ໝາກເດື່ອກ້ຽງມີປະໂຫຍດຕໍ່ຮ່າງກາຍເໝາະສໍາລັບຄົນຂາດເລືອດ

 ໝາກເດື່ອກ້ຽງເປັນໄມ້ຢືນຕົ້ນຂະໝາດກາງ, ຊົງພຸ່ມກ້ວາງ, ໃບໜາຕຶບ, ຍອດອ່ອນ ແລະໝາກອ່ອນທີ່ມີລົດຊາດຝາດຄົນສ່ວນໃຫຍ່ນິ ຍົມນໍາເອົານໍາມາກິນກັບລາບ, ກັບປົ່ນ ແລະແຈ່ວປາແດກ ແລະໝາກສຸກຫຍັງເປັນອາຫານສັດໄດ້ຫຼາຍຊະນິດເຊັ່ນ: ກະຫອກ, ນົກ, ໝູ.

  ນອກນັ້ນຍັງມີຄຸນຄ່າທາງໂພຊະນາການອຸດົມໄປດ້ວຍວິຕາມິນຕ່າງໆໂດຍສະເພາະວິຕາມິນ B1, ວິຕາມິນ B2 ແລະວິຕາມິນຊີ, ວິຕາມິນເອ ແລະຍັງມີແຮາທາດທີ່ສໍາຄັນເຊັ່ນ: ທາດເຫຼັກ, ແຄວຊຽມ, ທອງແດງແຮ່ທາດຕ່າງໆນີ້ມີປະໂຫຍດຕໍ່ຮ່າງກາຍ ແລະການຟອກເລືອດຊຶ່ງເໝາະສໍາລັບຄົນທີ່ຂາດເລືອດ, ນອກຈາກນີ້ໝາກເດື່ອຍັງມີເປີເຊັ່ນຂອງນໍ້າຕານລະຫວ່າງ 18-30%, ໃຫ້ພະລັງງານ 70-267 ແຄລໍລີອີກດ້ວຍ.

-----------

ຮຽບຮຽງໂດຍ: ຟ້າ