ປະກາດບ້ານຫ້ວຍແກ້ງ ເປັນບ້ານວັດທະນະທຳ

  ພິທີປະກາດບ້ານຫ້ວຍແກ້ງ ເມືອງໄຊຍະບູລີ ແຂວງໄຊຍະບູລີເປັນບ້ານວັດທະນະທຳບ້ານທີ 73 ຂອງເມືອງໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ເດີ່ນໂຮງຮຽນປະຖົມຂອງບ້ານດັ່ງກ່າວໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ, ທ່ານ ນາງ ບົວຈັນ ພັນທະວົງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ຄະນະກຳມະການ, ການສ້າງຄົນ, ສ້າງຄອບ ຄົວ ແລະສ້າງບ້ານວັດທະນະທຳ, ອົງການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມ.

  ທ່ານ ເລົ່າ ຢ່າງເລຂາໜ່ວຍພັກນາຍບ້ານຫ້ວຍແກ້ງໄດ້ຂຶ້ນ ຜ່ານບົດລາຍງານກ່ຽວກັບການ ສ້າງບ້ານວັດທະນະທຳບ້ານຫ້ວຍແກ້ງເປັນບ້ານໜຶ່ງທີ່ຕັ້ງຫ່າງຈາກຕົວເມືອງໄປທາງທິດຕາເວັນອອກ 19 ກິໂລແມັດ, ມີ 88 ຄອບຄົວ, ມີພົນລະເມືອງທັງໝົດ 622 ຄົນ, ຍິງ 320 ຄົນປະກອບມີ 4 ເຜົ່າຄື: ເຜົ່າລາວ, ເຜົ່າກືມມຸ, ເຜົ່າມົ້ງ ແລະເຜົ່າອີວມຽນ, ຕະຫຼອດໄລຍະຜ່ານມາຄະນະພັກ, ອົງການປົກຄອງບ້ານໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດກໍ່ຄືຄຳສັ່ງຂໍ້ກຳນົດຕ່າງໆຂອງຂັ້ນເທິງມາເຜີຍແຜ່ເຊື່ອມຊຶມເປັນຕົ້ນແມ່ນມະຕິ X ຂອງສູນກາງພັກ, ມະຕິ VI ຂອງອົງຄະນະພັກແຂວງ, ມະຕິ IX ຂອງອົງຄະນະພັກເມືອງ ແລະເອກະສານສຳຄັນຕ່າງໆລົງເຜີຍແຜ່ໃຫ້ພໍ່ ແມ່ປະຊາຊົນພາຍໃນບ້ານຢ່າງເປັນລະບົບຕໍ່ເນື່ອງ, ຜ່ານການຈັດຕັ້ງເຊື່ອມຊຶມໄດ້ເຮັດໃຫ້ປະຊາຊົນມີຄວາມຮັບຮູ້ແລະເຂົ້າໃຈ, ຮູ້ຈຳແນກມິດ-ສັດຕູຢ່າງຈະແຈ້ງມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາພ້ອມກັນພັດທະນາເສດຖະ ກິດຄອບຄົວສຸມໃສ່ການຜະລິດເປັນສິນຄ້າໂດຍສະເພາະການປູກຟັງລ້ຽງສັດ ແລະການບໍລິການຄ້າຂາຍນັບມື້ນັບເພີ່ມຂຶ້ນ.

  ສະແດງອອກຄື: ທົ່ວບ້ານມີເນື້ອທີ່ປູກເຂົ້າທັງໝົດ 167 ເຮັກຕາ, ຜົນຜະລິດໄດ້ທັງໝົດ 200 ກວ່າໂຕນສະເລ່ຍຫົວຄົນໄດ້ 331 ກິໂລຕໍ່ຄົນຕໍ່ປີນອກນັ້ນຍັງໄດ້ລ້ຽງສັດປະເພດຕ່າງໆເຊັ່ນ: ງົວ 353 ໂຕ, ຄວາຍ 51 ໂຕ, ໝູ 349 ໂຕ, ແບ້ 112 ໂຕ, ສັດປີກ 2.419 ໂຕ,  ໜອງປາ 3 ໜອງ, ປ່ອຍປາແລ້ວ 1.000 ໂຕສະເລ່ຍລາຍຮັບໃສ່ຫົວຄົນໜຶ່ງໃນແຕ່ລະປີໄດ້ 7 ລ້ານກີບ, ເທົ່າກັບ 935 ໂດລາສະຫະລັດຕໍ່ຄົນຕໍ່ປີມາຮອດປະຈຸບັນທົ່ວບ້ານມີຄອບຄົວປ້ອງກັນຄວາມສະຫງົບດີມີ 80 ຄອບຄົວ, ກວມເອົາ 90% ຂອງຄອບຄົວທັງໝົດ, ຄອບ ຄົວແບບຢ່າງປະຕິບັດກົດໝາຍມີ 82 ຄອບຄົວ 91% ຂອງຄອບຄົວທັງໝົດ, ຜ່ານການກວດກາຄອບຄົວວັດທະນະທຳຕາມ 5 ມາດຖານສາມາດຮັບຮອງເປັນຄອບຄົວວັດທະນະທໍາແລ້ວ 81 ຄອບຄົວ, ເທົ່າກັບ 93% ຂອງຄອບຄົວທັງໝົດ, ຜ່ານການກວດກາບ້ານວັດທະນະທໍາຕາມ 5 ມາດຖານແມ່ນສາມາດຮັບຮອງເປັນເປັນວັດທະນະທຳໄດ້, ຈາກນັ້ນໃນພິທີກໍ່ໄດ້ມອບໃບຢັ້ງຢືນບ້ານວັດທະນະທຳພ້ອມທັງເປີດປ້າຍບ້ານຫ້ວຍແກ້ງເປັນບ້ານວັດທະນະທຳຢ່າງເປັນທາງການ.

_________

ໂດຍ: ສົມພົງ  ສີສະຫວັດ