ພັນເພັດພັດທະນາການຜະລິດຢ່າງບໍ່ຢຸດຢັ້ງ

  ບໍລິສັດ ພັນເພັດພັດທະນາກະສິກຳ ຈໍາກັດ ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນອີກບໍລິສັດໜຶ່ງຂອງຄົນລາວເຮົາທີ່ເນັ້ນຜະລິດກະສິ ກຳທີ່ໂດດເດັ່ນເວລານີ້ກໍແມ່ນການປູກເຂົ້າເພື່ອຕອບສະໜອງໃຫ້ກັບຕະຫຼາດພາຍໃນ ແລະ ຕ່າງປະເທດໄປຄຽງຄູ່ກັບການສ້າງອາຊີບ ແລະ ລາຍຮັບໃຫ້ກັບຊາວນາໃນບັນດາບ້ານຕ່າງໆຂອງນະຄອນຫຼວງໂດຍຕະຫຼອດຜ່ານມາບໍລິສັດໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງຊຶ່ງໄດ້ມີການນຳໃຊ້ກົນຈັກໃໝ່ໆທີ່ທັນສະໄໝເຂົ້າມາໝູນໃຊ້ປະກອບໃສ່ແນວພັນເຮັດໃຫ້ຜົນຜະລິດເພີ່ມຂຶ້ນໃນທຸກໆລະການເປັນຕົ້ນແມ່ນເຂົ້ານາປີລະດູຝົນປີນີ້ຖືວ່າໄດ້ຮັບຜົນດີຫຼາຍ.

   ທ່ານ ທອງສະຫວັນ ມີບຸນ ປະທານ ບໍລິສັດ ພັນເພັດ ພັດທະນາກະສິກຳ ຈໍາກັດ ກ່າວວ່າ: ບໍລິສັດພັນເພັດພັດທະນາກະສິກຳຈຳກັດສ້າງຕັ້ງຂຶ້ນໃນປີ 2008 ເພື່ອສົ່ງເສີມການປູກຝັງເປັນຕົ້ນແມ່ນປູກເຂົ້າ ແລະລ້ຽງສັດເປັນສິນຄ້າຕອບສະໜອງຕະຫຼາດພາຍໃນ ແລະຕ່າງປະເທດຕາມແນວທາງນະໂຍບາຍຂອງພັກ-ລັດ ກໍຄືນະໂຍຍາຍຂອງອຳນາດການປົກຄອງນະຄອນຫຼວງວຽງຈັນ,ປະກອບສ່ວນເຂົ້າໃນການຜະລິດເພື່ອຄໍ້າປະກັນສະບຽງອາຫານແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນເມືອງກໍຄືໃນຂອບເຂດນະຄອນຫຼວງວຽງຈັນທັງໄດ້ຊຸກຍູ້ຊາວນາປູກເຂົ້າຕາມນະໂຍບາຍຂອງພັກ-ລັດໃນຮູບແບບ 2+3 ໂດຍບໍລິສັດຈະສະໜອງບັນດາວັດຖຸປັດໄຈຕ່າງໆ ເພື່ອຕອບສະໜອງໃຫ້ປະຊາຊົນ, ລົງທຶນໃຫ້ປະຊາຊົນກ່ອນ ແລ້ວຮັບຊື້ເຂົ້ານຳປະຊາຊົນດ້ວຍລາຄາຍຸຕິທຳຕາມທ້ອງຕະຫຼາດຊຶ່ງເຫັນວ່າໄດ້ຜົນສຳເລັດເປັນກ້າວໆມາ.

ຄລິບ

 ທ່ານ ທອງສະຫວັນ ມີບຸນ ກ່າວຕື່ມວ່າ: ສຳລັບການຜະລິດເຂົ້ານາປີລະດູຝົນປີນີ້ຖືວ່າຮັບຜົນດີຫຼາຍເນື່ອງຈາກສະພາບຝົນຕົກໄປຕາມລະດູການໂດຍນັບແຕ່ກາງເດືອນກັນຍາເປັນຕົ້ນມາບໍລິສັດໄດ້ເລັ່ງໃນການເກັບກ່ຽວຜົນຜະລິດໃນເນື້ອທີ່ບໍລິສັດ ແລະ ຮ່ວມກັບຊາວນາຢູ່ບັນດາບ້ານໃນນະຄອນຫຼວງວຽງຈັນລວມເນື້ອທີ່ນາເຂົ້າທັງໝົດ 900 ກວ່າເຮັກຕາ ມາຮອດປະຈຸບັນແມ່ນສຳເລັດແລ້ວ 50% ໂດຍສະເລ່ຍຜົນສະລິດ 4,5-5 ໂຕນ ຕໍ່ເຮັກຕາ ແລະຈະສືບຕໍ່ເກັບກູ້ໃຫ້ສຳເລັດເພື່ອທັນກັບລະດູການຜະລິດເຂົ້າລະດູແລ້ງໃນຕົ້ນເດືອນພະຈິກ 2020 ນີ້.