ຄູນຄຳກຳນົດເອົາທ່ອງທ່ຽວ ເປັນທ່າແຮງພັດທະນາເສດຖະກິດ

  ທ່ານ ຄຳໜັ້ນ ສໍປະເສີດ ເຈົ້າເມືອງໆຄູນຄຳໄດ້ໃຫ້ສຳພາດຕໍ່ນັກຂ່າວທ້ອງຖິ່ນຂອງແຂວງກ່ຽວກັບແຜນຍຸດທະສາດພັດທະນາເສດຖະກິດຂອງເມືອງໃນຕໍ່ໜ້າພວກເຮົາໄດ້ວາງແຜນຍຸດທະສາດຕັ້ງແຕ່ກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ I ມາຮອດສະໄໝຄັ້ງທີ II ນີ້ພວກເຮົາຍັງໄດ້ຖືເອົາຍຸທະສາດການທ່ອງທ່ຽວເປັນຫຼັກເພາະເມືອງຄູນຄຳເປັນເມືອງພູດອຍ ແລະ ເປັນເມືອງທີ່ມີທ່າແຮງທາງດ້ານການທ່ອງທ່ຽວທາງດ້ານທຳມະຊາດ, ທົ່ວເມືອງມີແຫຼ່ງທ່ອງທ່ຽວ 23 ແຫ່ງໃນນີ້ພັດທະນາເປັນແຫຼ່ງທ່ອງທ່ຽວໄດ້ແລ້ວ 7 ແຫ່ງ, ອັນພົ້ນເດັ່ນທີ 1 ກໍ່ແມ່ນສະຖານທີ່ທ່ອງທ່ຽວຖໍ້າມະຫັດສະຈັນກອງລໍນາຕານຊຶ່ງໄດ້ຮັບລາງວັນດີເດັ່ນຈາກປະຊາຄົມອາຊຽນເປັນແຫຼ່ງທ່ອງທ່ຽວໜຶ່ງທີ່ຈັດການໂດຍປະຊາຊົນມີສ່ວນຮ່ວມ ແລະ ປະຊາຊົນເປັນຜູ້ບໍລິການຈັດການທ່ອງທ່ຽວພາຍໃຕ້ການຊຸກຍູ້ຊ່ວຍເຫຼືອຈາກຂອງພາກລັດໂດຍສະເພາະຫ້ອງການ ຖວທ ເມືອງ ແລະຖວທ ແຂວງພາຍໃຕ້ການເອົາໃຈໃສ່ຂອງການນຳແຕ່ລະຂັ້ນເຫັນໄດ້ວ່າມີຄວາມເຕີບໃຫຍ່ເຂັ້ມແຂງ.

  ສະຖານທີ່ທີ 2 ແມ່ນຈຸດຊົມວີວຜູຜາມ່ານຊຶ່ງສະຖານທີ່ແຫ່ງນີ້ເປັນແຫຼ່ງທ່ອງທ່ຽວທີ່ມີລັກສະນະການພະຈົນໄພມີຄວາມຕື່ນເຕັ້ນຫຼາກຫຼາຍກິດຈະກໍາເປັນຕົ້ນແມ່ນຂີ່ສະລິງ, ຂົວອູ່,ຂົວໄຍແມງມູມອື່ນໆ ພ້ອມນີ້ເພີ່ນຍັງໄດ້ພັດທະນາຂຶ້ນເລື້ອຍໆກາຍເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ມີຄວາມຫຼາກຫຼາຍທາງດ້ານການບໍລິການທ່ອງທ່ຽວ, ນອກນີ້ຍັງມີຕາດນໍ້າສະນາມ, ຕາດຟ້າຍອດນໍ້າໄຮ່ທີ່ພວມພັດທະນາຢູ່.

  ໂດຍລວມຍຸດທະສາດຂອງເມືອງແມ່ນຈະຫັນເອົາເມືອງເປັນເມືອງທ່ອງທ່ຽວໂດຍການຜະລິດກະສິກຳ ແລະ ຫັດຖະກຳປຸງແຕ່ງເພື່ອຊຸກຍູ້ບໍລິການໃຫ້ວຽກງານທ່ອງ ທ່ຽວເປັນຫຼັກສະນັ້ນຜ່ານມາຖືໄດ້ວ່າວຽກງານທ່ອງທ່ຽວຂອງເມືອງມີທ່າແຮງ, ທ່າກ້າວ ແລະເຫັນວ່າເປັນວຽກທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງຍົກລະດັບໃຫ້ມີຄວາມທຽບທັນກັບເພື່ອນບ້ານໃກ້ຄຽງ ແລະເປັນທີ່ລືຊື່ທັງພາຍໃນ ແລະຕ່າງປະເທດ.

----------

ຂຽນໂດຍ: ມະນີວັນ