8 ເມືອງ ແຂວງສະຫວັນນະເຂດໄດ້ຮັບຜົນກະທົບຈາກນໍ້າຖ້ວມ

  ປະຈຸບັນປະຊາຊົນ 8 ເມືອງຄື: ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພິນ ແລະ 4 ເມືອງຕອນລຸ່ມລຽບຕາມລໍານໍ້າເຊບັ້ງຫຽງຄື: ຊົນນະບູລີ, ຈຳພອນ, ສອງຄອນ ແລະທ່າປາງທອງ ແຂວງສະຫວັນນະເຂດພວມໄດ້ຮັບຜົນກະທົບຈາກນໍ້າຖ້ວມໜັກຍ້ອນຝົນຕັກໜັກຕິດຕໍ່ກັນຫຼາຍວັນໃນນີ້ໜັກກວ່າໝູ່ແມ່ນເມືອງເຊໂປນ ແລະເມືອງນອງເນື່ອງຈາກເສັ້ນທາງຖືກຕັດຂາດຈົນບໍ່ສາມາດເຂົ້າເຖິງໄດ້ ແລະລະດັບນໍ້າຍັງສືບຕໍ່ສູງຂຶ້ນ, ສ່ວນຜົນເສຍຫາຍຍັງບໍ່ສາມາດປະເມີນໄດ້ເທື່ອ.

   ທ່ານ ບຸນລົບ ໂຄດຫຼັກຄໍາ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ໃຫ້ສຳພາດວ່າ: ສະພາບນໍ້າຖ້ວມພາຍໃນແຂວງປີນີ້ຮຸນ ແຮງຫຼາຍປະຈຸບັນພາກສ່ວນຕ່າງໆ ພວມເລັ່ງປຶກສາຫາລືກັນເພື່ອຕອບໂຕ້ຮັບມືກັບສະພາບໄພພິບັດຄັ້ງນີ້ ແລະ ສຸມທຸກກຳລັງເພື່ອໃຫ້ການຊ່ວຍເຫຼືອປະຊາຊົນຢ່າງຮີບດ່ວນ,ປະຈຸບັນໄດ້ສະໜອງເຮືອ,ພາຫະນະ ແລະອຸປະກອນຈໍາເປັນໃຫ້ບັນດາເມືອງທີ່ໄດ້ຮັບຜົນກະທົບໜັກເພື່ອອຳນວຍຄວາມສະດວກໃນການເຂົ້າເຖິງພື້ນທີ່ສ່ຽງ ແລະຊ່ວຍເຫຼືອ ປະຊາຊົນຢ່າງທັນການ.

 ປະຈຸບັນອົງການປົກຄອງແຂວງກໍ່ຄືຄະນະກຳມະການແກ້ໄຂໄພພິບັດຂັ້ນແຂວງ ແລະເມືອງພວມເລັ່ງປະສານກັບໜ່ວຍງານກູ້ໄພ ແລະອາສາສະໝັກຕ່າງໆລະດົມການຊ່ວຍເຫຼືອເບື້ອງຕົ້ນໃຫ້ປະຊາຊົນເປັນຕົ້ນເຄື່ອງອຸປະໂພກ, ບໍລິໂພກຊຶ່ງຄາດວ່າຍັງບໍ່ພຽງພໍກັບຄວາມຕ້ອງການໃນຫຼາຍຈຸດສະນັ້ນຈຶ່ງຮຽກຮ້ອງເຖິງສັງຄົມກໍ່ຄືພາກສ່ວນຕ່າງໆ ໃຫ້ການຊ່ວຍເຫຼືອ ແລະສະໜັບສະໜູນເພື່ອພ້ອມກັນຜ່ານຜ່າໄພພິບັດໃນຄັ້ງນີ້ໃຫ້ໄດ້.