ສັບພະຄຸນທາງຢາຂອງເຫັດເຟືອງ

  ເຫັດເຟືອງດອກມີຂະໜາດປານກາງ ແລະອວບນໍ້າ, ໝວກມີເສັ້ນໄຍສີຂີ້ເຖົ່າດໍາປົກຄຸມ ແລະສີເຂັ້ມກວ່າຢູ່ກາງໝວກ, ເສັ້ນເຫຼື້ອມ ແລະເປັນແຖວຍາວໄປຫາຂອບດອກ ແລະມີກີ່ນຄ້າຍຄືຜັກ.

  ຜົນຜະລິດຈາກການເພາະປູກມີຂາຍທົ່ວໄປໃນຕະຫຼາດທົ່ວປະເທດ ແລະເປັນເຫັດທີ່ນິຍົມກິນທົ່ວອາຊີແຕ່ບໍ່ນິຍົມໃນເຂດຢູໂລບ, ເຫັດເຟືອງສາມາດນໍາໄປປຸງແຕ່ງອາຫານໄດ້ຫຼາຍເມນູເຊັ່ນ: ແກງ, ເອາະ, ແຈ່ວ, ນອກຈາກຈະນໍາໄປເຮັດອາຫານໄດ້ຫຼາຍຢ່າງແລ້ວເຫັດເຟືອງຍັງມີປະໂຫຍດຫຼາຍຢ່າງເຊັ່ນ: ຊ່ວຍປ້ອງກັນການຈະເລີນເຕີບໂຕຂອງໄວຣັດ, ຊ່ວຍບໍາລຸງຕັບໃຫ້ແຂງແຮງ, ມີວິຕາມິນສູງຈຶ່ງຊ່ວຍແກ້ໄຂ້ຫວັດ ແລະເຮັດໃຫ້ຜິວສົດໃສ.

----

ຮຽບຮຽງໂດຍ: ຟ້າ