9 ເດືອນແຂວງບໍ່ແກ້ວ ສ້າງຄອບຄົວວັດທະນະທຳໄດ້ 129 ຄອບຄົວ

  ໃນໄລຍະ 9 ເດືອນປີ 2020 ນີ້, ຂະແໜງວັດທະນະທໍາແຂວງບໍ່ແກ້ວສາມາດສ້າງຄອບຄົວວັດທະນະທຳໄດ້ 129 ຄອບຄົວ,  ບ້ານວັດທະນະທໍາ 1 ບ້ານ ແລະກຸ່ມບ້ານໄດ້ 2 ກຸ່ມ, ຊຶ່ງປະຈຸບັນທົ່ວແຂວງມີຄອບຄົວວັດທະນະທໍາທັງໝົດ 25.628 ຄອບຄົວ, ມີບ້ານວັດທະນະທໍາ 185 ບ້ານ ແລະກຸ່ມບ້ານວັດທະນະທໍາ 10 ກຸ່ມ.

  ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວໄດ້ລາຍງານຕໍ່ກອງປະຊຸມພົບປະແລກພົບປະແລກປ່ຽນບົດຮຽນວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລະຫວ່າງພະແນກ ຖວທ ແຂວງບໍ່ແກ້ວກັບຫ້ອງການ ຖວທ 5 ເມືອງທີ່ຈັດຂຶ້ນໃນວັນທີ 16 ຕຸລາ 2020 ໃຫ້ຮູ້ວ່າ: ຕະຫຼອດໄລຍະ 9 ເດືອນຜ່ານມາພະແນກ ຖວທ ແຂວງບໍ່ແກ້ວ ກັບຫ້ອງການ ຖວທ 5 ເມືອງໄດ້ເປັນເຈົ້າການສູງຕໍ່ກັບການເຄື່ອນໄຫວຕາມພາລະບົດບາດໜ້າທີ່ ແລະຄວາມຮັບຜິດຊອບໂດຍສະເພາະແມ່ນການໂຄສະນາທາງດ້ານສື່ມວນຊົນໂດຍຜ່ານທາງວິທະຍຸ-ໂທລະພາບ, ຂະບວນການສ້າງຄອບຄົວ, ບ້ານ ແລະກຸ່ມບ້ານວັດທະນະທໍາ ແລະການພັດທະນາການທ່ອງທ່ຽວທົ່ວແຂວງໃນນັ້ນໄດ້ຕິດຕັ້ງໂທລະໂຄ່ງແລ້ວທັງໝົດ 225 ບ້ານຍັງບໍ່ທັນມີໂທລະໂຄ່ງ 23 ບ້ານ, ໄດ້ສ້າງຄອບ ຄົວວັດທະນະທຳໄດ້ 129 ຄອບຄົວ, ສ້າງບ້ານວັດທະນະທໍາ 1 ບ້ານທຽບໃສ່ແຜນການປີສ້າງກຸ່ມບ້ານໄດ້ 2 ກຸ່ມ, ປະຈຸບັນທົ່ວແຂວງມີຄອບຄົວວັດທະນະທໍາທັງໝົດ 25.628 ຄອບຄົວ, ມີບ້ານວັດທະນະທໍາ 185 ບ້ານ ແລະກຸ່ມບ້ານວັດທະນະທໍາ 10 ກຸ່ມ.

  ສ່ວນວຽກງານຄຸ້ມຄອງຮ້ານກິນດື່ມ,ໄດ້ຕໍ່ໃບທະບຽນອະນຸຍາດໃຫ້ແກ່ບັນດາຜູ້ປະກອບການຮ້ານກິນດື່ມໄດ້ທັງໝົດ 3 ຮ້ານ, ໄດ້ເຮັດບົດບັນທຶກ,ກ່າວເຕືອນຜູ້ປະກອບການຮ້ານອາຫານບັນເທີງທີ່ເຄື່ອນໄຫວຜິດຕໍ່ລະບຽບການຄຸ້ມຄອງຈຳນວນ 2 ຮ້ານ;ໄດ້ລົງແນະນໍາ,ຕິດຕາມກວດກາການປະຕິບັດມາດຕະການປ້ອງກັນຄວບຄຸມ ແລະຕ້ານການລະບາດພະຍາດໂຄວິດ-19 ບັນດາຮ້ານບັນເທີງ, ຄາລາໂອເກະ ແລະກິນດື່ມທີ່ແຂວງຄຸ້ມຄອງ, ປິດກິດຈະການຊົ່ວຄາວທັງໝົດ 18 ຮ້ານ.

 ສຳລັບວຽກງານທ່ອງທ່ຽວໄດ້ອອກໃບອະນຸຍາດໃຫ້ຫົວໜ່ວຍທຸລະກິດ ແລະຕໍ່ໃບອະນຸຍາດໃຫ້ຫົວໜ່ວຍທຸລະກິດທັງໝົດ 11 ແຫ່ງ, ປະຈຸບັນທົ່ວແຂວງມີບໍລິສັດທ່ອງ ທ່ຽວທັງໝົດ 18 ແຫ່ງໃນນີ້ມີ 1 ສາຂາ, ໂຮງແຮມ 18 ແຫ່ງ, ເຮືອນພັກ 63 ແຫ່ງ (ລຸດລົງ 4 ແຫ່ງ), ຮ້ານອາຫານ 74 ແຫ່ງ, ລີສອດທັງໝົດຈໍານວນ 4 ແຫ່ງ,ສວນອາຫານ 3 ແຫ່ງ,ພັດຕະຄານ 1 ແຫ່ງ ແລະສວນສະໜຸກ 1 ແຫ່ງ, ທົ່ວແຂວງບໍ່ແກ້ວປະກອບມີແຫຼ່ງທ່ອງທ່ຽວທັງໝົດ 77 ແຫ່ງໃນນີ້ແຫຼ່ງທ່ອງທ່ຽວທຳມະຊາດ 54 ແຫ່ງ, ວັດທະນະທໍາ 19 ແຫ່ງ, ປະຫວັດສາດ 4 ແຫ່ງຊຶ່ງໃນ 9 ເດືອນຜ່ານມາມີນັກທ່ອງທ່ຽວເຂົ້າທັງໝົດ 155,359 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 7,27 ລ້ານໂດລາສະຫະລັດ.