຫຼຶງ ຈໍານວນ 56 ລາງວັນ ແລະລາງວັນເງິນສົດ 8 ລ້ານກີບ ຈຳນວນ 18 ລາງວັນ ໂດຍການກົດປຸ່ມສຸ່ມຫາຜູ້ໂຊກດີຂອງທ່ານ ວິກເຕີ ຈອງຜູ້ອຳ ນວຍການຝ່າຍການຕະຫຼາດບໍລິສັດ ບຍລາວ ຈຳກັດ ມາຮອດປະຈຸບັນນໍ້າດື່ມຫົວເສືອໄດ້ມີການແຈກໂຊກຜ່ານການສຸ່ມຫາຜູ້ໂຊກດີຄັ້ງສຸດທ້າຍທັງໝົດ 3 ຄັ້ງ ມີຜູ້ໂຊກດີໄດ້ຮັບລາງວັນສາຍຄໍຄຳສອງສະຫຼຶງໄປແລ້ວຈຳນວນ 480 ລາງວັນ ຜູ້ໂຊກດີໄດ້ຮັບລາງວັນເງິນສົດ 8 ລ້ານກີບ ຈຳນວນ 180 ລາງວັນ ແລະລາງວັນໃຫຍ່ຄືລົດກະບະ Isuzu D-Max ຈຳນວນ 3 ຄັນ.

   ສໍາລັບຜູ້ໂຊກດີໄດ້ຮັບລາງວັນລົດກະບະ Isuzu D-Max 1 ລາງວັນຄັນທໍາອິດໄດ້ແກ່: ທ່ານ ນາງ ວຽງໄຊ ບ້ານອຸດົມຜົນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເບີໂທ 94483609 ໃນລະຫັດ COK7BR5, ຜູ້ທີ່ 2 ໄດ້ແກ່: ທ້າວ ບົວແກ້ວ ວັນນະຈອນ ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ຄັນສຸດທ້າຍໄດ້ແກ່: ທ້າວ ສີຄູນ ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເບີໂທ 020 99224243 ໃນລະຫັດ PKDBJD3. ນອກຈາກນີ້ລາຍຊື່ຜູ້ໂຊກດີທັງໝົດແມ່ນສາມາດກວດເຊັກທາງ Fceook ໜ້າແຟນເພສຂອງນໍ້າດື່ມຫົວເສືອ WWW Faceook .com/ Tigerheadlaos.