ສະໝ້ວຍ ເສຍຊີວິດ 2 ຄົນ ຈາກພາຍຸສ່ວນມູນຄ່າເສຍຫາຍຍັງປະເມີນບໍ່ໄດ້

   ຍ້ອນຈາກສະພາບຝົນຕົກໜັກຕິດຕໍ່ກັນຫຼາຍມື້ໃນລະຫວ່າງວັນທີ 6-12 ຕຸລາ ຜ່ານມານີ້, ຈາກອິດທິພົນຂອງພາຍຸທີ່ພັດຜ່ານແຂວງສາລະວັກໍ່ຄືເມືອງສະໝ້ວຍ ອັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດ ແລະຊັບສິນຂອງປະຊາຊົນເມືອງສະໝ້ວຍໃນແຕ່ລະບ້ານ, ແຕ່ລະເຂດ ແລະເຮັດໃຫ້ເສັ້ນທາງທີ່ຈະເຂົ້າໄປໃຫ້ການຊ່ວຍເຫຼືອຖືກຕັດຂາດຫຼາຍເສັ້ນ ແລະມາຮອດປະຈຸບັນນີ້ແມ່ນຍັງມີຄວາມຫຍຸ້ງຍາກເນື່ອງຈາກຝົນຍັງສືບຕໍ່ຕົກເປັນໄລຍະ, ແຕ່ອົງການຈັດຕັ້ງຕ່າງໆ ໂດຍສະເພາະອົງການປົກ ຄອງເມືອງສະໝ້ວຍ ແລະການນຳຂັ້ນແຂວງໄດ້ຕິດຕາມຢ່າງໃກ້ຊິດ, ທັງໃຫ້ການຊ່ວຍຢ່າງຕໍ່ເນື່ອງ, ພ້ອມທັງແນະນຳໃຫ້ເລັ່ງຊ່ວຍເຫຼືອຢ່າງຮີບດ່ວນ.

   ທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ເຈົ້າເມືອງສະໝ້ວຍໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບຜົນກະທົບໃນເບື້ອງຕົ້ນຄັ້ງນີ້ວ່າ: ພາຍຫຼັງທີ່ກົມອຸຕຸໄດ້ແຈ້ງການກ່ຽວກັບມີລົມພາຍຸຈະພັດຜ່ານ ແຂວງສາລະວັນ, ກໍ່ໄດ້ອອກແຈ້ງການເຖິງພໍ່ແມ່ປະຊາຊົນໃນແຕ່ລະບ້ານໃຫ້ກຽມຮັບມືແລະໃຫ້ຍົກຍ້າຍອອກຈຸດທີ່ມີຄວາມສ່ຽງເພື່ອຄວາມປອດໄພ. ຕໍ່ຈາກຜົນກະທົບດັ່ງກ່າວເຮັດໃຫ້ພື້ນຖານໂຄງລ່າງໃນດ້ານຕ່າງໆ, ເນື້ອທີ່ທຳການຜະລິດ, ຜົນຜະລິດຂອງປະຊາຊົນເສຍຫາຍນັບບໍ່ຖ້ວນ. ການເກັບກຳຂໍ້ມູນໃນເບື້ອງຕົ້ນຄັ້ງນີ້ສາມາດສັງລວມໄດ້ຄື: ເຮືອນເປ່ເພ 5 ຫຼັງ,ສັງກະສີຫຼັງຄາເຮືອນເລີກ 2.720 ແຜ່ນ,ອາຄານສຳນັກງານຫ້ອງການເສຍຫາຍ 3 ຫຼັງ ແລະໜັກໜ່ວງທີ່ສຸດເສັ້ນທາງຖືກຕັດຂາດ, ເປ່ເພເປັນຈຳນວນຫຼາຍເຊັ່ນ: ເສັ້ນທາງເຢຍສະມັນສະໝ້ວຍ ຫາ ອາສົກ ເສຍຫາຍ 15 ຈຸດ, ດິນເຈື່ອນ ຖົມທາງ 40 ຈຸດ, ຂົວທໍ່ຊຸດຕົວ 9 ຈຸດແລະອີກ 7 ເສັ້ນ,ມີ 60 ຈຸດ ເປັນຕົ້ນ: ທາງຂາດ,ດິນເຈື່ອນ, ທໍ່ຂາດ, ຫົວຂົວຊຸດຕົວ-ຂາດ ແລະອື່ນໆ, ນອກນັ້ນມີບ້ານທີ່ຖືກເສັ້ນທາງຕັດຂາດ19 ບ້ານ, ຜົນຜະລິດຂອງປະຊາຊົນກໍ່ໄດ້ຮັບຜົນກະທົບຢ່າງໜັກເຊັ່ນກັນ: ເນື້ອທີ່ປູກເຂົ້າ 220 ເຮັກຕາ, ໃນນັ້ນໄຮ່ 115 ເຮັກຕາ, ນາ 105 ເຮັກຕາ, ມັນຕົ້ນ 151 ເຮັກຕາ, ສວນກ້ວຍ 26 ເຮັກຕາ, ໄມ້ອຸດສາຫະກໍາ(ໄມ້ໂບງ-ໄມ້ກະຖິນ) 20 ເຮັກຕາ ຖືກນໍ້າພັດ, ໂຄ່ນລົ້ມໝົດ ແລະໜອງປາອີກ 137 ໜອງ, ລູກປາເກືອບ 2 ແສນໂຕ, ສັດອື່ນໆອີກຈຳນວນຫຼວງຫຼາຍ, ລະບົບຊົນລະປະທານເປ່ເພ37 ແຫ່ງ ແລະນໍ້າລິນ 8 ແຫ່ງ. ຕໍ່ກັບເຫດການດັ່ງກ່າວເຮັດໃຫ້ມີຜູ້ຖືກເຄາະຮ້າຍເສຍຊີວິດ2 ຄົນ, ຍິງ 1 ຄົນ ຊຶ່ງເປັນຜົວ-ເມຍຍ້ອນດິນເຈື່ອນລົງຈາກພູຖົມຖຽງໄຮ່ 2 ຜົວເມຍ ຊຶ່ງເປັນປະຊາຊົນບ້ານລະໄລອັງກົງ.

  ປະຈຸບັນນີ້, ອົງການປົກຄອງແຂວງສາລະວັນ ແລະເມືອງສະໝ້ວຍໄດ້ເລັ່ງໃຫ້ການຊ່ວຍເຫຼືອຢ່າງຮີບດ່ວນໂດຍສະເພາະໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ສິ່ງ ຂອງທີ່ຈຳເປັນເຂົ້າຊ່ວຍເຫຼືອ, ເສັ້ນທາງໃດທີ່ກະທົບຕໍ່ປະຊາຊົນເປັນຈຳນວນຫຼາຍກໍ່ໃຫ້ເມືອງປະສານສົມທົບກັນເລັ່ງຊ່ວຍແກ້ໄຂໂດຍໄວ, ຊຶ່ງການນຳຂັ້ນແຂວງ, ເມືອງ, ກໍ່ໄດ້ລົງໃກ້ຊິດຕິດແທດໃຫ້ກຳລັງໃຈ ແລະ ໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນພ້ອມທັງແນະນຳໃຫ້ອຳນາດການປົກຄອງບ້ານແຈ້ງເຕືອນປະຊາຊົນຫຼີກເວັ້ນຈຸດທີ່ຍັງມີ ຄວາມສ່ຽງ ແລະສືບຕໍ່ເກັບກຳຂໍ້ມູນເພື່ອລາຍງານຢ່າງລະອຽດຕື່ມອີກ.

-----------------

ຂ່າວວິໄລວອນ ສິດທິໄຊ

 ຮູບພາບ#ຫນັງສືພິມເສດຖະກິດສັງຄົມ