ຊານໄຊ ທຳລາຍປືນແກັບ 42 ກະບອກ

   ໃນວັນທີ 18 ຕຸລາ 2020 ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດພິທີທຳລາຍອາວຸດລ່າເນື້ອປະເພດປືນແກັບຈຳນວນ 42 ກະບອກທີ່ທ້ອນໂຮມໄດ້ຈາກປະຊາຊົນກຸ່ມບ້ານວັງຕັດ. ພິທີໄດ້ຈັດຂຶ້ນທີ່ສະໂມສອນຫ້ອງການກຸ່ມບ້ານວັງຕັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສຸວັນສີ ແກ້ວວີເສີດ ເຈົ້າ ເມືອງຊານໄຊ ມີທ່ານ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື, ມີ ປກສ ກຸ່ມບ້ານ,ມີອຳນາດການປົກຄອງບ້ານ 6 ບ້ານທີ່ຂຶ້ນກັບກຸ່ມບ້ານວັງຕັດເຂົ້າຮ່ວມ.

   ທ່ານ ຮອ ຄຳພີນ ໄຊຍະພຽນ ຫົວໜ້າ ປກສ ກຸ່ມບ້ານວັງຕັດໄດ້ກ່າວວ່າ: ອາວຸດລ່າເນື້ອປະເພດປືນແກັບທີ່ນຳມາທຳລາຍໃນຄັ້ງນີ້ມີທັງໝົດ42 ກະບອກໃນນັ້ນໄດ້ທ້ອນໂຮມມາຈາກບ້ານດາກບ໊ອກ 26 ກະບອກ ແລະບ້ານໜອງທົ່ງໄກ່ໂອກ 16 ກະບອກ, ສ່ວນອີກ 4 ບ້ານທີ່ຍັງເຫຼືອແມ່ນຈະໄດ້ສືບຕໍ່ທ້ອນໂຮມ ແລະນຳມາທຳລາຍໃນ ຄັ້ງຕໍ່ໄປ.

  ໃນພິທີຄະນະປະທານກໍໄດ້ຜັດປ່ຽນກັນມີຄໍາເຫັນໂອ້ລົມໂດຍໄດ້ເນັ້ນໜັກໃຫ້ອຳນາດການປົກຄອງບ້ານ, ກຳລັງ ປກສ ກຸ່ມບ້ານ, ປກສ ບ້ານພ້ອມກັນສືບຕໍ່ຈັດຕັ້ງປະຕິ ບັດວຽກງານທ້ອນໂຮມອາວຸດລ່າເນື້ອ, ອາວຸດເສິກ, ທາດແຕກ, ທາດລະເບີດ ແລະ ອຸປະກອນອື່ນໆ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍແນໃສ່ເຮັດໃຫ້ແຂວງອັດຕະປື ເວົ້າລວມ,ເວົ້າສະເພາະແມ່ນເມືອງຊານໄຊມີສະຖຽນລະພາບທາງດ້ານການເມືອງ,ມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍກ້າວໄປເຖິງເຮັດໃຫ້ຄວາມອຸດົມສົມບູນຂອງສັດປ່າກັບຄືນມາສູ້ທໍາມະຊາດເທື່ອລະກ້າວ.

 ----------------

ໜັງສືພິມເສດຖະກິດ-ສັງຄົມ